ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດໂລກ ອາດໄດ້ຮັບຜົນກະທົບຍ້ອນການຂຶ້ນພາສີສິນຄ້າ

Mar 27, 2025

 

        ປັດຈຸບັນ, ທ່າອ່ຽງຂອງໂລກພວມປະເຊີນກັບອຸປະສັກທີ່ສໍາຄັນ ເນື່ອງຈາກອາເມລິກາ ໄດ້ຍົກລະດັບນະໂຍບາຍດ້ານພາສີ ເຊິ່ງນັກເສດຖະສາດຫລາຍຄົນເຕືອນວ່າ: ບັນຫານີ້ອາດສົ່ງຜົນກະທົບຕໍ່ເສດຖະກິດໂລກ. ອີງຕາມລາຍງານທ່າອ່ຽງເສດຖະກິດໂລກທີ່ເປີດເຜີຍແຜ່ໂດຍທະນາ ຄານ ຢູນຽນຂອງສະວິສ (UBS) ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ພາສີ ຄືຄວາມສ່ຽງສໍາຄັນທີ່ສຸດຕໍ່ເສດ ຖະກິດໂລກ ເຖິງວ່າຈະມີການໃຊ້ພາສີພຽງແຕ່ເຄີ່ງດຽວ ແຕ່ການຄາດຄະເນການເຕີບໂຕຂອງໂລກກໍຈໍາເປັນຕ້ອງປັບຫຼຸດລົງ. ພາສີ 10% ສາມາດຫຼຸດອັດຕາການເຕີບໂຕທົ່ວໂລກໄດ້ 100% ແລະ ເພີ່ມອັດຕາເງິນເຟີ້ຂອງອາເມລິກາໄດ້ເຖິງ 100 ຈຸດພື້ນຖານ.

ລັດຖະບານ ອາເມລິກາ ໄດ້ສະເໜີພາສີມູນຄ່າຢ່າງໜ້ອຍ 786 ຕື້ໂດລາສະຫະ ລັດ ເຊິ່ງສູງກວ່າ 113 ຕື້ໂດລາສະຫະລັດທີ່ເຄີຍຈັດຕັ້ງປະຕິບັດໃນສົກປີ 2008-2029. ທ່ານ ສະຕີເຟ່ນ ໂຣຊ (Stephen Roach) ອະດີດຫົວໜ້ານັກເສດຖະສາດຂອງ Morgan Stanley ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການທາງດ້ານການເງິນລະດັບໂລກ ແລະ ສາດສະດາຈານ ຢາເລ (Yale) ອະທິ ບາຍວ່າ: ມາດຕະການເຫຼົ່ານີ້ “ເປັນການດໍາເນີນພາສີທາງການຄ້າຂອງປະເທດໃຫຍ່ໃນທາງທີ່ບໍ່ດີ ແລະ ເຄີຍປະຕິບັດໃນຊຸມປີ 1930”. ໃນເວລາໃຫ້ສໍາພາດຕໍ່ເວັບໄຊກ່ຽວກັບເສດຖະກິດຂອງຈີນ, ທ່ານໄດ້ເຕືອນວ່າ: ນະໂຍບາຍດັ່ງກ່າວອາດນໍາໄປສູ້ຝັນຮ້າຍ ໂດຍອ້າງກ່ຽວກັບການລົ້ມລະ ລາຍ 60% ຂອງເສດຖະກິດໂລກໃນລະຫວ່າງປີ 1931-1934 ເຊິ່ງເປັນປະ ຫວັດສາດທີ່ເປັນຕາຢ້ານ.

