ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລັ່ງຟື້ນຟູໄພພິບັດຢູ່ແຂວງຫລວງນໍ້າທາ

Oct 24, 2024

ເລັ່ງຟື້ນຟູໄພພິບັດຢູ່ແຂວງຫລວງນໍ້າທາ
ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງ ທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫລວງນໍ້າທາ ໂດຍໄດ້ເຂົ້າພົບປະກັບ ທ່ານ ວຽງສະຫວັນ ສີພັນດອນ ເຈົ້າແຂວງຫລວງນໍ້າທາ, ພ້ອມທັງຈັດປະຊຸມຮ່ວມກັບ ຄະນະໄພພິບັດຂັ້ນແຂວງ ເພື່ອປຶກສາຫາລືແຜນການຟື້ນຟູໄພພິບັດ, ພາຍຫລັງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນໄລຍະວັນທີ 7-14 ກັນຍາ ຜ່ານມາ, ມີ 5 ເມືອງ, ມີ 100 ບ້ານ, 5.276 ຫລັງຄາເຮືອນ ໄດ້ຮັບຜົນກະທົບ, ມີຜູ້ບາດເຈັບ 25 ຄົນ, ເສຍຊີວິດ 3 ຄົນ, ລວມມູນຄ່າເສຍຫາຍທັງໝົດ 5.841 ຕື້ກີບ ເຊິ່ງ ທາງແຂວງສະເໜີຂໍງົບປະມານແກ້ໄຂສຸກເສີນເບື້ອງຕົ້ນ ຈຳນວນ 151 ຕື້ກີບ.
ທ່ານ ເພັດ ພົມພິພັກ ເນັ້ນໃຫ້ຄະນະໄພພິບັດຂອງແຂວງ ຮີບຮ້ອນຂຶ້ນແຜນລະ ອຽດ ໃນການສະເໜີຂໍງົບປະມານແກ້ໄຂສຸກເສີນ ແລະ ຟື້ນຟູ, ໃນບັນດາຈຸດທີ່ມີຄວາມ ຕ້ອງການເລັ່ງດ່ວນ ເພື່ອເລັງຟື້ນຟູການຜະລິດກະສິກຳໃນລະດູແລ້ງ ແລະ ການຄົມມະນາຄົມຂົນສົ່ງ, ໂຄງການໃດທີ່ຍັງບໍ່ມີທຶນຮອນສ້ອມແປງໄດ້ໝົດ ກໍໃຫ້ມີການປົວແປງໃຫ້ສາມາດນໍາໃຊ້ໄດ້ກ່ອນ. ພ້ອມນີ້, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ຫານລົງທຶນ ພ້ອມ ດ້ວຍຄະນະ ຍັງໄດ້ລົງຕິດຕາມເບິ່ງພື້ນທີ່ເສຍຫາຍຈາກໄພນໍ້າຖ້ວມ ຢູ່ສະໜາມບິນ, ບ້ານຫລວງ, ບ້ານຂ້ອນ, ບ້ານປ່າສັກ, ບ້ານໃໝ່, ບ້ານບວມພຽງ ແລະ ຊົນລະປະ ທານນໍ້າທາ 3 ຕື່ມອີກ.
ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈໍານວນ 500 ລ້ານກີບ ໃຫ້ແຂວງຫລວງນໍ້າທາ ເພື່ອຊຸກຍູ້ແກ້ໄຂໄພພິບັດ ຢູ່ແຂວງຫລວງນ້ຳທາ ຕາງໜ້າຮັບໂດຍ ທ່ານ ວຽງສະຫວັນ ສີພັນດອນ ເຈົ້າແຂວງ ແຂວງຫລວງນໍ້າທາ.
ຂ່າວ-ພາບ: ກະຊວງ ຜທ