ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມຢ່າງເປັນທາງການແລ້ວ ເທສະການອາຫານລາວ ຄັ້ງທີ 20

Jan 25, 2025

ເລີ່ມຢ່າງເປັນທາງການແລ້ວ ເທສະການອາຫານລາວ ຄັ້ງທີ 20
ເທສະການອາຫານລາວ ຄັ້ງທີ 20 ພາຍໃຕ້ຄໍາຂວັນ: “20 ປີ ເທດສະການອາ ຫານລາວມີໄຊສືບຕໍ່ກ້າວໄປສູ່ສາກົນ” ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 24 ມັງ ກອນ 2025, ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ. ເຂົ້!ຮ່ວມພິທີເປີດງານຢ່າງເປັນທາງການ ມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະ ທານປະເທດລາວ; ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍບັນດາການນໍາ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ການຈັດງານຄັ້ງນີ້ ເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະ ນະທຳ, ຮີດຄອງປະ ເພນີລາວ ໂດຍສະເພາະແມ່ນການປຸງແຕ່ງອາຫານທີ່ເປັນເອກະລັກຂອງລາວໃຫ້ຄົງຢູ່ຄູ່ກັບສັງຄົມລາວຕະ ຫຼອດໄປ ຊຶ່ງການຈັດງານເທດສະການອາຫານລາວຄັ້ງນີ້ ຄົບ ຮອບ 20 ປີ, ເພື່ອໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ພາກພື້ນ ແລະ ສາກົນ ໄດ້ຮັບຮູ້ຄວາມເຕີບໃຫຍ່ ແລະ ຂະຫຍາຍຕົວຂອງງານເທດສະການອາ ຫານລາວ ຈາກມື້ເລີ່ມຕົ້ນຈົນມາເຖິງປັດຈຸບັນນີ້ ພ້ອມກັນນັ້ນຍັງເປັນການຊຸກຍູ້ສົ່ງເສີມອາຫານລາວ ເພື່ອຮັບໃຊ້ງານຕ່າງໆ ໂດຍສະເພາະກອງປະຊຸມໃຫຍ່ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງລາວທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ງານຄັ້ງນີ້, ມີຫຼາຍກິດຈະກຳ ເຊັ່ນ: ການແຂ່ງຂັນ “ພາເຂົ້າທ່ຽງອາຫານລາວ” ສະ ຫຼັບກັນໄປໃນແຕ່ລະວັນ, ສໍາລັບປີນີ້ມີ 180 ຮ້ານ, ໃນນັ້ນມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ອາຫານລາວແບບປະຍຸກ, ຂອງຫວານ, ເຄື່ອງດື່ມລວມ 165 ຮ້ານ, ສິນຄ້າຫັດຖະກຳ 15 ຮ້ານ, ຄາດວ່າປີນີ້ຈະມີເງິນໝູນວຽນປະມານ 7 ຕື້ກີບ ໂດຍຈະດໍາເນີນໄປຮອດວັນທີ 26 ມັງກອນ 2025 ຈິ່ງຈະສໍາເລັດ.
+6
See insights and ads

Boost post
All reactions:

You, Saona Studio.ຊາວນາສະຕູດີໂອ., ສື່ເພື່ອສັງຄົມ ALL in ALL and 22 others