ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລັ່ງອະນາໄມໂຮງຮຽນຢູ່ເມືອງຫລວງນໍ້າທາ ພາຍຫລັງນໍ້າບົກແຫ້ງ

Sep 23, 2024

(22.9.24) ທີມງານອາສາ ໄປດ້ວຍໃຈ ໃຫ້ດ້ວຍຮັກ ສືບຕໍ່ລ້າງ ແລະ ອະນາໄມໂຮງຮຽນປະຖົມບ້ານຂອນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ໃຫ້ສະອາດ ເພື່ອຈະໄດ້ເປີດການຮຽນ-ການສອນຄືນພາຍຫລັງຖືກນໍ້າຖ້ວມ.
ພາຍຫລັງນໍ້າບົກແຫ້ງລົງ ອາຄານຮຽນ, ປຶ້ມແບບຮຽນ ແລະ ອຸປະກອນການຮຽນອື່ນໆໄດ້ຮັບຄວາມເສຍຫາຍເກືອບທັງໝົດ.
ປັດຈຸບັນ ມີຫລາຍໂຮງຮຽນທີ່ຍັງບໍ່ສາມາດເປີດການຮຽນ- ການສອນໄດ້ເທື່ອ ເນື່ອງຈາກບໍ່ທັນລ້າງອະນາໄມສຳເລັດ ເຊິ່ງມີຫລາຍກວ່າ 50 ໂຮງຮຽນທີ່ໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມຢູ່ຫລວງນໍ້າທາ.
ພາບ: ໄປດ້ວຍໃຈ ໃຫ້ດ້ວຍຮັກ
May be an image of 1 person
No photo description available.