ເນື່ອງຈາກພາຍຸໝູນເຂດຮ້ອນ ຢາກິ ໄດ້ເຄື່ອນຜ່ານບັນດາແຂວງເຂດພາກເໜືອຂອງ ສປປ ລາວ ໂດຍສະເພາະ ແຂວງຫລວງນໍ້າທາ ເກີດມີຝົນຕົກໜັກຫລາຍວັນຕິດຕໍ່ກັນ ເຮັດໃຫ້ປະລິມານນໍ້າຫລາຍສາຍ ເປັນຕົ້ນ ນໍ້າທຸງ, ນໍ້າທາ, ນໍ້າແງ້ນ ເພີ່ມ ຂຶ້ນຢ່າງໄວວາ ແລະ ໄຫລ່ປ່ອງໃສ່ກັນ ຈຶ່ງເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ຢູ່ບັນດາບ້ານທີ່ຢູ່ພື້ນທີ່ຕໍ່າ, ເຮັດໃຫ້ເສັ້ນທາງ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ ໄດ້ຖືກຕັດຂາດ, ພື້ນຖານໂຄງລ່າງຂອງເມືອງຫລວງນໍ້າທາ, ທີ່ຢູ່ອາໄສ, ເຮືອນຊານບ້ານ ຊ່ອງ, ພື້ນທີ່ທໍາການຜະລິດ, ຊັບສິນຂອງພໍ່ແມ່ປະຊາຊົນ ຖືກຜົນກະທົບເສຍຫາຍຢ່າງໜັກໜ່ວງ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ແລະ ເຮັດໃຫ້ການເຂົ້າຊ່ວຍ ເຫລືອພໍ່ແມ່ປະຊົນພົບຄວາມຫຍຸ້ງຍາກລໍາບາກ. ມາຮອດປັດ ຈຸບັນ ທຸກພາກສ່ວນ ໂດຍສະເພາະ ຄະນະຮັບຜິດຊອບ ຕ້ານໄພພິບັດແຕ່ລະຂັ້ນ ໄດ້ເປັນເຈົ້າການ ເລັ່ງໃຫ້ການຊ່ວຍເຫລືອຢ່າງຮີບດ່ວນ.
ທ່ານ ພັນເອກ ຄໍາເຫລັກ ສາຍຄໍາພວນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງຫລວງນໍ້າທາ ຄະນະຮັບຜິດຊອບຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບການແຈ້ງຂ່າວ ມີສະພາບການນໍ້າຖ້ວມເກີດ ຂຶ້ນ, ຄະນະພັກ-ຄະນະບັນຊາ ກໍຄືຄະນະຮັບຜິດຊອບຕ້ານໄພພິບັດທໍາມະຊາດ ກອງບັນຊາການທະຫານ ແຂວງຫລວງນໍ້າທາ ໄດ້ນໍາພາກໍາລັງປະຈໍາການກຽມພ້ອມຕອບ-ຕ້ານໄພພິບັດ ຂອງກອງບັນຊາການ 565 ສະຫາຍ ພ້ອມດ້ວຍພາຫະນະ ເຮືອ 6 ລໍາ, ສົມທົບກັບເຮືອ ແລະ ກໍາລັງຂອງພໍ່ແມ່ປະຊາຊົນຈໍານວນໜຶ່ງ ເລັ່ງໃຫ້ຊ່ວຍເຫລືອພໍ່ແມ່ປະຊາຊົນຢູ່ບັນດາບ້ານທີ່ຂຶ້ນກັບ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ທີ່ຖືກຜົນກະທົບໜັກ ມີ 22 ບ້ານຄື: ບ້ານວຽງເງິນ, ທົ່ງໃຈເໜືອ, ທົ່ງໃຈໃຕ້, ນານ້ອຍ, ທົ່ງຂວາ, ວຽງເໜືອ, ບ້ານປຸ່ງ, ໃໝ່, ປ່າສັກ, ນາລື, ທ່າອໍ, ຄອນຄູນ, ບ້ານຄອນ, ບ້ານຫລວງ, ໂພນໄຊ, ດອນສໍາພັນ, ຫົວຂົວ, ວຽງໃຕ້, ປ່າປົວະ, ນໍ້າທູນ, ບໍ່ເຕັນ ແລະ ບ້ານນາເຕີຍ ໃນນີ້, ເລັ່ງຊ່ວຍເຫລືອໄດ້ແລ້ວຈໍານວນໜຶ່ງ ແລະ ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອບັນດາບ້ານ ທີ່ຍັງຕົກຄ້າງຕາມຈຸດຕ່າງໆ ເພື່ອນໍາສົ່ງພໍ່ແມ່ປະຊາ ຊົນສູ່ຈຸດປອດໄພ ແລະ ນໍາເອົາຜູ້ບາດເຈັບນໍາສົ່ງໂຮງໝໍທະຫານ ແຂວງຫລວງນໍ້າທາ ໃຫ້ທ່ວງທັນເວລາ.
ຕໍ່ສະພາບການດັ່ງກ່າວ, ເຖິງແມ່ນວ່າໃນປັດຈຸບັນປະລິມານນໍ້າບາງເຂດ ຈະຫລຸດລົງແລ້ວກໍຕາມ, ແຕ່ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຢູ່ເຂດຈຸດສຽງໄພ ຈົ່ງພ້ອມກັນເຝົ້າລະວັງ ການປ່ຽນແປງຂອງສະພາບອາກາດຢ່າງຕໍ່ເນື່ອງ. ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນ ສົ່ງກໍາລັງແຮງໃຈ ດ້ວຍການບໍລິຈາກ ເຄື່ອງອຸປະໂພກ-ບໍລິໂພກ ໂດຍຜ່ານພາກສ່ວນທີ່ກ່ຽວຂ້ອງ ເພື່ອບັນເທົາທຸກໃນເບື້ອງຕົ້ນ ປະກອບຊ່ວຍຟື້ນຟູຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂໍ້ມູນ: ທະຫານແຂວງຫລວງນໍ້າທາ







