ເລີ່ມລົງມືກໍ່ສ້າງໂຄງການທ່ອງທ່ຽວສະວິດ ເພື່ອການພັດທະນາແບບຍືນຍົງຢູ່ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 28 ກຸມ ພາ, ຢູ່ນະຄອນຫລວງຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດຫວຽດ ນາມ (ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ສົມທົບກັບ ອົງການຮ່ວມມືພັດທະນາສະວິດ, ສະຖານທູດ ສະວິດ ປະຈຳ ຫວຽດນາມ, ຈັດເຊັນສັນຍາເລີ່ມຕົ້ນການກໍ່ສ້າງໂຄງການ “ທ່ອງ ທ່ຽວ ສະວິດ ເພື່ອການພັດທະນາ ແບບຍືນຍົງຢູ່ ຫວຽດນາມ”.
ໂຄງການເນັ້ນໄປເຖິງເປົ້າໝາຍສ້າງຂະແໜງທ່ອງທ່ຽວ ຫວຽດນາມແບບຍືນຍົງ ແລະ ຮອບດ້ານ; ໜູນຊ່ວຍການຫາເງິນ ລ້ຽງຊີບໃໝ່ ແລະ ພັດທະນາເສດຖະກິດແບບຍືນຍົງຢູ່ ຫວຽດ ນາມ. ໄລຍະປະຕິບັດ ນັບແຕ່ນີ້ຮອດປີ 2027, ໂຄງການຈະໜູນຊ່ວຍການສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ໃນການພັດທະນາທ່ອງທ່ຽວແບບຍືນຍົງ; ຍົກ ສູງກຳລັງຄວາມສາມາດໃຫ້ແກ່ບັນດາຮາກຖານ, ບຳລຸງສ້າງຂອງ ຫວຽດນາມ ຜ່ານການສະໜອງ ລາຍການບຳລຸງສ້າງ ມີຄຸນນະ ພາບສູງ ມຸ່ງໄປເຖິງການພັດທະນາທັກສະ ແລະ ວິຊາສະເພາະ ໃຫ້ແກ່ ຖັນແຖວບຸກຄະລາກອນໃນຂົງເຂດທ່ອງທ່ຽວ ແລະ ໂຮງ ແຮມ; ໜູນຊ່ວຍບັນດາສະຖານທີ່ຂັ້ນທ້ອງຖິ່ນ ແລະ ວິສາຫະກິດ ທ່ອງທ່ຽວໃນການລົງທຶນ ແລະ ເຄື່ອນໄຫວທ່ອງທ່ຽວແບບຍືນຍົງ.


