ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລື່ອງລາວໜ້າປະທັບໃຈຂອງທ່ານ ສີຈິ້ນຜິງ ທີ່ໃຫ້ຄວາມຮັກແພງເອົາໃຈໃສ່ຕໍ່ຄົນພິການ

Dec 4, 2025

ເລື່ອງລາວໜ້າປະທັບໃຈຂອງທ່ານ ສີຈິ້ນຜິງ ທີ່ໃຫ້ຄວາມຮັກແພງເອົາໃຈໃສ່ຕໍ່ຄົນພິການ

ຢູ່​ຈີນ​ມີ​ຄົນ​ພິ​ການ​ຫຼາຍກວ່າ 85 ລ້ານ​ຄົນ, ຄົນ​ພິ​ການ​ເປັນ​ “ກຸ່ມ​ຄົນ​ພິ​ເສດ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ”, ພາ​ລະ​ກິດ​ຄົນ​ພິ​ການ​ຖືກ​ປຽບ​ທຽບ​ເປັນ “ພາ​ລະ​ກິດ​ລະ​ດູ​ບານ​ໃໝ່”.

ບໍ່​ວ່າ​ຕອນ​ເຮັດ​ວຽກ​ຢູ່​ຂັ້ນ​ທ້ອງ​ຖິ່ນ ຫຼື ​ຢູ່​ຂັ້ນ​ສູນ​ກາງ, ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ລ້ວນ​ແຕ່​​ມີ​ຄວາມ​ຫ່ວງ​​ໃຍ​ເປັນ​ພິ​ເສດ​ຕໍ່​ກຸ່ມ​ຄົນ​ພິ​ການ ໂດຍ​ໄດ້​ສ້າງ​ຄວາມ​ຊົງ​ຈຳທີ່​ອົບ​ອຸ່ນ​ເ​​ປັນຈຳ​ນວນ​ຫຼາຍ​ໃຫ້​ກັບ​ເຂົາ​ເຈົ້າ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ ສີ​ຈິ້ນ​ຜິງ ​ເປັນ​ແກນ​ນຳ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ພາ​ລະ​ກິດ​ຄົນ​ພິ​ການ ໂດຍ​ກຸ່ມ​ຄົນ​ພິ​ການ​ມີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ສຸກ ​ແລະ ​ມີ​ຄ​ວາມ​ປອດ​ໄພເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ຕໍ່​ໄປ​ແມ່ນ​ ເລື່ອງລາວໜ້າປະທັບໃຈຂອງທ່ານ ສີຈິ້ນຜິງ ທີ່ໃຫ້ຄວາມຮັກແພງເອົາໃຈໃສ່ຕໍ່ຄົນພິການ.

1, ​ໃຫ້​ຄວາມເອົາ​ໃຈ​ໃສ່​​ຕໍ່​​ການ​ຮັບ​ປະ​ກັນ​ໃຫ້​ບໍ​ລິ​ການ​ແກ່​ນັກ​ກິ​ລາ​ຄົນ​ພິ​ການ

ວັນ​ທີ 4 ມັງ​ກອນ 2022, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ເດີນ​ທາງ​ໄປຢ້ຽມ​ຢາມ​ສຳ​ຫຼວດ​​ໂຄງ​ການ​ບ້ານ​ໂອ​ລິມ​ປິກ​ລະ​ດູ​ໜາວ​(ບ້ານ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ)​ປັກ​ກິ່ງ​, ເພິ່ນ​ໄດ້​ເຂົ້າ​ໄປ​ກວດ​ເບິ່ງ​ຢູ່​ໃນ​ຫ້ອງ​​ຕົວແບບ​ສຳ​ລັບ​ນັກ​ກິ​ລາ​​ຄົນພິ​ການ​ເປັນ​ການ​ສະ​ເພາະ ແລະ​ຍ້ອງ​ຍໍ​ຊົມ​ເຊີຍ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ຄົນ​ພິ​ການ​ຢູ່​ພາຍ​ໃນ​​ຫ້ອງ ພ້ອມ​ທັງ​ຊີ້​ນຳ​ໃຫ້​ຕ້ອງ​ສຸມ​ໃສ່ແກ້​ໄຂ​ບັນ​ຫາ​ລະ​ອຽດ​ໃຫ້​ຮອບ​ຄອບ​ເພື່ອ​ໃຫ້​ບໍ​ລິ​ການ​ທີ່​ດີ​ຕາມ​ຄວາມ​ປາ​ດຖະ​ໜາ ​ແລະ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ນັກ​ກິ​ລາ.

ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ ແລະ ​ຊຸກ​ຍູ້​ສົ່ງ​ເສີມ​ຈາກ​ທ່ານ​ ສີ​ຈິ້ນ​ຜິງ, ​ຄຳ​ຊີ້​ນຳ​ດັ່ງ​ກ່າວ​ທີ່​ສະ​ແດງ​ເຖິງນ້ຳ​ໃຈ​ພິ​ເສດ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ໃນ​ການ​ຈັດ​ວາງ​ແລະ​ການ​ບໍ​ລິ​ການ​ສຳ​ລັບ​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວປັກ​ກິ່ງ. ທ່ານ ​ແອນດ​​ຣິວ ປາ​ຣ​ເ​ຊັນ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ເປັນ​ຢ່າງ​ສູງ​ວ່າ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ງານ​ທີ່​ໜ້າ​ງຶດ​ງໍ້​ອັດ​ສະ​ຈັນ, ປອ​ດ​ໄພໄວ້​ໃຈ​ໄດ້, ໜ້າ​ຊົມ ​ແລະ​ ປະ​ທັບ​ໃຈ, ເຊິ່ງ​ໄດ້​ສ້າງ​​ແບບ​ຢ່າງມາດ​ຕະ​ຖານ​ໃຫ້​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວໃນ​ຄັ້ງ​ຕໍ່​ຕໍ່​ໄປ.

 

2,ເຮັດ​ໃຫ້​ຄວາມ​ຝັນ​ສູ້​ຊົນ​ຂອງ​ເດັກ​ຍິງ​ຫູ​ໜວກ​ປາກ​ກືກ​ແຈ້ງ​ສະ​ຫວ່າງ​ຂຶ້ນ

ຢູ່ໃນ​ຫ້ອງຮຽນຂອງໂຮງຮຽນການສຶກສາພິເສດນະຄອນຮໍຮອດເຂດປົກຄອງຕົນເອງມົງໂກໃນ, ນາງ ຫວາງຢານີ ຄູ​ສອນ​ວິ​ຊາ​​ເສີມ​ສວຍຕັດ​ຜົມ ​ກຳ​ລັງ​ບັນ​ຍາຍ​ບົດ​ຮຽນ​ໂດຍ​ຊີ້​ໃສ່​​ຂໍ້​ຄວາມ​ຢູ່​ເທິງກະ​ດານ​ດຳ, ສ່ວນບັນ​ດາ​ນັກ​ຮຽນ​ໄດ້​ຍົກ​ມື​ຕັ້ງ​ຄຳ​ຖາມ​ເປັນ​ບາງ​ຄັ້ງ​ຄາວ. ແຕ່​ວ່າ​ບັນ​ຍາ​ກາດ​ໃນ​ຫ້ອງ​ຮຽນ​ຊ້ຳ​ພັດ​ມິດ​ງຽບ​ຫຼາຍ,ເພາະ​ວ່າ​ລະ​ຫວ່າງ​ຄູ​ກັບ​ນັກ​ຮຽນ​ແມ່ນ​ສື່​ສານ​ກັນ​ດ້ວຍ​ພາ​ສາ​ມື.

