ເມື່ອບໍ່ດົນມານີ້, ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍງານການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ການສະເໜີຂໍການຟື້ນຟູສຸກເສີນ ໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະທ້າຍເດືອນກໍລະກົດ ເຖີງ ເດືອນສິງຫາ 2024 ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ທັງໝົດ 16 ແຂວງ ແລະ ນະຄອນຫລວງວຽງຈັນ ຄື: ນະຄອນຫລວງວຽງ ຈັນ, ບໍລິຄຳໄຊ, ວຽງຈັນ, ຄຳມ່ວນ, ອຸດົມໄຊ, ຫລວງນໍ້ທາ, ບໍ່ ແກ້ວ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ສາລະວັນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ໄຊສົມບູນ.
ສົ່ງຜົນກະທົບໂດຍກົງຕໍ່ລະບົບພື້ນຖານໂຄງລ່າງໄດ້ຮັບຜົນ ເສຍຫາຍ 89 ເມືອງ, 1,167 ບ້ານ, 54,314 ຄອບຄົວ, 255,933 ຄົນ, ຍິງ 177,259 ຄົນ ແລະ ເສຍຊີວິດ 13 ຄົນ. ຄິດເປັນມູນຄ່າເສຍຫາຍທັງໝົດ 6,715,150,562,455 ກີບ.




