ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດເມືອງໂຂງຂະຫຍາຍຕົວ 8,34% ຕໍ່ປີ

Jan 8, 2025

ໃນໄລຍະ 5 ປີທີ່ຜ່ານມາ 2019-2024 ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງໂຂງ ສະໄໝທີ VIII ເຮັດໃຫ້ເສດຖະກິດຂອງເມືອງໂຂງ ແຂວງຈຳປາສັກ ສືບຕໍ່ຂະຫຍາຍຕົວ ສະເລ່ຍ 8.34% ຕໍ່ປີ (ແຜນ 9% ຕໍ່ປີ), ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 12,944.55 ຕື້ກີບ ລື່ນແຜນ 12.79% ສະເລ່ຍຕໍ່ຫົວຄົນໄດ້ 32,724,000 ກີບ ຫຼື ເທົ່າກັບ 1,925 ໂດລາສະຫະລັດຕໍ່ຄົນ (ແຜນ 25,941,540 ກີບ ຫຼືເທົ່າກັບ 3,243 ໂດລາສະຫະລັດ).
ການລະດົມແຫຼ່ງທຶນໄດ້ທັງໝົດ 3,509.27 ຕື້ກີບ, ລື່ນແຜນ 18,76%, ກວມ 27,11% ຂອງລວມຍອດຜະລິດຕະພັນພາຍໃນ ໃນນັ້ນ: ທຶນພາກລັດ ມູນຄ່າ 78,82 ຕື້ກີບ, ກວມ 2,24%; ທຶນຊ່ວຍເຫຼືອລ້າ, ກູ້ຢືມ ມູນຄ່າ 169.51 ຕື້ກີບ, ກວມ 4,83%; ທຶນເອກະຊົນພາຍໃນ-ຕ່າງປະເທດ ມູນຄ່າ 3,044.42 ຕື້ກີບ, ກວມ 86,75%; ທຶນສິນເຊື່ອທະນາຄານ 216,52 ຕື້ກີບ, ກວມ 6,18% ຂອງທຶນທັງໝົດ.
ດ້ານງົບປະມານ: ເກັບລາຍຮັບໄດ້ 74,49 ຕື້ກີບ, ທຽບໃສ່ແຜນຮັບຮອງໃນກອງປະຊຸມໃຫຍ່ ສະໄໝທີ VIII ລື່ນແຜນ 14,52%, ທຽບໃສ່ຕົວເລກແຜນການທີ່ແຂວງມອບໃຫ້ເມືອງ ທີ່ສະພາປະຊາຊົນແຂວງຮັບຮອງໃນແຕ່ລະປີ ລື່ນແຜນ 13,69%; ສາມາດກາຍເປັນເມືອງກຸ້ມຕົນເອງໃນປີ 2022; ເກີນດຸນໃນປີ 2023-2024; ປະຕິບັດລາຍຈ່າຍໄດ້ 76,37 ຕື້ກີບ, ທຽບໃສ່ແຜນຮັບຮອງໃນກອງປະຊຸມໃຫຍ່ ສະໄໝທີ VIII ເທົ່າ 86,24% ຂອງແຜນ, ແຕ່ທຽບໃສ່ຕົວເລກແຜນທີ່ແຂວງມອບໃຫ້ເມືອງແຕ່ລະປີ ປະຕິບັດໄດ້ 100%.
ການດຸ່ນດ່ຽງແຮງງານ ມີແຮງງານໃນເກນອາຍຸ ຈໍານວນ 61,897 ຄົນ, ກວມ 61% ໃນນັ້ນ: ແຮງງານຂົງເຂດກະສິກໍາ 55,707 ຄົນ, ກວມ 89%; ແຮງງານຂົງເຂດອຸດສາຫະກໍາ 1,857 ຄົນ, ກວມ 4% ແລະ ແຮງງານຂົງເຂດບໍລິການ 3,714 ຄົນ, ກວມ 7%; ອັດຕາການຫວ່າງງານ 1,03%, ຫຼຸດລົງ 0,88%.
ດຸ່ນດ່ຽນ ຂາອອກ-ຂາເຂົ້າ: ມູນຄ່າການສົ່ງອອກທັງໝົດ 653.50 ຕື້ກີບ ເທົ່າ 101.80% ຂອງແຜນ; ມູນຄ່າການນໍາເຂົ້າ ທັງໝົດ 376 ຕື້ກີບ, ລື່ນແຜນ 7%, ເກີນດຸນການຄ້າ 277 ຕື້ກີບ.
ຂ່າວ,ພາບ: ເກດສະໜາ
May be an image of text