ນາງ ຫວາງຢານີ ມີຄວາມຝັນຢາກເປັນຄູ​ສອນມາຕັ້ງແຕ່ຍັງນ້ອຍ, ສ່ວນ​ປັດ​ໄຈ​ທີ່​ກະ​ຕຸ້ນ​ໃຫ້​ນາງ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຕົນ​ນັ້ນ ແມ່ນການພົບປະ​ຄັ້ງ​ໜຶ່ງ​ທີ່​ເຮັດ​ໃຫ້​ນາງ​​ຫຼົງລືມ​ບໍ່​ໄດ້ໃນ​ຊີ​ວິດ ​ຄື ກ່ອນ​ບຸນກຸດຈີນປີ 2014 ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງໂຮງລ້ຽງເດັກກຳພອຍນະຄອນຮໍຮອດ ເຂດປົກຄອງຕົນເອງມົງໂກໃນ, ເພື່ອຢ້ຽມຢາມເດັກນ້ອຍທີ່ດຳລົງຊີວິດຢູ່ທີ່ແຫ່ງນີ້. ເມື່ອ​ເຫັນ​ ນາງ ຫວາງຢານີ ເດັກຍິງຫູໜວກປາກກືກ, ທ່ານ ສີຈິ້ນຜິງ ໄດ້ຮຽນພາ​ສາ​ມືນຳ​ນາງດ້ວຍ​ຄວາມຍິ້ມ​ແຍ້ມ​ແຈ່ມ​ໃສ ແລະ ຍັງໄດ້ໃຫ້ກຳລັງໃຈແກ່ນາງວ່າ: ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີໃນການຮຽນໃຫ້ໄດ້.

ນັບຕັ້ງ​ແຕ່​ນັ້ນ​ມາ, ຄຳ​ວ່າ “ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີ ໃນການຮຽນໃຫ້ໄດ້” ໄດ້​ກາຍ​ເປັນ​ຄະ​ຕິ​ເຕືອນ​ໃຈ​ຂອງ​ນາງ​ ຫວາງ​ຢາ​ນີ. ເມື່ອ​ພົບ​ພໍ້​ກັບຄວາມ​ຫຍຸ້ງ​ຍາກ​ເທື່ອ​ໃດ, ນາງ​ກໍ​ຈະ​ຄຳ​ນຶງ​ເຖິງ​ຄຳ​ເວົ້າ​ທີ່ໃຫ້ກຳ​ລັງ​ໃຈ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ອັນ​ໄດ້​ເຮັດ​ໃຫ້​ນາງ​ມີ​ຄວາມ​ເດັດ​ດ່ຽວ​ຫຼາຍ​ຂຶ້ນ​ໃນ​ການ​ມຸ່ງ​ໝັ້ນ​ເພື່ອ​ບັນ​ລຸ​ອຸ​ດົມ​ການ​ເປັນ​ຄູ​​ສອນ. ປີ 2019, ນາງ ​ຫວາງ​ຢາ​ນີ​ ໄດ້​ກາຍເປັນ​ຄູ​ສອນ ​ເຮັດ​ໃຫ້ຄວາມ​ໃຝ່​ຝັນ​ຂອງ​ນາງປາ​ກົດ​ຜົນ​ເປັນ​ຈິງ​ໃນ​ທີ່​ສຸດ.

3,ສົ່ງ​ເສີມ​ຄູ່​ຜົວ​ເມຍ​ຄົນ​ພິ​ການ​​ສ້າງຊີ​ວິດ​ທີ່​ມີ​ຄຸນ​ຄ່າ

ວັນ​ທີ​ 28 ກໍ​ລະ​ກົດ 2016, ເນື່ອງ​ໃນ​ໂອ​ກາດ​​ເຫດການ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ເກີດ​ຂຶ້ນຢູ່ນະ​ຄອນຖັງ​ຊ່ານ​ຄົບ​ຮອບ 40 ປີ, ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ເດີນ​ທາງ​ໄປ​ເຖິງ​ໂຮງພັກ​ຟື້ນ​ຂອງ​ຄົນ​ອຳ​ມະ​ພາດ​ນະ​ຄອນ​ຖັງ​ຊ່ານ​ແຂວງ​ເຫີ​ເປີຍ​ເພື່ອ​ຢ້ຽມ​ຢາມ​ຄົນ​ອຳ​ມະ​ພາດທີ່​ພັກ​ຟື້ນ​ຢູ່​ທີ່​ແຫ່ງ​ນີ້, ​ສອງ​ຜົວ​ເມຍ​ ນາງ​ ຢາງ​ຢ​ວີ້​ຟ່າງ ແລະ​ ທ່ານ​ ກ່າວ​ຈື້​ຫົງ ທີ່​ເປັນ​ອຳ​​ມະ​ພາດ​ຍ້ອນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ແຜ່ນ​ດິນ​ໄຫວ​ນັ້ນ ໄດ້​ອ່ານ​ກະ​ວີ​ບົດ​ໜຶ່ງ​ທີ່​ປະ​ດິດ​ແຕ່ງ​ໂດຍ​ຕົນ​ເອງ​​ຊື່​ວ່າ “ຮູ້​ສຶກ​ສະ​ໜິດ​ສະ​ໜົມ​ເປັນພິ​ເສດ​ທີ່​ໄດ້​ພົບ​ກັບ​ພວກ​ທ່ານ” ໃຫ້​ທ່ານ​ ສີ​ຈິ້​ນ​ຜິງ​ ຟັງ. ມື້​ນັ້ນ, ທ່ານ ​ສີ​ຈິ້ນ​ຜິງ​ ຍ່າງ​ເຂົ້າໄປ​ຫາ​ພວກ​ເຂົາ​ເຈົ້າ​ ແລະ ​ໂອ້​ລົມ​ສົນ​ທະ​ນາ​ກັນ​ແບບ​ເພື່ອນ​ມິດ​ເກົ່າ ໂດຍ​ເພິ່ນ​ໄດ້​ສອບ​ຖາມ​​ສອງ​ຜົວ​ເມຍດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ສະ​ພາບ​ການ​ຟື້ນ​ຟູ​ສຸ​ຂະ​ພາບ ​ແລະ​ຄວາມ​ຫຍຸ້ງ​ຍາກ​​ໃນ​ປັດ​ຈຸ​ບັນ​ມີຫຍັງ​ແດ່.

ທ່ານ ​ສີ​ຈິ້ນ​ຜິງ​ ເວົ້າ​ກັບ​ພວກ​ເຂົາ​ເຈົ້າ​ວ່າ:“ຄົນປົກກະຕິແມ່ນສາມາດ​​ສ້າງຊີ​ວິດ​​​ທີ່ມີ​ຄຸນ​ຄ່າໄດ້, ສ່ວນຄົນພິການກໍສາມາດ​ສ້າງ​ຊີ​ວິດ​ທີ່​ມີ​ຄຸນ​ຄ່າໄດ້ເຊັ່ນດຽວກັນ.” ຄຳ​ເວົ້າ​ຂອງ​ເພິ່ນ​ໄດ້​ເປັນ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ກັບ​ພວກ​ເຂົາ​ເຈົ້າ. ຫຼັງ​ຈາກ​ນັ້ນ​ມາ, ສອງ​ຜົວ​ເມຍ​ນີ້​ໄດ້ເລີ່ມ​ອ່ານ​ບົດ​ກະ​ວີ​ເພື່ອ​ຜູ້​ເຖົ້າ​​ຢູ່ໃນ​ໂຮງ​ລ້ຽງ​ຜູ້​ເຖົ້າ​ເພື່ອ​ຖ່າຍ​ທອດ​ພະ​ລັງ​ແຮງ​ທາງບວກ, ເຂົາ​ເຈົ້າ​ຍັງ​​ໄດ້ເຮັດ​ເຄື່ອງ​ຫັດ​ຖະ​ກຳ​ແລ້ວ​ເອົາ​ໄປ​ຂາຍ ເພື່ອ​ສະ​ສົມ​ເງິນ​ໄປ​ຊ່ວຍ​ເຫຼືອ​ນັກ​ຮຽນ​ນັກ​ສຶກ​ສາ​ຈາກ​ຄອບ​ຄົວ​ທຸກ​ຍາກ, ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ກຳ​ລັງ​ນຳ​ໜ້າ​ໃນ​ການ​ສ້າງຊີ​ວິດ​ທີ່​ມີ​ຄຸນ​ຄ່າ.

