ເວທີນັກການທູດໜຸ່ມ ແລະ ສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2025 ຈັດຂຶ້ນຢູ່ ນວ

ກອງປະຊຸມເວທີນັກການທູດໜຸ່ມ ແລະ ກິດຈະກຳສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 20 ມີນາ 2025 ຢູ່ນະຄອນຫລວງວຽງຈັນ(ນວ) ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປປ ລາວ ແລະ ທ່ານ ຕູ ຊາງຊິນ ຫົວໜ້າພະແນກການເມືອງ, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກສະຖານທູດ ສປ ຈີນ ປະຈຳລາວ, ບັນດາປະເທດສະມາຊິກແມ່ນ້ຳຂອງ (ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ບັນດາກະຊວງຂະແໜງການຈາກສູນກາງ ແລະ ບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ຈຸດປະສົງເພື່ອສ້າງເວທີໃຫ້ນັກການທູດໜຸ່ມ ຈາກບັນດາປະເທດສະມາຊິກແມ່ນ້ຳຂອງໄດ້ມາແລກປ່ຽນຄວາມຄິດເຫັນ ແລະ ບົດຮຽນກ່ຽວກັບການພົວພັນສາກົນ, ນະໂຍບາຍການທູດ ລວມທັງສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນຕ່າງໆ ຮ່ວມກັນ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນ ແລະ ປະສົບການ ໃນຫົວຂໍ້ “ບົດບາດຂອງນັກການທູດໜຸ່ມໃນອະນາຄົດ” ໂດຍ ທ່ານ ຢົງ ຈັນທະລັງສີ ຜູ້ຕາງໜ້າ ສປປ ລາວ ປະຈໍາ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (AICHR), ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຝຣັ່ງ, ສະເປນ, ປອກຕຸຍການ, ສະວິດເຊີແລນ ແລະ ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ເຈນີວາ ແລະ ທ່ານ ບຸນທະວີ ສີສຸພັນທອງ ປະທານສະພາມະຫາວິທະຍາໄລສຸພານຸວົງ, ອະດີດຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.
ນັບແຕ່ປີ 2017 ເປັນຕົ້ນມາ, ໃນວັນທີ 23 ມີນາ ຂອງທຸກໆປີ, ບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ໄດ້ພ້ອມກັນຈັດກິດຈະກໍາສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອເປັນການສະເຫລີມ ສະຫລອງການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນປີ 2025 ນີ້, ສປປ ລາວ ກໍໄດ້ຈັດ 3 ກິດ ຈະກຳຄື: ເຜີຍແຜ່ບົດຄວາມ ໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຊົມເຊີຍ ແລະ ອວຍພອນຕໍ່ການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບ ຮອບ 9 ປີ. ພ້ອມກັນນັ້ນ, ກໍໄດ້ຖືເອົາກອງປະຊຸມນັກການທູດໜຸ່ມ ເຂົ້າເປັນໜຶ່ງໃນກິດຈະກໍາສະເຫລີມສະຫລອງວັນດັ່ງກ່າວ ແລະ ໄດ້ຈັດງານວາງສະແດງຮູບພາບ ກ່ຽວກັບ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢູ່ດ້ານໜ້າຫ້ອງປະຊຸມ ເພື່ອໃຫ້ບັນດາແຂກຜູ້ເຂົ້າຮ່ວມໄດ້ຢ້ຽມຊົມ.
ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນໂອກາດກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະລືກ ໃນວັນທີ 23 ມີນາ 2016 ທີ່ ເມືອງຊານຢ່າ ແຂວງໄຮໜານ ສປ ຈີນ, ປະກອບມີປະເທດສະມາຊິກທັງໝົດ 6 ປະເທດ: ກໍາປູເຈຍ, ສປ ຈີນ, ສປປ ລາວ, ສສ ມຽນມາ, ໄທ ແລະ ສສ ຫວຽດນາມ. ຈຸດປະສົງຂອງການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ ເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງຂອງບັນດາປະເທດໃນອະນຸພາກພື້ນ ບົນພື້ນຖານ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ ແລະ ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ ລົງເລິກ 5 ຂົງເຂດບຸລິມະສິດຄື: ການເຊື່ອມຈອດ, ຄວາມອາດສາມາດດ້ານການຜະລິດອຸດສາຫະກໍາ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ.
ຂ່າວ: ກະຊວງການຕ່າງປະເທດ
ພາບ: ອ່າຍຄໍາ




