ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເວທີເສວະນາ ພາຍໃຕ້ຫົວຂໍ້ ການນຳໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ອອນລາຍ ສຳລັບສື່ມວນຊົນລາວ.

Aug 2, 2024

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຈັດເວທີເສວະນາພາຍໃຕ້ຫົວຂໍ້ ການນຳໃຊ້ປັນຍາປະດິດແລະສິ່ງທ້າທາຍຂອງສື່ອອນລາຍສຳລັບສື່ມວນຊົນລາວ ໃນວັນທີ 2 ສິງຫາ 2024 ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ, ມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ. ບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມດ້ວຍແຂກຮັບເຊີນ ແລະ ສື່ມວນຊົນລາວໃນທົ່ວປະເທດເຂົ້າຮ່ວມ 200 ກ່ວາຄົນ.
ເວທີປຶກສາຫາລືຄັ້ງນີ້ ຈັດຂຶ້ນໃນໂອກາດຕ້ອນວັນສື່ມວນຊົນ ແລະ ການພິມຈຳຫນ່າຍລາວ ວັນທີ 13 ສິງຫາ ຄົບຮອບ 74 ປີ. ຈຸດປະສົງຫລັກເພື່ອສ້າງໂອກາດ ແລະ ເງື່ອນໄຂໃຫ້ສື່ມວນຊົນລາວ ໄດ້ຮຽນຮູ້ ແລະ ເຂົ້າໃຈການປ່ຽນແປງຂອງເຕັກໂນໂລຊີ, ກາລະໂອກາດ ແລະ ສິ່ງທ້າທາຍຂອງສື່ມວນຊົນໃນໄລຍະໃຫມ່ ຄຽງຄູ່ກັບການຮຽນຮູ້, ການຫມູນໃຊ້ເຕັກໂນໂລຊີໃຫມ່ ໂດຍສະເພາະ ການນຳໃຊ້ປັນຍາປະດິດ ຫລື AI ຊ່ວຍໃນການຫລຸດຜ່ອນເວລາ ແລະ ຂັ້ນຕອນຕ່າງໆ ເຂົ້າໃນວຽກງານຂອງສື່ມວນຊົນ. ການນຳໃຊ້ AI ແມ່ນແນໃສ່ສ້າງເງື່ອນໄຂໃຫ້ຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານ ໄດ້ຮັບຂໍ້ມູນຂ່າວສານຢ່າງວ່ອງໄວ, ມີເນື້ອໃນສົມບູນ, ຖືກຕ້ອງ ແລະ ສາມາດດຶງດູດຄວາມສົນໃຈຈາກຜູ້ບໍລິໂພກຂໍ້ມູນຂ່າວສານ ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ, ເຫັນໄດ້ສະພາບຄວາມເປັນຈິງ ແລະ ຄວາມຕ້ອງການຂອງສັງຄົມ.
ນອກຈາກນີ້ ຜູ້ເຂົ້າຮ່ວມເສວະນາ ຍັງໄດ້ຮູ້ການຫັນເປັນດີຈີຕອນຂອງສື່ມວນຊົນ, ການນຳໃຊ້ສື່ອອນລາຍ ແລະ ການຕອບໂຕ້ຂ່າວປອມຈາກຜູ້ທີ່ມີຄວາມຮູ້ ແລະ ປະສົບການຈາກພາກລັດ ແລະ ເອກະຊົນ, ລວມເຖີງຮັບຟັງບົດຮຽນ ແລະ ບົດບາດຂອງສື່ມວນຊົນກ່ຽວກັບການຊຸກຍູ້ ແລະ ສົ່ງເສີມການພັດທະນາປະເທດຊາດຕາມທິດສີຂຽວ ແລະ ຍືນຍົງ.