ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມສຶກສາ ການພັດທະນາການທ່ອງທ່ຽວ ແບບຍືນຍົງ ຢູ່ ນວ

Jan 28, 2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການສຶກສາການພັດທະນາການທ່ອງທ່ຽວ ນະຄອນຫລວງວຽງຈັນ (ນວ) ແບບຍືນຍົງ ຈັດຂຶ້ນໃນວັນທີ 28 ມັງກອນ 2025 ລະຫວ່າງ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ຽວທ່ຽວ ນວ ກັບ ບໍລິສັດແພກຄອນ ຈຳກັດ ໂດຍການລົງນາມ ລະຫວ່າງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ແລະ ທ່ານ ພາກພູມ ສີທິມາກຸລ ປະທານບໍລິສັດແພກຄອນ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ສຸລິຍະສັກ ວົງສີປະສົມ ທີ່ປຶກສາໂຄງການ ບໍລິສັດແພກຄອນ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໃນບົດບັນທຶກດັ່ງກ່າວ, ສອງຝ່າຍໄດ້ພິຈາລະນາຜົນປະໂຫຍດ ແລະ ສ້າງການຮ່ວມມື ໃນການສຶກສາການພັດທະນາການທ່ອງທ່ຽວ ນະຄອນຫລວງວຽງຈັນ ແບບຍືນຍົງ ໂດຍໃຊ້ນະວັດຕະກຳເຕັກໂນໂລຊີ ສະໄໝໃໝ່ ເຂົ້າມານໍາໃຊ້ໃນການຈັດການ ການທ່ອງທ່ຽວແບບຍືນຍົງ ແລະ ເປັນຕົ້ນແບບ ສໍາລັບການຂະຫຍາຍກິດຈະກຳການທ່ອງທ່ຽວ ໄປຫາສະຖານທີ່ທ່ອງທ່ຽວອື່ນໆ ຂອງນະຄອນຫລວງວຽງຈັນ ເຊິ່ງສອງຝ່າຍໄດ້ເປັນເອກະພາບກັນ ສຶກສາກາລະໂອກາດ ແລະ ຮູບແບບທຸລະກິດ ຂອງໂຄງການສຶກສາການພັດທະນາການທ່ອງທ່ຽວ ນະຄອນຫລວງວຽງຈັນ ແບບຍືນຍົງ. ໃນນັ້ນ, ຈະໄດ້ສຶກສາໂຄງການຂອງການລົງທຶນ ໂຄງສ້າງພື້ນຖານຮອງຮັບແກ່ການພັດທະນາການທ່ອງທ່ຽວ ດ້ວຍນະວັດຕະກຳເຕັກໂນໂລຢີ ເຊັ່ນ: ເຕັກໂນໂລຊີ ການກໍ່ສ້າງຖະໜົນຫົນທາງ, ການຈັດການພະລັງງານທີ່ສະອາດ (ໄຟຟ້າ ແລະ ນໍ້າມັນ), ການຄຸ້ມຄອງນໍ້າ (ນໍ້າດື່ມ, ລະບົບສົ່ງນໍ້າ, ນໍ້າປະປາ, ນໍ້າເປື້ອນ, ລະບົບລະບາຍນໍ້າ, ການຄຸ້ມຄອງນໍ້າຖ້ວມ), ການຈັດການຂີ້ເຫຍື້ອ (ຂີ້ເຫຍື້ອຈາກໂຮງໝໍ, ນໍ້າເປື້ອນ, ລີໄຊເຄີນ/ການນໍາມາໃຊ້ຄືນໃໝ່), ການສື່ສານຂໍ້ມູນ 5G ແລະ WiFi ສໍາລັບການຄຸ້ມຄອງຕົວເມືອງ, ການຮັກສາຄວາມປອດໄພຂອງຕົວເມືອງ, ການສົ່ງເສີມສຸຂະພາບປະຊາຊົນ, ການຈັດການຈະລາຈອນ, ການຂົນສົ່ງສາທາລະນະ ແລະ ເຕັກໂນໂລຊີ ການຈັດການອຸບັດເຫດ ແລະ ໄພພິບັດ.
