ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດ​ຖະ​ກິດ​ຈີນເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ຈະ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ

Oct 9, 2024

ເສດ​ຖະ​ກິດ​ຈີນເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ຈະ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ
ວັນ​ທີ 9 ຕຸ​ລາ​ນີ້ ລັດ​ຖະ​ບານ​ຈີນ​ໄດ້​ແຈ້ງ​ສະ​ພາບ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຕັ້ງ​ໜ້າ​ຕ່າງໆ​ແລ້ວ, ສື່ມວນ​ຊົນ​ຕ່າງ​ປະ​ເທດ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ສົນ​ໃຈ. ຫາງ​ສຽງ​ສາ​ກົນ​ເຫັນ​ວ່າ, ນະ​ໂຍ​ບາຍ​ເຫຼົ່າ​ນີ້ກວມ​​ເອົາ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ການ​ເງິນ, ການ​ບໍ​ລິ​ໂພກ, ການ​ລົງ​ທຶນ, ອະ​ສັງ​ຫາ​ລິ​ມະ​ຊັບ, ຕະຫຼາດຫຼັກ​ຊັບ ແລະ​ອື່ນໆ, ເຊິ່ງ​ໄດ້​​ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ຝ່າຍ​ຕ່າງໆ, ແລະ​ ຊຸກ​ຍູ້ໃຫ້​ເສດ​ຖະ​ກິດ​ຈີນ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ດີ.
ຕະຫຼາດ​ການ​ບໍ​ລິ​ໂພກ​ຂອງ​ຈີນ​ໃນໄລ​ຍະ​ພັກ​ວັນ​ຊາດ​ຈີນ​ມີ​ຄວາມ​ຄຶກ​ຄັກຫຼາຍ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຕຸ​ລາ​ນີ້, ຈຳ​ນວນ​ຜູ້​ເດີນ​ທາງ​ຂ້າມ​ເຂດ​ແຄວ້ນ​ໃນ​ທົ່ວ​ສັງ​ຄົມ​ຈີນ​ມີ​ເຖິງ 2 ຕື້ 8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 4,1% ໂດຍສະ​ເລ່ຍ​ຕໍ່​ມື້​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023, ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ວ່າ, ຄວາມ​ຄຶກ​ຄື້ນ​ຂອງ​ການ​ບໍ​ລິ​ໂພກ​ໃນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ແລະ​ອື່ນໆ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ, ການ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຂອງ​ນັກ​ທ່ອງ​ທ່ຽວ​ຈີຈີໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ຂອງ​ທ້ອງ​ຖິ່ນຕ່າງໆ.
ສັນ​​ຍານ​ທີ່​ຕັ້ງ​ໜ້າ​ຈາກ​ຕະຫຼາດ​ຈີນ ເປັນ​ຜົນ​ງານ​ຈາກ​ການ​ຮ່ວມ​ແຮງ​ກັນ​ຂອງຫຼາຍ​ຝ່າຍ. ນີ້​ກໍ​ຢືນ​ຢັນ​ໃຫ້​ເຫັນ​ວ່າ, ​ເງື່ອນ​ໄຂ​ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ຈີນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ, ຕະຫຼາດ​ທີ່ກວ້າງ​ຂວາງ ​ການ​ມີ​ຄວາມ​ໝັ້ນ​ໜຽວ​ຢ່າງ​ສູງ​ທາງເສດ​ຖະ​ກິດ, ​ການມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ ແລະ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ອື່ນໆ ​ບໍ່​ໄ​ດ້​ມີ​ການ​ປ່ຽນ​ແປງ.
ພາຍ​ໃຕ້​ສະ​ພາບ​​ນີ້, ທ່າອ່ຽງທີ່​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ໄດ້​ສ້າງ​ແຮງ​ຂັບ​ເຄື່ອນ ແລະ ຄວາມ​ຫວັງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂ​ອງ​ເສດ​ຖະ​ກິດ​ໂລກ. ພ້ອມ​ກັນ​ນັ້ນ, ຕະຫຼາດ​ຈີນ​ທີ່​ນັບ​ມື້​ນັບ​ເປີດກວ້າງ​ອອກ​ກໍໄດ້​ສ້າງ​ໂອ​ກາດ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ປະ​ເທດ.