ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລື່ອງ​ລາວ​ຂອງທ່ານ ​ສີ​ຈິ້ນ​ຜິງ ​​ກ່ຽວ​ກັບຂະ​ບວນ​ການກິ​ລາ​ທົ່ວ​ປວງ​ຊົນ

Aug 19, 2025

ລະ​ດູ​ໃບ​ໄມ້​ປົ່ງ​ປີ 1984, ເມືອງ​ເຈີ້ນ​ຕິ້ງ ​ແຂວງ​ເຫີ​ເປີຍ​ ຈີນ ​ໄດ້​ຈັດ​ງານ​ກິ​ລາ​ມວນ​ຊົນ​ທົ່ວ​ເມືອງ​ ​ຢູ່​ເດີ່ນ​ກິ​ລາ​ຂອງໂຮງ​ຮຽນ​ມັດ​ທະ​ຍົມເລກ 1 ເມືອງ​ເຈີ້ງ​ຕິ້ງ, ລາຍ​ການ​ກິ​ລາ​ຕ່າງໆ​ເຊັ່ນ: ແລ່ນ-​ລານ, ກາຍ​ຍະ​ກຳ, ​ບານ​ບ້ວງ ເປັນ​ຕົ້ນ​ ໄດ້​ດຶງ​ດູດປະ​ຊາ​ຊົນກວ່າ 1.300 ຄົນ​ເຂົ້າ​ຮ່ວມຢ່າງ​​ຄຶກ​ຄື້ນມ່ວນຊື່ນ. ຜູ້ຈັດ​ຕັ້ງ​ງານ​ກິ​ລາ​ຄັ້ງ​ນັ້ນ​ແມ່ນ​ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ພັກ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​ໃນ​ເວ​ລາ​ນັ້ນ.
ຢູ່​ເມືອງ​ເຈີ້ງ​ຕິ້ງ​ໃນ​ເວ​ລາ​ນັ້ນ, ການ​ຈັດ​ງານ​ກິ​ລາ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍ່​ຄ່ອຍ​ເຫັນ​ປານ​ໃດ. ຕອນ​ນັ້ນ, ແຫ່ງ​ຕ່າງ​ໆ​ໃນ​ທົ່ວ​ປະ​ເທດ​ຈີນ​ຕ່າງ​ກໍ​ເນັ້ນ​ໃສ່​ການ​ກໍ່​ສ້າງ​ເສດ​ຖະ​ກິດ, ຫຼາຍ​ຄົນ​ເຫັນ​ວ່າ ການ​ພັດ​ທະ​ນາ​ຂະ​ບວນ​ການ​ກິ​ລາ​ບໍ່​ມີ​ຄຸນ​ປະ​ໂຫຍດ​ປານ​ໃດ. ແຕ່​ວ່າ ຕາມ​ທ່ານ ສີ​ຈິ້ນ​ຜິງ ເຫັນ​ວ່າ: ເພື່ອເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ສຸກ, ​ການ​ພັດ​ທະ​ນາ​ຂະ​ບວນ​ການ​ກິ​ລາ​ທົ່ວ​ປວງ​ຊົນ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ. ເພິ່ນ​ກ່າວ​ວ່າ: “ກະ​ເປົາ​ເງິນ​ຂອງ​ປະ​ຊາ​ຊົນ​ຕ້ອງ​ຕື່ງ​ຂຶ້ນ, ຊີ​ວິດ​ຈິດ​ໃຈ​ກໍ​ຕ້ອງ​ອຸ​ດົມ​ສົມ​ບູນ​ຂຶ້ນ, ຮ່າງ​ກາຍ​ກໍ​ຕ້ອງ​ມີ​ສຸ​ຂະ​ພາບ​ເຂັ້​ມ​ແຂງ​ຂຶ້ນ” “ແນວ​ໃດ​ກໍ​ຕ້ອງ​ມີ​ການ​ເລີ່ມ​ຕົ້ນ, ຕອນ​ເລີ່ມ​ຕົ້ນ​ອາດ​ຈະ​ບໍ່​ສົມ​ບູນແບບ​ປານ​ໃດ ແລະ​ ບໍ່​ຈົ​ບ​ງາມ​ປານ​ໃດ, ​ເຮົາ​ຂໍ​ເລີ່ມ​ຕົ້ນ​ຂຶ້ນ​ກ່ອນ, ຕໍ່​ໄປ​ຈຶ່ງ​ຈະ​ພັດ​ທະ​ນາໄປ​ເທື່ອ​ລະ​ກ້າວ ມັນ​ກໍ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ.”
May be an image of crowd and fireworks
ທ່ານ ​ສີ​ຈິ້ນ​ຜິງ ໃສ່ໃຈຕໍ່​ການ​ພັດ​ທະ​ນາ​ວຽກ​ງານ​ກິ​ລາ​ມວນ​ຊົນ ​ດ້ວຍ​ວິ​ໄສ​ທັດ​ເບິ່ງກວ້າງເຫັນ​ໄກ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຂະ​ບວນ​ການ​ກິ​ລາ​ມວນ​ຊົນ​ເມືອງ​ເຈີ້ງ​ຕິ້ງ ​ພັດ​ທະ​ນ​າ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ. ຫຼັງ​ຈາກ​ງານ​ກິ​ລາ​ຄັ້ງ​ນັ້ນ​, ເມືອງ​ເຈີ້ງ​ຕິ້ງ ​ໄດ້​ຊຸກ​ຍູ້​ວຽກ​ງານ​ກໍ່​ສ້າງ​ສະ​ໜາມ​ກິ​ລາ,​ ໜ່ວຍ​ງານກິ​ລາ ແລະ​ອື່ນໆ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ເມືອງ​ຕາມ​ລຳ​ດັບ.
ຈົນ​ມາ​ເຖິງ​ທຸກ​ມື້​ນີ້, ເມື່ອ​ກ່າວ​ເຖິງ​ງານ​ກິ​ລາ​ທົ່ວ​ເມືອງ​ຄັ້ງ​ນັ້ນ, ພະ​ນັກ​ງານ ​ແລະ ​ປະ​ຊາ​ຊົນ​ເມືອງ​ເຈີ້ງ​ຕິ້ງ​ໃຜໆ​ກໍ​ພາ​ກັນ​ອຸ​ທານ​ຂຶ້ນ​ວ່າ: “ພາຍ​ຫຼັງ​ມາ, ເມືອງ​ເຈີ້ງ​ຕິ້ງ​ສາ​ມາດ​ຖືກ​ປະ​ກາດ​ເປັນ​ເມືອງ​ກ້າວ​ໜ້າ​ດ້ານ​ກິ​ລາ​ລະ​ດັບ​ຊາດ​ໄດ້ ​ແມ່ນ​ມີ​ສ່ວນ​​ພົວ​ພັນໂດຍ​ກົງ​ກັບ​ທ່ານ​ ສີ​ຈິ້ນ​ຜິງ​​ທີ່ຈັດ​ງານ​ກິ​ລາ​ທົ່ວ​ເມືອງ​ຄັ້ງ​ນັ້ນ​​ແມ່ນເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ຫຼາຍ” ຕາມ​ທ່ານ​ ສີ​ຈິ້ນ​ຜິງ ​ເຫັນ​ວ່າ: “ຊີ​ວິດ​ທີ່​ມີ​ຄວາມ​ສຸກ​ຄວາມ​ມ່ວນ​ຊື່ນ, ການ​ອອກ​ກຳ​ລັງ​ກາຍ​ໃຫ້​ມີ​​ສຸຂະ​ພາບ​ແຂງ​ແຮງ​ແມ່ນ​​ຄວາມ​ສຳ​ຄັນ​ທີ່​ສຸດ” ຕອນ​ເຍົາ​ໄວ, ທ່ານ​ ສີ​ຈິ້ນ​ຜິງ​ ມັກ​ເຕະ​ບານ ​ແລະ ຫຼິ້​ນ​ສະ​ເກັດເລື້ອຍໆ. ຫຼັງ​ຈາກ​ເຂົ້າ​ເຮັດ​ວຽກ​ແລ້ວ, ເພິ່ນ​ຍັງບິ​ແບ່ງ​ເວ​ລາ ​ລອຍ​ນ້ຳ, ປີນ​ພູ, ​ຮັກ​ສາ​ຄວາມ​ຊິນ​ເຄີຍ​ໃນ​ການ​ຫັດ​ກາຍ​ບໍ​ລິ​ຫານ​ເປັນ​ປະ​ຈຳ.
