ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປົກປັກຮັກສາຊີວະນາໆພັນ ແລະ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນແບບຍືນຍົງ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ.
ໂຄງການ ປົກປັກຮັກສາຊີວະນາໆພັນ ແລະ ປັບປຸງຊີວິດການເປັນຢູ່ຂອງຊຸມ ຊົນແບບຍືນຍົງ ມີຈຸດປະສົງເພື່ອເພີ່ມທະວີການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ວີວະນາໆພັນ ຕິດພັນກັບການຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃຫ້ໄດ້ຮັບໝາກຜົນສູງສຸດ ໂດຍການປະສົມປະສານຮູບແບບການອະນຸລັກປ່າໄມ້ ໂດຍຊຸມຊົນເປັນເຈົ້າການ.
ກິດຈະກຳຂອງໂຄງການ ແມ່ນເພື່ອຫຼຸດຜ່ອນຜົນກະທົບຈາກກິດຈະກຳຂອງຊຸມຊົນທີ່ມີຕໍ່ຊະນິດພັນຕ່າງໆ ແລະ ປ່າໄມ້ທີ່ເປັນຖິ່ນທີ່ຢູ່ອາໄສຂອງຊີວະນາໆພັນ ໃນພື້ນທີ່ 3 ປະເພດປ່າ, ປັບປຸງຄວາມຮູ້ ແລະ ຂີດຄວາມສາມາດໃນການອະນຸລັກປ່າໄມ້ໃນຂັ້ນພື້ນຖານຊຸມຊົນໃຫ້ມີຄວາມຍືນຍົງ, ປັບປຸງການດຳລົງຊີວິດຂອງຊຸມຊົນໃນທ້ອງຖິ່ນໃຫ້ແທດເໝາະກັບສະພາບດິນຟ້າອາກາດ ແລະ ເປັນມິນຕໍ່ສິ່ງແວດລ້ອມ, ມີຄວາມຫຼາກຫຼາຍ ແລະ ເຂັ້ມແຂງ, ຊຸກຍູ້ໃຫ້ແມ່ຍິງໄດ້ເຂົ້າເຖິງການບໍລິການ ແລະ ວຽກງານຕ່າງໆໃຫ້ສູງຂຶ້ນ.
ໂດຍມີເປົ້າໝາຍຈັດຕັ້ງປະຕິບັດຢູ່ 12 ບ້ານ ໃນ 3 ເມືອງຂອງແຂວງຄຳມ່ວນ ຄື: ບ້ານເຫຼົ່າ, ນາຕຸງ, ບ້ານແຕນ, ບ້ານນາກອກ ເມືອງມະຫາໄຊ, ບ້ານທ່າໂພ, ບ້ານເຫຼົ່າ, ສ້າງແກ້ວ, ບ້ານທາດ ເມືອງຍົມມະລາດ, ບ້ານນາເມືອງ, ນໍ້າມະຮາງ, ຄູນມະນີ, ນໍ້າສະນາມ ເມືອງຄູນຄໍາ ມີໄລຍະການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ມື້ເຊັນ (MOU) ເຖິງວັນທີ 30 ມິຖຸນາ 2027, ໃນງົບປະມານທັງໝົດ 522,820 ໂດລາສະຫະລັດ ໂດຍການໃຫ້ທຶນຈາກລັດຖະບານປະເທດອັງກິດ ໂດຍຜ່ານກອງທຶນພິທັກສິ່ງແວດລ້ອມ ແລະ ຊີວະນາໆພັນ Darwin Initiatives ແລະ ຈັດຕັ້ງປະຕິບັດໂດຍອົງການມະນຸດສະທຳເພື່ອຄົນສູ່ຄົນ.
ທີ່ມາ: Khammouane News




