ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດຂອງເມືອງງອຍ ໄດ້ຮັບການຂະຫຍາຍຕົວໃນລະດົບ 4.2% ຕໍ່ປີ

Jan 17, 2025

ເສດຖະກິດຂອງເມືອງງອຍ ໄດ້ຮັບການຂະຫຍາຍຕົວໃນລະດົບ 4.2% ຕໍ່ປີ
ໃນໂອກາດມີຄຳເຫັນລາຍງານ ການປະຕິບັດ ແຜນການພັດ ທະນາເສດຖະກິດ – ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງງອຍ ແຂວງຫຼວງພະບາງ ຄັ້ງທີ່ XII ສະຫາຍ ສອນເພັດ ທະສີນິພອນ ກຳມະການພັກເມືອງ ຮອງເຈົ້າເມືອງໆງອຍ ໄດ້ໃຫ້ຮູ້ວ່າ: ເຖີງວ່າພົບຄວາມຫຍຸ້ງຍາກ ແລະສີ່ງທ້າທາຍຫຼາຍດ້ານ ແຕ່ດ້ວຍຄວາມເອົາໃຈໃສ່ຂອງຄະນະພັກ, ອົງການປົກ ຄອງແຕ່ລະຂັ້ນ ໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດບັນດາຄາດ ໝາຍ, ວຽກງານຈຸດສຸມ ແລະແກ້ໄຂຂໍ້ຄົງຄ້າງ ເຮັດໃຫ້ເມືອງງອຍ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນ ເສດຖະກິດ ມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນືອງ ເຊິີ່ງໄດ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະມີຄວາມໝັ້ນທ່ຽງ, ສະເລ່ຍອັດຕາການຂະຫຍາຍຕົວຕົວຢູ່ໃນລະດັບ 4.2%, ລວມຍອດມູນຄ່າຜະລິດຕະພັນພາຍໃນ ບັນລຸຫຼາຍກວ່າ 643 ຕື້ກີບ ທຽບໃສ່ແຜນ 5 ປີ ເກີນ 43%; ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 21 ລ້ານ 7 ແສນກວ່າກີບ ຫຼື ເທົ່າກັບ 1.054 ໂດລາຕໍ່ຄົນ ຕໍ່ປີ (ອັດຕາແລກປ່ຽນ 1 ໂດລາ ເທົ່າກັບ 20.670 ກີບ) ໃນນັ້ນ ກະສິກຳ-ປ່າໄມ້ ກວມ 61%, ການບໍລິການ ກວມ 30%, ອຸດສາຫະກຳ-ຫັດຖະກໍາ ກວມ 9%.