May be an image of crowd
ປີ 2018, ໃນ​ເວ​ລາ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​​​ເຂດ​ຊຸມ​ຊົນ​ຊ້າງ​ຫຼິວ​ເຈ່ຍ​ຢ້ວນ​ ນະ​ຄອນ​ຊິງ​ຕາວ ແຂວງ​ຊ່ານ​ຕົ່ງ, ທ່ານ ສີ​ຈິ້ນ​ຜິງ​ ໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ​ຊາວ​ເມືອງ​ທີ່​ກຳ​ລັງ​​ພັກຜ່ອນ​ຢ່ອນ​ອາ​ລົມ​ ແລະ ອອກ​ກຳ​ລັງ​ກາຍ ໂດຍ​ໄດ້​ເນັ້ນ​ໜັກ​ວ່າ: “ຕົວ​ເມືອງ​ຕ້ອງ​ສ້າງ​ສະ​ຖານ​ທີ່​ສຳ​ລັບ​ຊາວ​ເມືອງ​ໄດ້ພັກ​ຜ່ອນ​ຢ່ອນ​ອາ​ລົມ ​ແລະ ​ຫັດ​ກາຍ​ບໍ​ລິ​ຫານ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ທີ່​ສະ​ດວກ​ສະ​ບາຍ ແລະ​ ອຸ​ດົມ​ສົມ​ບູນ​ກວ່າ​ເກົ່າ.” ເພິ່ນຍັງ​ເຄີຍຍົກ​ໃຫ້​ເຫັນເປັນ​ພິ​ເສດ​ວ່າ: ​​ສຸ​ຂະ​ພາບຂອງ​ປະ​ຊາ​ຊົນ,​ຮ່າງ​ກາຍ ​ຂອງ​ປະ​ຊາ​ຊົນ ແລະ ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ແມ່ນ​ໄດ້ເຊື່ອມ​ສານ​​ເປັນ​ເອ​ກະ​ພາບ​ກັນ.
ເດືອນສິງ​ຫາ ປີ 2017, ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ ໂທ​ມັ​ສ ບາກ(Thomas Bach) ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ທ່ານ​ ສີ​ຈິ້ນ​ຜິງ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຈະ​ຖື​ເອົາ​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ຊຸກ​ຍູ້​ກິ​ລາ​ມວນ​ຊົນ ​ແລະ​ ກິ​ລາ​ແຂ່ງ​ຂັນ ​ໃຫ້​ພັດ​ທະ​ນາ​ຢ່າງຮອບ​ດ້ານ ​ແລະ​ ສົມ​ດຸນກວ່າເກົ່າ ຊຸກ​ຍູ້​ວຽກ​ງານ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ ເພື່ອ​ຍົກ​ສູງ​ລະ​ດັບ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.”
ປີ 2022, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ ງານ​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູໜາວ​​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ຖື​ວ່າ​ໄດ້​ຈັດ​ງານ​ກິ​ລາ​ລະ​ດູ​ໜາວ​ທີ່​ໃຫຍ່​ໂຕ​ມະ​ໂຫລານ ​ແລະ​ ໜ້າ​ປະ​ທັບ​ໃຈ​ຄັ້ງ​ໜຶ່ງ​ໃຫ້​ຊາວ​ໂລກ. ໃນ​ນີ້ ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ​ຄື ນຳ​ພາ​ປະ​ຊາ​ຊົນ 300.000.000 ​ຄົນ ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ​ນ້ຳ​ກ້ອນ ເຊິ່ງ​ຖືກວົງ​ການ​ກິ​ລາ​ສາ​ກົນ​ເອີ້ນ​ວ່າ “ເປັນ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ກິ​ລາ​ຫິ​ມະ​ນ້ຳ​ກ້ອນ ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດຂອງມວນ​ມະ​ນຸດ.”
