ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດຂອງມືອງມຸນລະປະໂມກ ຂະຫຍາຍຕົວ ສະເລ່ຍ 6,3% ຕໍ່ປີ

Jan 31, 2025

ທ່ານ ວັນນະສັກ ຊາດຕະກູນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງມຸນແລະປາໂມກ ແຂວງຈໍາປາສັກ ໃຫ້ຮູ້ໃນໂອກາດລາຍງານຢູ່ກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງມູນລະປະໂມກ ຈັດຂຶ້ນໃນວັນທີ 30-31 ມັງກອນ2025ວ່າ: ໃນໄລຍະ 5 ປີທີ່ຜ່ານມາ (2019 – 2024 ) ເສດຖະກິດຂອງເມືອງມູນລະປະໂມກ ສືບຕໍ່ຂະຫຍາຍຕົວ ສະເລ່ຍ 6,3% ຕໍ່ປີ (ແຜນ 7,7% ຕໍ່ປີ), ລວມຍອດຜະລິດຕະພັນພາຍໃນ5ປີບັນລຸໄດ້ 4.751ຕື້ກີບ ,ທຽບໃສ່ລື່ນແຜນ 60 % (ແຜນ2.969ຕື້ກີບ), ສະເລຍຫົວຄົນໜຶ່ງໄດ້ 21.461,637 ກີບ, ເທົ່າກັບ1.073 ໂດ ລາ (ແຜນ15.753,878 ກີບ.
ສໍາລັບການພັດທະນາໂຂງເຂດເສດຖະກິດມີການຂະຫຍາຍຕົວດ້ານກະສີກຳ-ປ່າໄມ້ການຜະລິດເຂົ້າປະຕິບັດໄດ້228.820ໂຕນທຽບໃສ່ແຜນປະຕິບັດໄດ້ 99% (ແຜນ 230.614 ໂຕນ); ສະເລ່ຍເຂົ້າເປືອກໃສ່ປະຊາກອນໄດ້ຮັບ 1.096 ກິໂລກຼາມຕໍ່ຄົນຕໍ່ປີ; ມີເຂົ້າເຫຼືອກິນ 132.550 ໂຕນ, ປູກພືດລະດູແລ້ງ ແລະ ລະດູຝົນ ປະຕິບັດໄດ້ 142.600,44 ໂຕນ.
ສໍາລັບຈັດ ເກັບລາຍຮັບເຂົ້າງົບປະມານໄດ້ 65,99 ຕື້ກີບ ລື່ນແຜນການທີ່ວາງໄວ້ 17,44% (ແຜນ 56,19 ຕື້ກີບ) ໃນນັ້ນ: ແຂວງດຸ່ນດ່ຽງ 36,42 ຕື້ກີບ; ເມືອງຫາເອງ 29,57 ຕື້ກີບ (ແຜນ 19,77 ຕື້ກີບ) ທຽບໃສ່ແຜນລື່ນ 49,57%;ໃນນັ້ນ: ຮັບຈາກສ່ວຍສາ 19,98 ຕື້ກີບ ຮັບຈາກຊັບສິນ 9,59 ຕື້ກີບ; ເກີນແຜນ 9,8 ຕື້ກີບ ດຸ່ນດ່ຽງໃຫ້ແຂວງ; ປະຕິບັດລາຍຈ່າຍ ໄດ້ 57,43 ຕື້ກີບ, ລື່ນແຜນການ 3% ແລະ ອື່ນໆ.
Cr: ເກດສະໜາ