ທ່ານ ໂຣຊ ຕັ້ງຂໍ້ສັງເກດວ່າ: ປັດຈຸບັນ, ລະດັບນະໂຍບາຍ ແລະ ຄວາມບໍ່ແນ່ນອນທາງການເມືອງຢູ່ບາງປະເທດໃຫຍ່ລະດັບໂລກແມ່ນຢູ່ໃນລະດັບສູງ, ຄວາມບໍ່ແນ່ນອນເປັນ “ສັດຕູຂອງການຕັດສິນໃຈ” ບໍລິສັດຕ່າງໆ ບໍ່ກ້າທີ່ຈະຕັດສິນໃຈໃນການຈ້າງງານ ແລະ ລາຍຈ່າຍດ້ານຕົ້ນທຶນ ເຊິ່ງອາດເຮັດໃຫ້ສົ່ງຜົນບໍ່ດີຕໍ່ການເຕີບໂຕໃນໄລຍະ 6 ເດືອນທ້າຍປີນີ້. ການບໍ່ກ້າຕັດສິນໃຈນີ້ໜ້າເປັນຫ່ວງ ເນື່ອງຈາກເສດຖະກິດອາເມລິກາ ແລະ ຈີນ ລວມກັນກວມເອົາເກືອບເຄີ່ງໜຶ່ງຂອງການເຕີບໂຕທາງດ້ານເສດຖະກິດໂລກນັບຕັ້ງແຕ່ປີ 2010 ກໍາລັງປະສົບບັນຫາຍ້ອນການລົບກວນຈາກການຄ້າທີ່ອາດຈະຂະຫຍາຍຕົວຊ້າລົງ. ໃນຂະນະທີ່ການຂາດດຸນການຄ້າຂອງອາເມລິກາກັບຈີນຫລຸດລົງຍ້ອນການຂຶ້ນພາສີຕໍ່ສິນຄ້າທີ່ນໍາເຂົ້າຈາກຈີນ, ແຕ່ອາເມລິກາຂາດດຸນການຄ້າກັບປະເທດອື່ນໆ ເພີ່ມຂຶ້ນ ໂດຍສະເພາະໃນປີ 2023 ອາເມລິກາ ຂາດດຸນການຄ້າກັບຫຼາຍປະເທດໃນໂລກເຊິ່ງຖືເປັນສະຖິຕິໃໝ່.

ທ່ານ ອຽນ ໂກລດິນ (Ian Goldin) ຜູ້ອໍານວຍການຜູ້ກໍ່ຕັ້ງໂຮງຮຽນ Oxford Martin ທີ່ມະຫາ ວິທະຍາໄລອ໊ອກຟອດ ໄດ້ເຕືອນເຖິງອັນຕະລາຍໃນວົງກວ້າງຈາກພາສີສິນຄ້າຂອງອາເມ ລິກາ ເພາະອາດເຮັດໃຫ້ເກີດບັນຫາເງິນເຟີ້, ເສດຖະກິດໂລກບໍ່ຂະຫຍາຍຕົວ ແລະ ເປັນອັນຕະ ລາຍຕໍ່ການແກ້ໄຂຄວາມທຸກຍາກ

ທ່ານ ຈອນ ເຄວລຊ (John Quelch) ຮອງອະທິການບໍດີບໍລິຫານຂອງມະຫາ ວິທະຍາ ໄລ Duke Kunshan ເຕືອນວ່າ: ນະໂຍບາຍດ້ານພາສີຂອງອາເມລິກາອາດມີຜົນກະທົບກັບຄືນມາໂດຍການຕອບໂຕ້ທີ່ເນັ້ນໄປໃນດ້ານການກະເສດ ແລະ ພະລັງງານ.

ທ່ານ ໄຣສ ເລສເຊີ່, ປະທານລະດັບໂລກຂອງ Boston Consulting Group (BCG) ແນະນໍາວ່າ: ບໍລິສັດໃນອາເມລິກາ ບາງແຫ່ງອາດເຫັນອັດຕາກໍາໄລຫລຸດລົງເຖິງ 14% ເນື່ອງຈາກຕົ້ນທຶນທີ່ເພີ່ມຂຶ້ນ ແລະ ບັນຫາຕ່ອງໂສ້ການສະໜອງ.

ຈາກກໍລະນີທີ່ອາເມລິກາ ຮຽກເກັບພາສີເພີ່ມຂຶ້ນຈາກຈີນ ແລະ ຫລາຍປະເທດທົ່ວໂລກ, UBS ຄາດຄະເນວ່າ: ຄວາມຕ້ອງການພາຍໃນປະເທດອາເມລິກາຈະຫລຸດລົງ 3 ເທົ່າຂອງ GDP ແຕ່ທີ່ແທ້ຈິງ ຖ້າຫາກປະເທດອື່ນຕອບໂຕ້ຄືນຢ່າງເຕັມທີ່ຜົນກະທົບຕໍ່ GDP ຂອງອາເມລິກາອາດເພີ່ນຂຶ້ນ 6 ເທົ່າ. ແຕ່ໃນທາງກົງກັນຂ້າມ ລາຍໄດ້ທີ່ເພີ່ມຂຶ້ນຈາກພາສີເຊິ່ງກັນ ແລະ ກັນທີ່ຈະມີຜົນບັງຄັບໃຊ້ໃນວັນທີ 2 ເມສາໜ້ານີ້ ຈະຢູ່ທີ່ 0.1% ເທົ່ານັ້ນ.

 

ທີ່ມາ: http://en.people.cn/n3/2025/0325/c90000-20293370.html