ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມໂຄງການກໍ່ສ້າງອາຄານໃໝ່ຂອງວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ

Nov 25, 2024

ເລີ່ມໂຄງການກໍ່ສ້າງອາຄານໃໝ່ຂອງວິທະຍາໄລ ວິທະຍາສາດສຸຂະພາບ ຫຼວງພະບາງ
ວັນທີ 23 ພະຈິກ 2024 ນີ້, ທີ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງອາຄານໃໝ່ຂອງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະ ບາງ ມູນຄ່າ 60 ຕື້ກວ່າ ກີບ ໂດຍແຜນກໍ່ສ້າງໃຫ້ສຳເລັດພາຍໃນ 16 ເດືອນ, ດ້ວຍທຶນກໍ່ສ້າງຂອງກະຊວງ ສາທາລະນະສຸກ ຮ່ວມ ກັບບໍລິສັດ ເອເຊຍລົງທຶນ ພັດທະນາ ແລະກໍ່ສ້າງ ຈໍາກັດຜູ້ດຽວ, ຕາມນະໂຍບາຍທີ່ໄດ້ຮ່ວມກັນລົງນາມເຊັນສັນຍາຮ່ວມມື ໂຄງ ການພັດທະນາທີ່ດິນຂອງວິທະຍາໄລ ວິທະຍາສາດ ສຸຂະພາບຫຼວງພະບາງ ທີ່ຕັ້ງຢູ່ບ້ານ ທາດຫຼວງ ນະຄອນ-ຫຼວງພະບາງ ເປັນໂຮງ ແຮມລະດັບ 5 ດາວ, ເຊີ່ງບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງ ວິທະຍາໄລ ວິ ທະຍາສາດ ສຸຂະພາບ ຫຼວງພະບາງ ຫຼັງໃຫ່ມ ຢູ່ ບ້ານພູໜອກ ນະຄອນ-ຫຼວງພະບາງ ເພື່ອທົດແທນ, ປະກອບມີ ອາຄານຮຽນ 4 ຊັ້ນ 1 ຫຼັງ, ອາຄານ ຫໍພັກນັກສຶກສາຊາຍ 2 ຊັ້ນ 1 ຫຼັງ, ອາຄານ ຫໍພັກນັກສຶກສາ ຍິງ 2 ຊັ້ນ 1 ຫຼັງ ອາຄານ ຫ້ອງປະຕິ ບັດເຄມີ 1 ຫຼັງ, ທັງປັບປຸງສ້ອມແປງອາຄານເກົ່າທີ່ມີຢູ່ບາງສ່ວນ.
ເຂົ້າຮ່ວມວາງສີລາລຶກມີ ທ່ານ ບຸນແຝງ ພູມມະໄລສິດ ລັດ ຖະມົມຕີ ກະຊວງ ສາທາລະນະສຸກ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ພຶດສະພາ ພຸມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ, ພ້ອມດ້ວຍການນຳກະຊວງສາທາລະນະສຸກ, ຜູ້ຕາງໜ້າພະແນກການຂັ້ນແຂວງທີ່ກ່ຽວຂ້ອງ.
ຂ່າວ: ທະນູສີນ ອິດທິພົນ