ຕາມຂ່າວຈາກເວັບໄຊກະຊວງໂຄສະນາມຽນມາ: ນັບມາຮອດວັນທີ 13 ກັນຍານີ້, ໄພນ້ຳຖ້ວມທີ່ເກີດຂຶ້ນຍ້ອນຝົນຕົກໜັກ ໄດ້ເຮັດໃຫ້ມີປະຊາຊົນເສຍຊີວິດ 33 ຄົນ.
ທົ່ວປະເທດມຽນມາ, ລວມມີຕາແສງ 34 ແຫ່ງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ພາກສ່ວນທີ່ກ່ຽວຂ້ອງໄດ້ຍົກຍ້າຍປະຊາຊົນ 236.700 ຄົນໃນ 6 ໝື່ນຄອບຄົວ, ອອກໄປຢູ່ບ່ອນພັກພາອາໄສຊົ່ວຄາວທີ່ຈັດວາງໄວ້ຢູ່ 187 ແຫ່ງສຳລັບປະຊາຊົນຜູ້ປະສົບໄພ. ໃນຂອບເຂດທົ່ວປະເທດມຽນມາ ລວມທັງນະຄອນຫຼວງເນປີດໍ, ໄດ້ມີປະຊາຊົນເສຍຊີວິດແລ້ວ 33 ຄົນຈາກໄພນ້ຳຖ້ວມໃນຄັ້ງນີ້.
ໄລຍະມໍ່ໆມານີ້, ຍ້ອນໄດ້ຮັບຜົນກະທົບຈາກລົມພາຍຸຢະກິ, ຫຼາຍແຫ່ງຂອງມຽນມາຝົນຕົກໜັກແລ້ວພາໃຫ້ເກີດໄພນ້ຳຖ້ວມ, ໃນນັ້ນ, ຢູ່ເຂດພາກກາງແມ່ນໜັກໜ່ວງກວ່າໝູ່.



