ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ຢູ່ 18 ບ້ານແຂວງເຊກອງ

Sep 10, 2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນ ແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2025 ນີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.
May be an image of 2 people, temple and text that says 'ะแมภภะลิภำ และ สิ่งหอดล้อม แ2อง ខុរាខ และ ขภามอาสาระพัทย์บุ่บ เยฮ๋่ ภามอาสาสะพัภย์ ปะจำ สปป ลาว (JV ත් แ2อง ខុរ១១, ดิ้ง'
ເຊິ່ງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 30 ທັນວາ 2028 ເຊິ່ງລວມມີ 2 ກິດຈະກໍາຫຼັກຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດໂດຍຊຸມຊົນເປັນເຈົ້າການ; ສົ່ງເສີມການຜະລິດກະສິກໍາແບບຍືນຍົງ. ໂຄງການນີ້ ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ 18 ບ້ານເປົ້າໝາຍຄື: ເມືອງດາກຈຶງ ປະກອບມີ ບ້ານຈະລິງ, ດາກດຸງ, ດາກຕຽມ, ດາກມວນ, ດາກດໍ, ດາກປໍາ, ມັງຫາ, ສຽງໃໝ່, ດາກມັນ ແລະບ້ານດາກຊວງ; ເມືອງກະລຶມ ປະກອບມີ ບ້ານວັກ, ຕິນຕຶມ, ຫ່ານອງ, ໂລຍ, ຈະແຣະ, ຈິງ, ລະກາຍ ແລະບ້ານທົ່ງແຄນ. ໂດຍຈຸດປະສົງລວມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານໃນບ້ານເປົ້າໝາຍ, ຄໍ້າປະກັນ ເພື່ອປັບປຸງຊີວິການເປັນຢູ່ໃຫ້ມີຄວາມຍືນຍົງ; ອະນຸລັກຊັບພະຍາກອນທໍາມະຊາດໃນບ້ານເປົ້າໝາຍ; ສ້າງຄວາມອາດສາມາດ ແລະ ຄວາມຊໍານານງານໃຫ້ແກ່ຄູ່ຮ່ວມງານພາກລັດ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງບັນດາກິດຈະກຳ.
ຊຶ່ງໄລຍະຜ່ານມາ (ແຕ່ເດືອນສິງຫາ 2022 ຫາ ເດືອນກໍລະກົດ 2024) ອົງການ JVC ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນໂຄງການສະໜັບສະໜຸນການອະນຸລັກຊັບພະຍາກອນທໍາມະຊາດ ແລະເປັນມິດກັບສິ່ງແວດລ້ອມ ໃນແຂວງເຊກອງ ເພື່ອປະຕິບັດກິດຈະກໍາຢູ່ 10 ບ້ານເປົ້າໝາຍ ໃນເມືອງລະມາມ ແລະເມືອງທ່າແຕງ.
May be an image of 9 people, dais and text May be an image of 15 people, dais and text
ໃນໂອກາດດັ່ງກ່າວ ກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນລະຫວ່າງທ່ານ ໄພສະຫມອນ ໄອ່ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງເຊກອງ ແລະ ທ່ານ ທາເກຣຸ ຮິກາຊິ ( Takeru HIGASHI ) ຜູ້ຕາງໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໂດຍຊ້ອງໜ້າທ່ານຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ:ພຸດທະສອນ