ສຳລັບໂຄງການພັດທະນາແຫລ່ງທ່ອງທ່ຽວ, ສອງຝ່າຍ ຈະອອກແບບ ແລະ ພັດທະນາແຫລ່ງທ່ອງທ່ຽວ ຕົ້ນແບບວາງມາດຕະຖານຄຸນນະພາບ ເພື່ອພັດທະນາສະຖານທີ່ທ່ອງທ່ຽວໃນອະນາຄົດ ໂດຍເລີ່ມຈາກການພັດທະນາຈຸດທ່ອງທ່ຽວ ຄື: ເສັ້ນທາງທ່ອງທ່ຽວທາງນໍ້າ ແລະ ຈຸດຕ່າງໆ ລວມມີການທ່ອງທ່ຽວແມ່ນໍ້າຂອງ (Mekong Rivera), ທ່ອງທ່ຽວຄອງນໍ້າວຽງຈັນ (ບຶງທາດຫລວງ), ທ່ອງທ່ຽວທາງນໍ້າຕາມນໍ້າງື່ມ ແລະ ເສັ້ນທາງ-ສະຖານທີ່ທ່ອງທ່ຽວອື່ນໆໃນອະນາຄົດ. ພ້ອມນີ້, ຍັງຈະພັດທະນາເສັ້ນທາງ ແລະ ສະຖານທີ່ທ່ອງທ່ຽວ ຕາມແຄມຝັ່ງແມ່ນໍ້າຂອງ ເຊິ່ງລວມມີ: ທ່ຽວຕະຫລາດ, ທ່ຽວຊົມວິຖີຊີວິດກາງຄືນວຽງຈັນ(ຣາຕີວຽງຈັນ), ທ່ຽວຊົມຖະໜົນຄົນຍ່າງ ອ້ອມຮອບພະທາດຫລວງວຽງຈັນ ແລະ ເສັ້ນທາງ-ສະຖານທີ່ທ່ອງທ່ຽວອື່ນໆ. ພ້ອມທັງຈະໄດ້ອອກແບບລົດທ່ອງທ່ຽວ ໄຟຟ້າ ທີ່ເປັນສັນຍາລັກຂອງຕົວເມືອງນະຄອນຫລວງວຽງຈັນ, ລວມທັງເຮືອໄຟຟ້າເລາະຊົມແມ່ນໍ້າຂອງ, ລົດເມທ່ອງທ່ຽວ (ໄຟຟ້າ) ແບບເປີດຫລັງຄາ (ຂະໜາດກາງ-ໃຫຍ່) ແລະ ອື່ນໆ.
ພ້ອມນີ້, ສອງຝ່າຍ ຍັງຈະພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ຮອງຮັບການພັດທະນາການທ່ອງທ່ຽວ ເຊັ່ນ: ຈະພັດທະນາລະບົບນິເວດ ທາງທຸລະກິດການທ່ອງທ່ຽວ, ພັດທະນາໂປຣແກຣມຢູ່ມືຖື ສໍາລັບ ບໍລິການນັກທ່ອງທ່ຽວ, ຜູ້ປະກອບການຮ້ານຄ້າ ແລະ ຜູ້ທີ່ກ່ຽວຂ້ອງກັບທຸລະກິດການທ່ອງທ່ຽວ, ພັດທະນານະວັດຕະກຳ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໃນດ້ານລະບົບການເຂົ້າ-ອອກປະເທດ, ບໍລິການນໍາທ່ຽວ, ການບໍລິການຂົນສົ່ງນັກທ່ອງທ່ຽວ, ບໍລິການຮ້ານອາຫານ, ບໍລິການຮ້ານຂາຍສິນຄ້າ, ບໍລິການທີ່ພັກ ແລະ ບໍລິການອື່ນໆ; ສອງຝ່າຍ ຍັງຈະອອກແບບ ແລະ ກຳນົດມາດຕະຖານການທ່ອງທ່ຽວ ໃຫ້ມີຄຸນນະພາບລະດັບສາກົນ ແລະ ພັດທະນາລະບົບຂໍ້ມູນຂ່າວສານການຄຸ້ມຄອງ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດມາດຕະຖານ ແລະ ຮັກສາຄຸນນະພາບດ້ານການທ່ອງທ່ຽວ ຜ່ານລະບົບຂໍ້ມູນຂ່າວສານແບບລວມສູນ.
ທີ່ມາ: ຂປລ
May be an image of 13 people, temple, dais and text