May be an image of 12 people and text
ທຸກມື້ນີ້, ຢູ່​ໃນ​ທົ່ວ​ປະ​ເທດ​ຈີນ, ວຽກ​ງານ​ກິ​ລາ​ຂັ້ນ​ຮາກ​ຖານ​ພວມ​ປາ​ກົດ​ມີ​ຊີ​ວິດ​ຊີ​ວາ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ຕົວ​ຢ່າງເຊັ່ນ: ນະ​ຄອນ​ຈ່າງ​ເຈ່ຍ​ໂຂ້ວ ​ແຂວງ​ເຫີ​ເປີຍ ໄດ້​ເຜີຍ​ແຜ່​ການ​ແຂ່ງ​ຂັນ​ກິ​ລາ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຈາກ​ປະ​ຊາ​ຊົນ, ສ້າງ​ໃຫ້​ເປັນ​ສັນ​ຍາ​ລັກ​ອັນ​ໂດດ​ເດັ່ນ​ຂອງ​ນະ​ຄອນ​ຄື ຈັດການ​ແຂ່ງ​ຂັນ​ກິ​ລາແບບ​ລະ​ບົບຕໍ່ເນື່ອງຕະ​ຫຼອດ​ປີ; ຊຽງ​ໄຮ ​ອີງ​ໃສ່​ກິ​ລາ​ເປັນ​ເວ​ທີ​ເພື່ອ​ຊຸກ​ຍູ້​ວັດ​ທະ​ນະ​ທຳ, ກິ​ລາ​, ການ​ທ່ອງ​ທ່ຽວ​ ແລະ ​ການ​ຄ້າ ​ພັດ​ທະ​ນາ​ແບບ​ປະ​ສົມ​ປະ​ສານ​ກັນ. ງານ​ກິ​ລາ​ຊາວ​ເມືອງ​ທີ່​ທຸກໆ 4 ປີ ຈັດ​ຂຶ້ນ​ເທື່ອ​ໜຶ່ງ​ ໄດ້​ຖືກ​ຊາວ​ເມືອງ​ເອີ້ນ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ​ວ່າ: “ງານ​ກິ​ລາ​ໂອ​ລິມ​ປິກ​ຂອງ​ພວກ​ເຮົາ​ເອງ”; ແຂວງກວາງ​ຕຸ້ງ ​ໄດ້​ລົງ​ມື​ຈາກ​ກິດ​ຈະ​ກຳ​ຈັດ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ຮ້ອຍ​ເມືອງ, ການ​ແຂ່ງ​ຂັນ​ປິ່ງ​ປ່ອງ​ພັນ​ຕາ​ແສງ ແລະ ການ​ແຂ່ງ​ຂັນ​ບານ​ບ້ວງ​ໝື່ນ​ບ້ານ ເພື່ອ​ຊຸກ​ຍູ້​​ຂະ​ບວນ​ການ​ກິ​ລາ​ໃຫ້ເຂົ້າ​ເຖິງ​ຊົນ​ນະ​ບົດ​.
ນັບ​ມາ​ຮອດວັນ​ທີ 31 ທັນ​ວາ ​ປີ2024, ທົ່ວ​ປະ​ເທດ​ຈີນ​ມີ​ສະ​ຖານ​ທີ່​​ຫຼິ້ນ​ກິ​ລາ​ລວມ​ທັງ​ໝົດ 4.841.700 ແຫ່ງ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ກິ​ລາ​ຢູ່​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຂີ່​ລົດ​ຖີບ, ແລ່ນ​ມາ​ລາ​ທອນ ແລ​ະ​ ກິ​ລາ​ອື່ນໆ​ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ມະ​ຫາ​ຊົນ, ການ​ແຂ່ງ​ຂັນ​ບານ​ເຕະ “ຊຸບເປີລີກຊົນນະບົດ”, ​ການ​ແຂ່ງ​ຂັນບານ​ບ້ວງ “ບ້ານ​ຊົນ​ນະ​ບົດ BA”, ຊ່ວງ​ເຮືອ​ ແລະ ການ​ແຂ່ງ​ຂັນ​ກິ​ລາ​ມວນ​ຊົນ​ອື່ນໆ​ໄດ້​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ.