ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນພົວພັນໂດຍກົງກັບການປັບປຸງ ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ຄໍາຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບ ພາຍໃນອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່”. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມຂອງຄະນະໂຄສະນາອົບຮົມສູນກາງພັກ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V. ກອງປະຊຸມ ໄດ້ດຳເນີນການປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໂດຍມີຜູ້ລົງສະໝັກ 10 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາຜູ້ແທນສົມບູນ 8 ສະຫາຍ ແລະ ສໍາຮອງ 2 ສະຫາຍ. ການເລືອກຕັ້ງຄັ້ງນີ້, ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຮັບຜິດຊອບ ແລະ ຄວາມຕື່ນຕົວເປັນເຈົ້າການຂອງບັນດາສະຫາຍສະມາຊິກພັກ ທີ່ໄດ້ໃຊ້ສິດຂອງຕົນເອງຢ່າງຖືກຕ້ອງ ເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 500 ກວ່າສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕໍ່ໜ້າ.

ໂອກາດດຽວກັນ, ຍັງໄດ້ປະກາດກົງຈັກການຈັດຕັ້ງຂັ້ນກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຄື: ສະຫາຍ ສົມປະສົງ ພົງປະເສີດ ເປັນຫົວໜ້າກົມຂໍ້ມູນຂ່າວສານ, ສະຫາຍ ບົວໄລ ພານຸວົງ ເປັນຫົວໜ້າກົມໂຄສະນາ, ສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ວັນຕຸລາ ຣັກນຸດ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສິມມະລີ ແກ້ວແກ່ນ ເປັນຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຫາຍ ວັນລາຕີ ຄຳວານວົງສາ ເປັນຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ແລະ ແຕ່ງຕັ້ງສະຫາຍ ຫີນເພັດ ໄຊຍະສີພັນດອນ ເປັນຮັກສາການ ບັນນາທິການໃຫຍ່ວາລະສານອາລຸນໃໝ່, ທັງປະກາດ ສະຫາຍ ນາງ ພວງມາລີ ອັກຄະມຸນຕີ ຫົວໜ້າກົມຈັກຕັ້ງ-ພະນັກງານ ພັກການຮັບອຸດໜູນບໍານານ. ພ້ອມນີ້, ຍັງໄດ້ບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນບ່າຍວັນດຽວກັນ, ຍັງໄດ້ມີພິທີເຊື່ອມຊຶມລັດຖະທຳມະນູນ ສະບັບປັບປຸງ ແລະ ເຊື່ອມຊຶມເອກະສານປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ 10 ຕື່ມອີກ.
ພາບ: ຂັນໄຊ


