ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລື່ອງ​ລາວ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ​ ຢ້ຽມ​ຢາ​ມ​ບ້ານ​ຊົນ​ນະ​ບົດ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງ​ ເມື່ອ 27 ປີ​ກ່ອນ

Aug 23, 2025

ປີນີ້ເປັນປີຄົບຮອບ 60 ປີ ແຫ່ງການສ້າງາຕັ້ງ ເຂດປົກຄອງຕົນເອງຊີ່ຈ້າງຈີນ. ກ່ອນໜ້ານີ້ 27 ປີ, ຄື ໃນມື້​ໜຶ່ງ​ຂອງຕົ້​ນ​ລະ​ດູ​ຮ້ອນ​ ປີ 1998, ​ທ່ານ ​ສີ​ຈິ້ນ​ຜິງ ຮອງ​ເລ​ຂາ​ພັກ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ ໄດ້​ເດີນ​ທາງ​ໄປ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ, ຈາກ​ສະ​ໜາມ​ບິນກົງ​ກາ​ ນະ​ຄອນ​ລາ​ຊາ ​ຮອດ​ຕາ​ແສງ​ປ່າ​ຢີ່​ ນະ​ຄອນ​ລິນ​ຈື່ ​ເຂດ​ຊີ່​ຈ້າງ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ເດີນ​ທາງ​ດ້ວ​ຍ​ຄວາມ​ລຳ​ບາກ​ເປັນ​ເວ​ລາ​ໜຶ່ງ​ມື້​ຈຶ່ງ​ໄປ​ຮອດ​ບ້ານ​ປ່າ​ຈີ ບ້ານ​ເຜົ່າ​ຕິ​ເບດ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ລິນ​ຈື່, ຕອນ​ນັ້ນ, ແຂວງ​ຟູ​ຈ້ຽນ ​ເປັນ​ແຂວງ​ທີ່​ຈັບ​ຄູ່​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ເຂດ​ລິນ​ຈື່, ສ່ວນການ​ເດີນ​ທາງ​ເທື່ອ​ນີ້​ແມ່ນ​ເພື່ອ​ສຳ​ຫຼວດ​ຊອກ​ຮູ້​ສະ​ພາບ​ຕົວ​ຈິງ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຊີ່​ຈ້​າງ​ໃນ​ປັດ​ຈຸ​ບັນ​ເປັນ​ຄື​ແນວ​ໃດ?
ທ່ານ ສີ​ຈິ້ນ​ຜິງ ຍ່າງ​ເຂົ້າໄປ​​ໃນບ້ານ​ປ່າ​ຈີ ໄດ້​ຢ້ຽມ​ຢາມເຮືອນຂອງຊື້​ເຢິນ​ຜິງ​ໂຊ້ ຊາວ​ບ້ານບ້ານ​ປ່າ​ຈີ ​ເພື່ອ​ໂອ້​ລົມ​ສົນ​ທະ​ນາ​ກັບ​ຊາວ​ບ້ານ​ທັງ​ຫຼາຍ, ເພິ່ນ​ເວົ້າ​ວ່າ: “ຫວັງ​ວ່າ​ພວກ​ສະ​ຫາຍ​ຈະ​ສືບ​ຕໍ່​ມີ​ການ​ພັດ​ທະ​ນາ.” “ວຽກ​ຂອງ​ເຂດ​ລິນ​ຈື່ ກໍ​ແມ່ນ​ວຽກ​ຂອງ​ແຂ​ວງ​ຟູ້​ຈ້ຽນ​ພວກ​ຂ້າ​ພະ​ເຈົ້າ​ເຊັ່ນ​ກັນ.”
ພາຍ​ຫຼັງ​ກັບ​ຈາກ​ຊີ່​ຈ້າງ ເມືອ​ຮອດ​ແຂວງ​ຟູ​ຈ້ຽນແລ້ວ, ທ່ານ ສີ​ຈິ້ນ​ຜິງ ຍັງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ວຽກ​ງານ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ຊີ່​ຈ້າງ. ແຕ່​ລະ​ໂຄງ​ການ, ວຽກ​ງານ​ແຕ່​ລະ​ວຽກ, ເພິ່ນ​ໄດ້​ຕິດຕາມສອບ​ຖາມ​ຢ່າງ​ລະ​ອຽດ.