ສາມາດຜະລິດເຂົ້າໄດ້ຫຼາຍກວ່າ 12.889 ໂຕ່ນ, ສະເລ່ຍໃສ່ປະຊາກອນໄດ້ 436 ກິໂລ ຕໍ່ຄົນ ຕໍ່ປິ ສາມາດກຸ້ມກິນພາຍໃນເມືອງ ໃນນີ້: ເຂົ້ານາປີ ໃນເນື້ອທີ່ຫຼາຍກວ່າ 1.021 ເຮັກຕາ, ຜົນຜະລິດໄດ້ຫຼາຍກວ່າ 4.084 ໂຕ່ນ ສະເລ່ຍສະມັດຕະພາບ 4 ໂຕ່ນຕໍ່ເຮັກຕາ ທຽບໃສ່ແຜນ ປະຕິບັດເກີນແຜນຫຼາຍກວ່າ 156 ໂຕ່ນ, ເຂົ້ານາແຊງ ໃນເນື້ອທີ່ 73 ເຮັກຕ່າເຄີ່ງ, ຜົນຜະລິດໄດ້ຫຼາຍກວ່າ 330 ໂຕ່ນ ສະເລ່ຍສະມັດຕະພາບ 4 ໂຕ່ນເຄີ່ງ ຕໍ່ເຮັກຕ່າ ທຽບໃສ່ແຜນ ປະຕິບັດໄດ້ 37% ຍ້ອນເນື້ອທີ່ນາຈໍານວນໜຶ່ງຖືກເຊາະເຈືອນ, ນໍ້າບົກແຫ້ງ, ການປູກພືດຜັກປະເພດຕ່າງໆ ຜົນຜະລິດໄດ້ 24.000 ໂຕ່ນ ໃນເນື້ອທີ່ 300 ເຮັກຕາ, ສະມັດຕະພາບ 8 ໂຕ່ນຕໍ່ເຮັກຕາ, ປະຕິບັດເກີນແຜນ 50 ເຮັກ ຕາ, ການປູກພຶດອຸດສາຫະກໍາເປັນສີນຄ້າ ໃນເນື້ອທີ່ຫຼາຍກວ່າ 935 ເຮັກຕາ, ຜົນຜະລິດໄດ້ຫຼາຍກວ່າ 6.400 ໂຕ່ນ
ເດັ່ນກວ່າໝູ່ແມ່ນປູກສາລີຫວານ-ສາລີແຂງ ທຽບແຜນ ປະຕິ ບັດເກີນຫຼາຍກວ່າ 168 ເຮັກຕາ; ປະເພດເຄື່ອງປ່າ, ໝາກຂ່າ, ໝາກແໜ່ງ, ແຂມ ໃນເນື້ອທີ່ 1.495 ເຮັກຕາກວ່າ, ຜົນຜະ ລິດໄດ້ 4.460 ກວ່າໂຕ່ນ, ເດັ່ນກວ່າໝູ່ແມ່ນປູກແຂມ ເນື້ອທີ່ 308 ເຮັກຕາ, ຜົນຜະລິດ 1.386 ໂຕ່ນ.
ການປູກໄມ້ໃຫ້ໝາກ ໄດ້ເອົາໃຈໃສ່ຊຸກຍູ້ ແລະສົ່ງເສີມໃຫ້ປະຊາ ຊົນປູກໄມ້ໃຫ້ໝາກ ໃນເນື້ອທີ່ 148 ເຮັກຕາເຄີ່ງ, ຜົນຜະລິດຫຼາຍກວ່າ 1.479 ໂຕ່ນ, ເດັ່ນກວ່າໝູ່ແມ່ນປູກໝາກກ້ຽງ ເນື້ອທີ່ຫຼາຍກວ່າ 97 ເຮັກຕາ, ຜົນຜະລິດໄດ້ຫຼາຍກວ່າ 875 ໂຕ່ນ, ໄດ້ເອົາໃຈໃສ່ສົ່ງເສີມປະຊາ ຊົນລ້ຽງສັດ ແບບນໍາໃຊ້ເຕັກນິກວິຊາ ການ ແລະຫັນມາລ້ຽງແບບເປັນລ໊ອກ, ເປັນຟາມ ແລະປູກຫຍ້າອາຫານສັດ, ສັດລ້ຽງໄດ້ຮັບການສັກຢາປ້ອງກັນ ແລະ ປິ່ນປົວ ພະຍາດ ເຮັດໃຫ້ສັດລ້ຽງແຕ່ລະປະເພດຂະຫຍາຍຕົວຂື້ນ.
ປັດຈຸບັນ ມີເນື້ອທີ່ປູກຫຍ້າ 3.044 ເຮັກຕາ ທຽບໃສ່ແຜນ ເນື້ອທີ່ສວນຫຍ້າເພີ່ມຂື້ນ 2.677 ເຮັກຕາ, ມີງົວ 15.840 ໂຕ ເກີນແຜນ 22%; ມີຄວາຍ 6.322 ໂຕ ເທົ່າກັບ 58%, ໝູ 11.938 ໂຕ ເທົ່າກັບ 56%, ແບ້ 14.445 ໂຕ ເທົ່າກັບ 69%, ສັດປີກມີ 406.970 ໂຕ ທຽບແຜນ ປະຕິບັດເກີນ 16%.