ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສຍຊີວິດ 17 ຄົນ ຈາກອຸບັດຕິເຫດໃນໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ສາກົນ 2025

Jan 4, 2025

ພັອ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 3 ມັງກອນ 2025 ວ່າ: ທົ່ວປະ ເທດ ມີອຸບັດຕິເຫດເກີດຂຶ້ນ 170 ຄັ້ງ ເພີ່ມຂຶ້ນ 22 ຄັ້ງ, ພາຫະນະເປ່ເພ 314 ຄັນ ເພີ່ມຂຶ້ນ 45 ຄັນ, ມີຄົນໄດ້ຮັບບາດເຈັບ 279 ຄົນ ເພີ່ມຂຶ້ນ 52 ຄົນ, ມີຜູ້ເສຍຊີວິດ 17 ຄົນ ຫຼຸດລົງ 4 ຄົນ.
ແຂວງທີ່ມີເກີດອຸບັດຕິເຫດຫຼາຍແມ່ນ ແຂວງຈໍາປາສັກ ເກີດຂຶ້ນ 23 ຄັ້ງ, ນະ ຄອນຫຼວງວຽງຈັນ ເກີດຂຶ້ນ 20 ຄັ້ງ, ແຂວງວຽງຈັນ ເກີດຂຶ້ນ 19 ຄັ້ງ, ແຂວງບໍລິຄໍາໄຊ ເກີດຂຶ້ນ 14 ຄັ້ງ ແລະ ແຂວງຫຼວງພະບາງ 11 ຄັ້ງ.
ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍແມ່ນ ແຂວງສະຫວັນນະເຂດ ເສຍຊີວິດ 4 ຄົນ, ແຂວງບໍ່ແກ້ວ 4 ຄົນ, ແຂວງວຽງຈັນ 3 ຄົນ, ຈໍາປາສັກ 2 ຄົນ ແລະ ໄຊຍະບູລີ 2 ຄົນ. ສ່ວນນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ.