ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເວທີປາໄສລະດັບສູງກ່ຽວກັບການເຊື່ອມໂຍງຕ່ອງໂສ້ການສະໜອງອາຊຽນ: ບັນຫາສຳຄັນ ແລະ ສິ່ງທ້າທາຍ

Sep 17, 2024

ເວທີປາໄສລະດັບສູງກ່ຽວກັບການເຊື່ອມໂຍງຕ່ອງໂສ້ການສະ ໜອງອາຊຽນ: ບັນຫາສຳຄັນ ແລະ ສິ່ງທ້າທາຍ ຈັດຂຶ້ນໃນຕອນ ບ່າຍວັນທີ 16 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນ ຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີ ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ. ທ່ານ Tetsuya Watanabe ປະທານສະຖາບັນຄົ້ນຄວ້າເສດຖະກິດຂອງອາ ຊຽນ ແລະ ອາຊີ (ERIA), ພ້ອມດ້ວຍ ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົາຮ່ວມ.
ໃນໂອກາດກ່າວຕ້ອນຮັບຜູ້ແທນກອງປະຊຸມຄັ້ງນີ້, ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ເວທີປາໄສລະດັບສູງຂອງອາຊຽນຄັ້ງນີ້ ຖືເປັນເຫດການທີ່ສຳຄັນໃນປະຕິທິນຂອງປີນີ້ ເພາະຜູ້ແທນກອງປະຊຸມຈະໄດ້ຮັບຟັງຄວາມຄິດຄວາມເຫັນຈາກບັນດາວິທະ ຍາກອນທີ່ມີຄວາມຮູ້ ແລະ ປະສົບການສູງໃນຫລາຍຫົວຂໍ້ທີ່ມີ
ຄວາມສໍາຄັນສໍາລັບ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ.
ອາຊຽນ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອບັນລຸວິໄສທັດຕະຫຼາດໜຶ່ງດຽວ ແລະ ຖານການຜະລິດໂດຍການປະຕິບັດຫຼາຍຂໍ້ລິເລີ່ມໃນການເຊື່ອມໂຍງ. ໃນໄລຍະຜ່ານມາ ເຖີງວ່າອາ ຊຽນ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແຕ່ເມື່ອເບິ່ງໄປໃນຕໍ່ໜ້າເຖີງຄວາມທ້າທາຍຂອງການເຊື່ອມໂຍງຕ່ອງໂສ້ການສະໜອງຈາກບັນຫາທາງດ້ານພູມສາດ, ເຕັກໂນໂລ ຊີດິຈິຕອນ ແລະຄວາມຍືນຍົງ. ການເຊື່ອມໂຍງ ແມ່ນມີຄວາມສໍາຄັນຫຼາຍກ່ວາເກົ່າ ໂດຍສະເພາະແມ່ນໃນອາຊຽນທີ່ຕ້ອງໄດ້ເອົາໃຈ ໃສ່ຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ມີຄວາມຍືນຍົງເພື່ອຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັດແຄບຊ່ອງວ່າງຂອງການພັດທະນາ.
ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ບາງຂົງເຂດທີ່ຈະເຮັດໃຫ້ພາກພື້ນອາຊຽນມີການເຊື່ອມໂຍງກັນຫຼາຍຂຶ້ນ ແລະ ເປັນການດຶງດູດນັກລົງທຶນ ລວມມີ: (1) ຊຸກຍູ້ການເຊື່ອມໂຍງດ້ານດິຈິຕອນໂດຍເສລີຂອງຂໍ້ມູນ, (2) ການອຳນວຍຄວາມສະ ດວກໃຫ້ແກ່ການເຄື່ອນໄຫວດ້ານດີຈີຕອນ, (3) ການປະສານສົມທົບນະໂຍບາຍຂອງອາຊຽນໃນຂະແໜງການທີ່ພົ້ນເດັ່ນ ເຊັ່ນ: ໄຟຟ້າ, ຍານພາຫະນະ, semiconductors ແລະ ການບໍລິການດິຈິຕອນ, (4) ການພັດທະນາກົນໄກຂອງສະຖາບັນເພື່ອຫຼຸດຜ່ອນການຂັດຂວາງລະບົບຕ່ອງໂສ້ການສະຫນອງໃນໄລຍະສຸກເສີນດ້ານສຸຂະພາບທົ່ວໂລກ ແລະອື່ນໆ.
ທ່ານກ່າວຢໍ້າວ່າ: ປີນີ້, ສປປ ລາວ ດຳລົງຕຳແໜ່ງປະທານອາ ຊຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ”, ໂດຍສອດຄ່ອງກັບຫົວຂໍ້ນີ້, ກະຊວງອຸດສາ ຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ສົມທົບກັບ ERIA ຈັດເວທີປາໄສລະດັບສູງກ່ຽວກັບການເຊື່ອມໂຍງຕ່ອງໂສ້ການສະ ໜອງອາຊຽນ: ບັນຫາສຳຄັນ ແລະ ສິ່ງທ້າທາຍ” ໂດຍໄດ້ເຊີນເອົາບັນດາລັດຖະມົນຕີ, ເຈົ້າໜ້າທີ່ ແລະ ນັກຊ່ຽວ ຊານຈາກລັດຖະ ບານ, ບັນດາອົງການຈັດຕັ້ງສາກົນ ແລະ ພາກເອກະຊົນໃນພາກ ພື້ນອາຊຽນ ເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາທີ່ພວມຜັນແປ ແລະ ສິ່ງທ້າທາຍຕໍ່ການເຊື່ອມໂຍງຕ່ອງໂສ້ການສະ ໜອງຂອງອາຊຽນ.