​4,ຍ້ອງ​ຍໍ​ຊົມ​ເຊີຍ​ຄົນ​ພິ​ການ​ທີ່​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ກັນ

ເດືອນ​ເມ​ສາ ​ປີ 2018, ທ່ານ ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​​ເຂດ​ຊຸມ​ຊົນ​ຊິງ​ເຫີ​ຈູ່ເມືອງ​ຊິງ​ຊ່ານ​ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍ, ເມື່ອ​ແນມ​ເຫັນ​ນາງ ຕູ້​ເສີງເສີງ ທີ່​ນັ່ງ​ຢູ່ລໍ້​ຍູ້, ເພິ່ນ​ຟ້າວ​ຍ່າງ​ເຂົ້າ​ໄປ​ຫາ​ໂດຍ​ກົ້ມ​ລົງ ​ເດ່​ມື​ທັງ​ສອງ​ເບື້ອງໄປ​ຈັບ​ມື​​ຂອງນາງ​ຢ່າງ​ແໜ້ນໆ. ເພິ່ນ​ແນມ​ເບິ່ງ​ນາງ​ດ້ວຍ​ຄວາມ​ເມດ​ຕາ, ຮັບຟັງ​ນາງ​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ຕົນ​ເອງ​ໄດ້​ດຳ​ເນີນ​ວຽກ​ງານ​ໃຫ້​ບໍ​ລິ​ການ​ບັນ​ຍາຍ​ຮູບ​ເງົາ​ແກ່​ຄົນ​ຕາ​ບອດ​ຄື​ແນວ​ໃດ, ເພິ່ນ​​ໄດ້​ຍ້ອງ​ຍໍ​ວ່າ: ນີ້​ເປັນ​ວຽກ​ໜຶ່ງ​ທີ່​ມີ​ຄຸນ​ປະ​ໂຫຍດ​ຫຼາຍ.

​ເວ​ລາ​ກ່າວ​ຄຳອຳ​ລາ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ເວົ້າ​ກັບ​ນາງ ​ຕູ້​ເສີງ​ເສີງວ່າ “ຂອບ​ໃຈ​ສະ​ຫາຍ”, ສິ່ງ​ນີ້​​ໄດ້ເຮັດ​ໃຫ້​ນາງ​ຕື້ນ​ຕັນ​ໃຈ​ຫຼາຍ​ຈົນ​ນ້ຳ​ຕາ​ຊຶມ​ອອກ. ນາງ​ບອກ​ໃຫ້​ຮູ້​ໂດຍ​ບໍ່​ປິດ​ບັງ​ວ່າ ຕົນ​​ເອງເຄີຍ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຫຼວງ​ຫຼາຍ​ໃນ​ເວ​ລາ​ເຮັດ​ວຽກ, ແຕ່​ວ່າ ຄຳ​ເວົ້າ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ​ ທີ່​ວ່າ  “ຂອບໃຈສະຫາຍ” ໄດ້​ເພີ່ມ​ກຳ​ລັງ​ແຮງ​ໃຈ​ໃຫ້​​ແກ່ນາງ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ເດັດ​ດ່ຽວ. ປີ 2020, ພະ​ຍາດ​ໂຄວິດ-19 ແພ່ລະ​ບາດ​ຢ່າງ​ຮຸນ​ແຮງຢູ່​ນະ​ຄອນ​ອູ​ຮັ້ນ, ນາງ​ ຕູ້​ເສີງ​ເສີງ​ ເປັນ​ຄົນ​ອູ​ຮັ້ນ, ນອກ​ຈາກ​ເຮັດ​ວຽກ​ຕາມ​ໜ້າ​ທີ່​ຕຳ​ແໜ່ງ​ຂອງ​ຕົນ​ແລ້ວ, ນາງ​ຍັງໃຫ້​ບໍ​ລິ​ການ​ດ້ານ​ຈິດ​ຕະ​ສາດ​ຜ່ານ​ທາງ​ອອນ​ລາຍ​ແກ່​ເພື່ອນ​ມິດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ໃນ​ນາມ​ອາ​ສາ​ສະ​ໝັກ​ຕື່ມ​ອີກ. ນາງ​ຫວັງ​ຢາກ​ໝູນ​ໃຊ້​ປະ​ສົບ​ການ​ຂອງ​ຕົນ​ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ຜູ້​ຄົນ​ຫຼາຍກວ່າ​ເກົ່​າ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ເງົາ​ມືດ​ ແລະ​ ຮັບ​ຕ້ອນ​ແສງ​ສະ​ຫວ່າງ.