ມີ​ເທື່ອ​ໜຶ່ງ, ພະ​ນັກ​ງານ​ແຂວງຟູຈ້ຽນ​ໄດ້​ຮ່າງ​ແຜນ​ການ​​ຊ່ວຍ​ເຫຼືອ​ຊີ່​ຈ້າງຫຼາຍ​ໂຄງ​ການ​ແລ້ວ​ຍື່ນ​ໃຫ້​ທ່ານ​ ສີ​ຈິ້ນ​ຜິງ ເພື່ອ​ນຳ​ໄປ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ. ເມື່ອ​ເຫັນ​ບາງ​ໂຄງ​ການ​ບໍ່​ຕິດ​ແທດ​ຕົວ​ຈິງ, ເພິ່ນ​ຈຶ່ງ​ເວົ້າ​ຢ່າງ​ເຄັ່ງຄັດ​ວ່າ: “ພວກ​ສະ​ຫາຍ​ຕ້ອງວາງ​ແຜນ​ພັດ​ທະ​ນາຫຼາຍ​ໂຄງ​ການ​ ​ເພື່ອ​ປັບ​ປຸງ​ ແລະ ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ອັນ​ອື່ນ​ບໍ່​ຕ້ອງ​ເວົ້າ​ຫຼາຍ, ​ກ່ອນ​ອື່ນ​ໝົດຂໍ​ແຕ່ບອກ​ມາ​ເບິ່ງ​ດຸວ່າ, ຈະ​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ສາ​ທາ​ລ​ະ​ນະ​ສຸກ, ເງື່ອນ​ໄຂ​ທີ່​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຄື​ແນວ​ໃດ, ຈະ​ແຍກ​ເຂດ​ລ້ຽງ​ສັດ​ກັບ​ເຂດ​ທີ່​ຢູ່​ອາ​ໄສ​ອອກ​ຈາກ​ກັນ​ຄື​ແນວ​ໃດ?…”
May be an image of 1 person and text
ທ່ານ​ ສີ​ຈິ້ນ​ຜິງ​ ມີ​ຄວາມ​ຫ່ວງ​ໃຍ​ເຖິງ​ປະ​ຊາ​ຊົນ​ເຂດ​ຊີ່​ຈ້າງ​ມາ​ໂດຍ​ຕະ​ຫຼອດ ໃນລະ​ດູ​ຮ້ອນ​ ປີ 2011, ທ່າ​ນ ສີ​ຈິ້ນ​ຜິງ ຮອ​ງ​ປະ​ທານ​ປະ​ເທດ​ຈີນ​ໃນ​ເວ​ລາ​ນັ້ນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​ປ່າ​ຈີ​ອີກ​ຄັ້ງ.
ການ​ປ່ຽນ​ແປງ​ໃນ​ໄລ​ຍະ 10 ກວ່າ​ປີ​ຜ່ານ​ມາ​ຂອງ​ບ້ານ​ແຫ່ງ​ນີ້, ທ່ານ ​ສີ​ຈິ້ນ​ຜິງ ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ, ເພິ່ນ​ຍັງ​ໄດ້​ມີ​ວິ​ໄສ​ທັດ​ຕໍ່​ເສັ້ນ​ທາງ​ການ​ສ້າງ​ຄວາມ​ຮັ່ງ​ມີສຳ​ລັບ​ຊາວ​ບ້ານ: “ເສັ້ນ​ທາງ​ການ​ສ້າງ​ຄວາມ​ຮັ່ງ​ມີ​ກໍ​ຢູ່​ໃຕ້​ຕີນ​ເຮົາ​ນັ້ນ​ເອງ ຄື ຕ້ອງ​ໃຊ້​ສະ​ໝອງ ເປັນ​ຄົນ​ສະ​ຫຼາດ. ຄົນ​ສະ​ຫຼາດ​, ຄວາມ​ຈິງ​ແລ້ວ​ກໍ​ແມ່ນ​ຕ້ອງ​ເລືອກ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໃຫ້​ຖືກ​ຕ້ອງ.” “ເຈົ້າ​ມີ ຂ້ອຍ​ມີ ທຸກ​ຄົນ​ມີ, ຮັ່ງ​ມີ​ຮ່ວມ​ກັນ​ຈຶ່ງ​ຈະ​ມີ​ຄຸນປະ​ໂຫຍດ.”
ທ້າວ ເກີ​ຊ່າງວ້າງ​ຈິວ ຜູ້​ນຳ​ໜ້າ​ສ້າງ​ຄວາມ​ຮັ່ງ​ມີ ທີ່​ເປັນ​ສະ​ມາ​ຊິກ​ພັກ​ຄອມ​ມູ​ນິດ​ຈີນ​ມາ​ໄດ້ 10 ກວ່າ​ປີ ໄດ້​ຈົດ​ຈຳ​ຄຳ​ຊີ້​ນຳ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄວ້​ໃນ​ໃຈ. ລາວ​ໄດ້​ນຳ​ໜ້າ​ເຕົ້າ​ໂຮມ​ລົດ​ຂົນ​ສົ່ງ, ລົດ​ຈົກ ຂອງ​ຊາວ​ບ້ານ​ເຂົ້າກັນ​, ຫັນ​ສະ​ພາບ​ທີ່​ຊາວ​ບ້ານ​ຕ່າງ​​ຄົນ​ຕ່າງ​ເຮັດ​ໃນ​ເມື່ອ​ກ່ອນ ​ກາຍ​ມາ​ເປັນ​ຂະ​ບວນ​ລົດ​ທີ່​ສາ​ມາດ​ຮັບ​ເໝົາ​ສຳ​ລັບ​ໂຄງ​ການ​ຕ່າງໆ​ໄດ້.
ປີ ​2014, ຕະ​ຫຼາດ​ວັດ​ສະ​ດຸ​ກໍ່​ສ້າງ​ຂະ​ໜາດ​ໃຫຍ່​ພຽງ​ແຫ່ງ​ດຽວ ​ຂອງ​ນະ​ຄອນ​ລິນ​ຈື່​ເຂດ​ຊີ່​ຈ້າງ ໄດ້​ສ້າງ​ສຳ​ເລັດ ແລະ​ ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທ​າງ​ການ​ຢູ່​ບ້ານ​ປ່າ​ຈີ, ເຊິ່ງ​ໄດ້​ກາຍ​ເປັນ “ຂຸມ​ຊັບ” ​ລວມ​ໝູ່​ຂອງ​ບ້ານ​ນີ້. ປີ 2019, ເຂດ​ນິ​ຄົມ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ທັນ​ສະ​ໄໝ​ແຫ່ງ​ໜຶ່ງ​ໄດ້​ສ້າງ​​ສຳ​ເລັດ​ຢູ່​ບ້ານ​ປ່າ​ຈີ, ກາຍ​ເປັນ​ຈຸດ​ເພີ່ມ​ລາຍ​ຮັບ​ໃໝ່​ສຳ​ລັບ​ເສດ​ຖະ​ກິດ​ລວມ​ໝູ່​ຂອງ​ບ້ານ​ດັ່ງ​ກ່າວ.
ນະ​ໂຍ​ບາຍ​ທີ່​ດີ​ຂອງ​ພັກ ​ແລະ ​ລັດ​ຖະ​ບານ​ໄດ້​ຮັບ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຢູ່​ເຂດ​ຊີ່​ຈ້າງ​ທີ່​ຕັ້ງ​ຢູ່​ເທິງພູ​ພຽງ​ແດນ​ຫິ​ມະ ຊາວ​ບ້ານ​ທັງ​ຫຼາຍ​ພາ​ກັນສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການພັດ​ທະ​ນາ​​ດ້ວຍ​ນ້ຳ​ໃຈ​ກ້າ​ບຸກ​ກ້າ​ເຮັດ, ​ອັນ​ເຮັດ​ໃຫ້​ບ້ານ​ປ່າ​ຈີ​ເກີດ​ມີ​ການ​ປ່ຽນ​ແປງ​ໃໝ່.
May be an image of mountain
ປີ 2011, ເສດ​ຖະ​ກິດ​ລວມ​ໝູ່​ຂອງ​ບ້ານ​ປ່າ​ຈີ​ເກືອບ​ບໍ່​ມີ​ເລີຍ, ການ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ຈຶ່ງ​ໄດ້​ກາຍ​ເປັນ​ຄວາມ​ປາດ​ຖະ​ໜາ​ໃຫຍ່​ທີ່​ສຸດ​ຂອງ​ຊາວ​ບ້ານ​ໃນ​ຕອນ​ນັ້ນ. ທຸກ​ມື້​ນີ້​ຫຼັງ​ຈາກເວ​ລາ​ຜ່ານ​ໄປ 10 ກວ່າ​ປີ, ​ລາຍ​ຮັບ​ລວມ​ໝູ່​ຂອງ​ບ້ານ​ປ່າ​ຈີ​ໄດ້​ຮັກ​ສາ​ຢູ່​ໃນ​ລະ​ດັບ​ຫຼາຍກວ່າ 9.000.000 ຢວນ​ເປັນ​ເວ​ລາ​ຫຼາຍ​ປີ​ຕິດ​ຕໍ່​ກັນ, ລາຍ​ຮັບ​ສະ​ເລ່ຍ​ຂອງ​ຊາວ​ບ້ານ​ບັນ​ລຸ​ເກືອບ 60.000 ຢວນ​ຕໍ່​ຄົນ​ຕໍ່​ປີ.
ເມື່ອ​ຍ່າງ​​ທຽວ​ຕາມ​ບ້ານ​ປ່າ​ຈີ ທ່ານ​ຈະ​ໄດ້​ເຫັນ​ເຮືອນ​ຊານ​ແບບ​ດັ້ງ​ເດີມ​ຂອງ​ເຜົ່າ​ຕິ​ເບດ ແລະ ເຮືອນ​ວິນ​ລາ​ແບບ​ເອີ​ຮົບ​ທີ່​ສ້າງ​ໃໝ່ ໄດ້​ສະຫຼັບ​ສັບ​ຊ້ອນ​ຢັ່ງ​ຢາຍ​ໄປ​ທົ່ວ. ຊາວ​ບ້ານ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ທີ່​ແຫ່ງ​ນີ້​ໄດ້​​ຊົມ​ໃຊ້​ຊີ​ວິດ​ດ້ວຍ​ເງື່ອ​ນ​ໄຂ​ທີ່​ດີ​ຕ່າງໆ​ເຊັ່ນ: ອັດ​ຕາ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຂອງ​ເດັກ​ໃນໄວ​ຮຽນ, ອັດ​ຕາ​ເຂົ້າ​ເຖິງ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ ແລະ ​ລະ​ບົບ​ປະ​ກັນ​ໄພ​ບຳ​ນານ​ຂັ້ນ​ພື້ນ​ຖານ ລ້ວນ​ແຕ່​ໄດ້​ບັນ​ລຸ​ເຖິງ 100%.
ເມື່ອ​ຫວນ​ຄືນ​ຫຼັງ​ໃນ​ປີ 1998, ເດີນ​ທາງ​ຈາກ​ນະ​ຄອນ​ລາ​ຊາ​ຮອດ​ນະ​ຄອນ​ລິນ​ຈື່, ທ່ານ​ສີ​ຈິ້ນ​ຜິງ​ ໄດ້​ຂີ່​ລົດ​ດົນ​ໝົດ​ມື້​ຈຶ່ງ​ຈະ​ໄປ​ຮອດ.
ມາ​ເຖິງ​ປີ 2021,​ ທ່ານ​ ສີ​ຈິ້ນ​ຜິງ​ ໄປ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ຊີ່​ຈ້າງ​ອີກ​ຄັ້ງ​ໜຶ່ງ, ​ເພິ່ນ​ໄດ້​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ຂະ​ບວນ​ຟູ​ຊິ້ງ, ​ການ​ເດີນ​ທາງ​ໃນໄລ​ຍະ​ທາງ​​ດຽວ​ກັນ ແຕ່​ໃຊ້​ເວ​ລາ​ພຽງ 3 ຊ​ົ່ວ​ໂມງ​ປາຍ​ເທົ່າ​ນັ້ນ. ​ໄລ​ຍະ​ຢູ່​ເທິງ​ລົດ​ໄຟ, ເພິ່ນ​ເວົ້າ​ດ້ວຍ​ຄວາມ​ປິ​ຕິ​ຊົມ​ຊື່ນ​ວ່າ: “ໄດ້ເຫັນ​ທິວ​ທັດ​ອັນ​ສວຍ​ສົດ​ງົດງາມ​ຕະ​ການ​ຕາ​ຂອງ​ພູ​ພຽງ​ແດນ​ຫິ​ມະ ແລະ ສະ​ພາບ​ແບບ​ຟ້າ​ໃໝ່​ທີ່ມີ​ຊີວິດ​ຊີ​ວາ, ຮູ້​ສຶກ​ດີ​ໃຈ​ຫຼາຍ!”
