ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງພູເກົ້າຫລັກ ກາສີ-ເມືອງນານ ຄົບກຳນົດ 2 ເດືອນ ປູເບຕົງໄດ້ສຳເລັດແລ້ວ 1 ເລນ

May 13, 2024

ການປັບປຸງເສັ້ນທາງ ພູເກົ້າຫລັກ ເລີ່ມແຕ່ ວັນທີ 11 ມີນາ 2024 ໃນໄລຍະທາງທີ່ປັບປຸງ 9 ກິໂລແມັດ, ປູເບຕົງປະມານ 1 ກິໂລແມັດກວ່າ ຢູ່ບ່ອນໂຄ້ງທົບສອກ. ຕາມແຜນການໄລ່ປູເບຕົ່ງໃຊ້ເວລາ 1 ເດືອນ ແລະປະໄວອີກ 1 ເດືອນ ເພື່ອໃຫ້ເບຕົງແຂງ ຕົວຢ່າງເຕັມທີ່ ສ່ວນທີ່ເຫລືອ ອີກ 7 ກິໂລແມັດກວ່າແມ່ນປູຢາງ.
ພາບຫລ້າສຸດ ວັນທີ 11 ພຶດສະພາ 2024, ພາຍຫລັງມີ ການປັບປຸງໃຊ້ເວລາ 2 ເດືອນຕາມກຳນົດ ສາມາດປູເບຕົງໄດ້ສຳເລັດແລ້ວ 1 ເລນ.