ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສວະນາເພື່ອສົ່ງເສີມການທ່ອງທ່ຽວທີ່ຫຼວງພະບາງ

Jun 27, 2025

ຜູ້ແທນດ້ານການທ່ອງທ່ຽວປະເທດອະນຸພາກພື້ນແມ່ນໍ້າຂອງໄດ້ເຂົ້າຮ່ວມກິດຈະກໍາເວທີເສວະນາດ້ານທ່ອງທ່ຽວປີ່ນ ອ້ອມ 4 ຫົວຂໍ້ ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການທ່ອງ ທ່ຽວກະສິກໍາ, ການທ່ອງ ທ່ຽວແບບອະນຸລັກ ແລະ ການທ່ອງ ທ່ຽວທາງມໍລະດົກ ແລະ ວັດທະນະທໍາ ຢູ່ສະຖານທີ່ຕົວຈິງໃນວັນທີ26 ມິຖຸນາ 2025 ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ແລະສໍາຜັດກັບກິດຈະກຳຕົວຈິງ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຮັບປະສົບການໃໝ່ໆຈາກການເຂົ້າຮ່ວມງານຄັ້ງນີ້.
ທ່ານ ຫລຸຍ ຈັນທະວົງ, ຜູ້ຈັດການບໍລິສັດລິບວິງ ຟາມ ຊື່ງເປັນຟາມເພື່ອສາທິດການເຮັດນາ ໃຫ້ສໍາພາດວ່າ: ກິດຈະກຳນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ຂັ້ນຕອນການໄຖນາ, ດຳນາ, ກ່ຽວເຂົ້າ, ຕໍາເຂົ້າ, ຈັກສານ, ຕີເຫລັກ ແລະ ອີ້ວອ້ອຍໃນຮູບແບບດັ້ງເດີມຂອງຊາວຫລວງພະບາງ ທຸກຢ່າງແມ່ນເນັ້ນໃສ່ການເຮັດດ້ວຍມືເປັັນຫລັກ ແນໃສ່ເຮັດໃຫ້ນັກທ່ອງທ່ຽວຮູ້ໄດ້ເຖິງວິຖີຊີວິດຂອງຊາວນາ.
ສະຖານທີ່ແຫ່ງນີ້ໄດ້ເປີດໃຫ້ບໍລິການນັບແຕ່ປີ 2008 ເປັນ ຕົ້ນມາ ມີເນື້ອທີ່ 8 ເຮັກຕາ ສາມາດສ້າງວຽກເຮັດງານທໍາໃຫ້ປະ ຊາຊົນໃນເຂດໃກ້ຄຽງໄດ້ດີສົມຄວນ, ສະເພາະປີ 2024 ໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 2.000 ຄົນ ໃນມື້ໜື່ງສາ ມາດຮັບນັກທ່ອງທ່ຽວໄດ້ 80 ຄົນຕໍ່ມື້.
ກິດຈະກໍາເວທີເສວະນາດ້ານທ່ອງທ່ຽວໃນຄັ້ງນີ້ແບ່ງອອກເປັນ 4 ກຸ່ມໃນແຕ່ລະຫົວຂໍ້ທີ່ແຕກຕ່າງກັນ ຊື່ງນອກຈາກເຂົ້າຮ່ວມສາທິການເຮັດນາຢູ່ບໍລິສັດລິບວິງ ຟາມແລ້ວ, ຜູ້ແທນການທ່ອງ ທ່ຽວປະເທດອະນຸພາກພື້ນແມ່ນໍ້າຂອງຍັງໄດ້ສຶກສາການທ່ອງ ທ່ຽວແບບອະນຸລັກຢູ່ລີສອດນໍ້າຄານ, ອາຫານເພື່ອການທ່ອງ ທ່ຽວຢູ່ສູນສົ່ງເສີມຫັດຖະກຳອອກພົບຕົກ ແລະ ການທ່ອງທ່ຽວທາງມໍລະດົກ ແລະ ວັດ ທະນະທໍາຢູ່ເຮືອນຈັນ ຊື່ງທຸກຫົວຂໍ້ລ້ວນແຕ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ.
ນອກຈາກນີ້ ໃນຕອນຄໍ່າບັນດາຜູ້ແທນຍັງໄດ້ເຂົ້າຮ່ວມພິທີມອບຮັບທຸງການເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປະຈໍາປີ 2026 ໃຫ້ແກ່ປະເທດມຽນມາ ແລະຮ່ວມພິທີບາສີສູ່ຂັວນຕາມຮີດຄອງປະເພນີຂອງລາວຕື່ມອີກ.
ຂ່າວ: ຈັນທະສອນ ສີຫານາດ