ບ້ານ​ກາ​ລາ​ມີ​ພົນ​ລະ​ເມືອງ​ທີ່​ດຳ​ລົງ​ຊີ​ວິດ​ເປັນ​ປະ​ຈຳ​ຢູ່​ໃນ​ບ້ານ​ພຽງ 149 ຄົນ​ເທົ່າ​ນັ້ນ, ໃນ​ໄລ​ຍະ​ລະ​ດູ​ການດອກ​ຄາຍ​ບານ​ປີ​ນີ້, ບ້ານ​ກາ​ລາ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 110.000 ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ໃຫ້​ກັບ​ທົ່ວ​ບ້ານ​ບັນ​ລຸ​ຫຼາຍກວ່າ 3.700.000 ຢວນ.
May be an image of mountain
ໃນ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຂດ​ຊີ່​ຈ້າງ​ຄັ້ງ​ນັ້ນ, ທ່ານ ​ສີ​ຈິ້ນ​ຜິງ​ ຍັງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​ກາ​ລາ​ທີ່​ຫ່າງ​ຈາກ​ບ້ານ​ປ່າ​ຈີ​ບໍ່​ໄກ​ປານ​ໃດ, ຊາວ​ບ້ານທ່ານໜຶ່ງ​ໄດ້​ບອກ​ກັບ​ທ່ານ ​ສີ​ຈິ້ນ​ຜິງ​ ​ວ່າ: “ປັດ​ຈຸ​ບັນ, ນະ​ໂຍ​ບາຍ​ຂອງ​ພັກ​ດີ​ຫຼາຍ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຂ້ອຍ​ກໍ​ນັບ​ມື້​ນັບ​ດີ​ຂຶ້ນ​ແລ້ວ.” ທ່ານ ​ສີ​ຈິ້ນ​ຜິງ ​ຮູ້​ສຶກ​ປະ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ, ເພິ່ນ​ໄດ້​ໃຫ້​ກຳ​ລັງ​ໃຈ​ແກ່​ຊາວ​ບ້ານ​ທັງ​ຫຼາຍ​ວ່າ: “​​ການ​ມີຊີ​ວິດ​ທີ່​ຢູ່​ດີ​ມີ​ສຸກ​ກໍ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ທີ່​ດີ​ຂອງ​ພັກ-ລັດ, ຍັງ​ເປັນ​ຜົນ​ທີ່​ສ້າງ​ຂຶ້ນ​ດ້ວຍ​ສອງ​ຝາ​ມື​ຢ່າງ​ດຸ​ໝັ່ນ​ ຂອງ​ພວກ​ສະ​ຫາຍ​ເອງ.”
ໃນ​ລະ​ດຸ​ຮ້ອນ​ປີ​ນີ້, ທ່ານ ສີ​ຈິ້ນ​ຜິງ ​ໄດ້​ຕອບ​ຈົດ​ໝາຍ​ຂອງ​ຊາວ​ບ້ານ​ບ້ານ​ກາ​ລາ, ເນື້ອ​ໃນ​ບາງ​ຕອນ​ຂອງ​ຈົດ​ໝາຍ​ໄດ້​ຂຽນ​ວ່າ: “ເມື່ອ​ໄດ້​ຮູ້​ວ່າ ຫຼາຍ​ປີ​ມາ​ນີ້, ທາງ​ບ້ານ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ອີກ​ແລ້ວ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ, ຂ້າ​ພະ​ເຈົ້າຮູ້ສຶກ​ດີ​ໃຈ​ນຳ​ພວກ​ສະ​ຫາຍຫຼາຍ.” ນອກ​ນີ້, ເພິ່​ນ​ຍັງ​ໄດ້​ຝາກ​ຄວາມ​ຫວັງ​ໄວ້​ນຳ​ຊາວ​ບ້ານ​ທັງ​ຫຼາຍ ​ຈົ່ງ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ມີ​ຄວາມ​ສຸກ​ໃຫ້ຫຼາຍກວ່າ​ເກົ່າ​ ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ນະ​ໂຍ​ບາຍ​ທີ່​ດີ​ຂອງ​ພັກ ​ກ່ຽວ​ກັບ​ການ​​ພັດ​ທະ​ນາ​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີນ​ ແລະ ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ປະ​ຊາ​ຊົນ.