ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມສຶກສາຄວາມເປັນໄປໄດ້ ພັດທະນາສູນຂໍ້ມູນ ແລະ ເມືອງທັນສະໄໝສີຂຽວ ຢູ່ເມືອງດາກຈຶງ

Nov 27, 2024

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ສປປ ລາວ ແລະ ບໍລິສັດ ອິມແພັກ ເອັນເນີຈີ ເອເຊຍ ຈຳກັດ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາສູນຂໍ້ມູນ ແລະ ເມືອງທັນສະໄໝ ສີຂຽວ ຢູ່ເມືອງດາກຈຶງ ແຂວງເຊກອງ ຈັດຂຶ້ນໃນວັນທີ 25 ພະຈິກ 2024 ນີ້, ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ກັບ ທ່ານ ນະຣຸດ ບົວຂະຈອນ ຜູ້ຈັດການທົ່ວໄປ, ຜູ້ໄດ້ຮັບມອດສິດ ບໍລິສັດ ອິມແພັກ ເອັນເນີຈີ ເອເຊຍ ຈຳກັດ ໂດຍມີ ຜູ້ຕາງໜ້າຈາກ ກະຊວງກ່ຽວຂ້ອງ ເປັນຕົ້ນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ແລະ ບໍລິສັດ ເອັສເອັມພີ ທີ່ປຶກສາ ຈຳກັດຜູ້ດຽວ ເຊັນເປັນພິຍານ ໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ການເຊັນບົດບັນທຶກໃນຄັ້ງນີ້, ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາສູນຂໍ້ມູນ ແລະ ເມືອງທັນສະໄໝ ສີຂຽວ (Green Data Center and Smart City) ຢູ່ເຂດເມືອງດາກຈຶງ ແຂວງເຊກອງ ໂດຍມີກຳນົດ ການສຶກສາຄວາມເປັນໄປໄດ້ ໄລຍະ 24 ເດືອນ ນັບຈາກມື້ລົງນາມເປັນຕົ້ນໄປ. ສ່ວນເນື້ອທີ່ດິນທີ່ຈະພັດທະນາຕົວຈິງ ແມ່ນຈະອີງໃສ່ຜົນການສໍາຫລວດຕົວຈິງ. ພາຍຫລັງ ສໍາເລັດການສໍາຫລວດທີ່ດິນທັງໝົດທີ່ຕ້ອງການ, ບົດວິພາກເສດຖະກິດ-ເຕັກນິກ ແລະ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຂອງໂຄງການ, ພ້ອມທັງມີໃບຢັ້ງຢືນຈາກອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ ແລະ ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຜູ້ລົງທຶນ ຫລື ບໍລິສັດ ຈະເຈລະຈາຂັ້ນສຸດທ້າຍຮ່ວມກັບລັດຖະບານ ເພື່ອສະເໜີໃຫ້ມີສັນຍາສໍາປະທານທີ່ດິນ ເພື່ອພັດທະນາໂຄງການ.
ທັງນີ້, ແນໃສ່ຊຸກຍູ້ການພັດທະນາຂອງທ້ອງຖິ່ນ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ ແລະ ສົ່ງເສີມທຸລະກິດພາຍໃນ, ທັງເປັນການຊຸກຍູ້, ສົ່ງເສີມການພັດທະນາແບບຍືນຍົງ, ຕິດພັນກັບການອະນຸລັກຮັກສາຄວາມຍືນຍົງທາງດ້ານສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ຕິດພັນກັບຮີດຄອງປະເພນີທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໃນເຂດໂຄງການການ ແລະ ເຂດໃກ້ຄຽງ.
ໂຄງການດັ່ງກ່າວ, ແມ່ນການພັດທະນາຕົວເມືອງ ອັດສະລິຍະ ສີຂຽວ ຢູ່ເຂດເມືອງດາກຈຶງ ແຂວງເຊກອງ ປະກອບມີ: ສູນຂໍ້ມູນ (Data Center) ແລະ ເມືອງທັນສະໄໝ ເຊັ່ນ: ສະຖານທີ່ພັກອາໄສ, ລະບົບຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ສາທາລະນຸປະໂພກ ແລະ ການພັດທະນາທ້ອງຖິ່ນ ລວມທັງການທ່ອງທ່ຽວແບບລະບົບນິເວດ, ກະສິກໍາ ແລະ ການປຸງແຕ່ງ ໂດຍແຫລ່ງພະລັງງານທີ່ຈະສະໜອງໃຫ້ແກ່ ໂຄງການເປັນພະລັງງານສະອາດ ແລະ ມີຄວາມສະຖຽນ, ມູນຄ່າການລົງທຶນທັງໝົດຂອງໂຄງການ ແມ່ນອີງໃສ່ການສຶກສາ ແລະ ການວິເຄາະລະອຽດ ໂດຍສະເພາະ ການພັດທະນາ ແລະ ສິ່ງອໍານວຍຄວາມສະດວກຂອງຕົວເມືອງທີ່ມີຢູ່ປັດຈຸບັນ.
ຂ່າວ: ທະນູທອງ