ເສັ້ນທາງລົດໄຟລາວ-ຈີນບໍ່ພຽງແຕ່ນຳມາເຊິ່ງ “ເສດຖະກິດທາງຜ່ານ” ໃຫ້ແກ່ປະເທດລາວເທົ່ານັ້ນ

ຊຸມປີມໍ່ໆມານີ້, ບາງຫາງສຽງຈາກປະເທດຕາເວັນຕົກໄດ້ຕີຄວາມໝາຍແບບງ່າຍດາຍວ່າ ເສັ້ນທາງລົດໄຟລາວ-ຈີນເປັນພຽງແຕ່ “ທາງຜ່ານສຳລັບການຂົນສົ່ງສິນຄ້າລະຫວ່າງຈີນ-ໄທ”, ທັງປ່າວຂ່າວວ່າ ປະເທດລາວເປັນພຽງແຕ່ “ທາງຜ່ານ” ເທົ່ານັ້ນ, ບໍ່ໄດ້ບັນລຸການຍົກລະດັບຕ່ອງໂສ້ອຸດສາຫະກຳ ແລະ ຫັນປ່ຽນຮູບແບບການພັດທະນາເສດຖະກິດ, ກົງກັນຂ້າມຍັງໄດ້ເພີ່ມທະວີການອາໄສດ້ານເສດຖະກິດຈາກປະເທດຈີນ. ຫາງສຽງແບບນີ້ໄດ້ປະເມີນມູນຄ່າຫຼາຍດ້ານຂອງເສັ້ນທາງລົດໄຟລາວ-ຈີນຕ່ຳເກີນໄປຢ່າງຈະແຈ້ງ ແລະ ເບິ່ງຂ້າມການປ່ຽນແປງດ້ານໂຄງສ້າງຂອງເສດຖະກິດສັງຄົມລາວທີ່ເກີດຂຶ້ນ. ຄວາມຈິງຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ, ເສັ້ນທາງລົດໄຟລາວ-ຈີນບໍ່ພຽງແຕ່ໄດ້ນຳມາເຊິ່ງ “ເສດຖະກິດທາງຜ່ານ” ເທົ່ານັ້ນ, ຍັງເປັນຈຸດຄ້ຳປະກັນທີ່ສຳຄັນສຳລັບການຫັນປ່ຽນຮູບແບບການພັດທະນາຂອງເສດຖະກິດລາວ, ຍິ່ງເປັນຂໍກຸນແຈທີ່ຫັນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດເຊື່ອມຈອດກັບພາກພື້ນ ແລະ ສາກົນ”.
“ເສດຖະກິດທາງຜ່ານ” ເປັນພຽງແຕ່ຈຸດເລີ່ມຕົ້ນ, ການຫຼຸດຕົ້ນທຶນ ແລະ ການປັບປຸງປະສິດທິພາບຂອງການຈໍລະຈອນສິນຄ້າໃຫ້ສູງຂຶ້ນນັ້ນໄດ້ກະຕຸກຊຸກຍູ້ກຳລັງແຮງບົ່ມຊ້ອນຂອງການຄ້າ. ຫຼັງຈາກເປີດນຳໃຊ້ ເສັ້ນທາງລົດໄຟລາວ-ຈີນແລ້ວ, ການປ່ຽນແປງໂດຍກົງທີ່ສຳຄັນທີ່ສຸດແມ່ນ ການກ້າວກະໂດດຂອງປະສິດທິພາບທີ່ການຈໍລະຈອນສິນຄ້າ ແລະ ຕົ້ນທຶນການຂົນສົ່ງຫຼຸດຕ່ຳລົງຢ່າງຫຼວງຫຼາຍ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຄຸນໝິງຈີນຜ່ານປະເທດລາວໄປໄທໄດ້ຫຼຸດລົງ 30%-50%, ຕົ້ນທຶນການຂົນສົ່ງສິນຄ້າພາຍໃນປະເທດລາວໄດ້ຫຼຸດລົງ 20%-40%. ຜະລິດຕະພັນຕ່າງໆ ເຊັ່ນ: ເບຍລາວ, ປຸ໋ຍໂປຕັສ ແລະອື່ນໆໄດ້ເຂົ້າເຖິງຕະຫຼາດຈີນຢ່າງມີປະສິດທິພາບສູງໂດຍຜ່ານ ເສັ້ນທາງລົດໄຟລາວ-ຈີນ, ປະເພດສິນຄ້າທີ່ຂົນສົ່ງຂ້າມຊາດໄດ້ເພີ່ມຂຶ້ນຈາກ 10 ກວ່າຊະນິດໃນໄລຍະເບື້ອງຕົ້ນເປັນ 3.300 ກວ່າຊະນິດ. ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງກຳລັງແຂ່ງຂັນຂອງຜະລິດຕະພັນລາວເພີ່ມສູງຂຶ້ນເທົ່ານັ້ນ, ຍັງເປັນຂີດໝາຍສະແດງໃຫ້ເຫັນເຖິງການປ່ຽນແປງຈາກ “ການລໍຖ້າ” ກາຍເປັນ “ການເປັນເຈົ້າການສົ່ງອອກ”, ເຊິ່ງຖືວ່າໄດ້ເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ການສະໜອງໃນພາກພື້ນຢ່າງແທ້ຈິງ.

ຄຸນຄ່າຂອງ ເສັ້ນທາງລົດໄຟລາວ-ຈີນບໍ່ໄດ້ຈຳກັດຢູ່ກັບ “ການຂົນສົ່ງສິນຄ້າຢ່າງໂລ່ງລ່ຽນ” ເທົ່ານັ້ນ, ສິ່ງສຳຄັນກວ່ານັ້ນຍັງລວມເຖິງການປັບປຸງສະພາບພື້ນທີ່ທາງເສດຖະກິດຄືນໃໝ່, ຊຸກຍູ້ໃຫ້ຕົວເມືອງທີ່ຢູ່ລຽບຕາມເສັ້ນທາງລົດໄຟຫັນປ່ຽນຈາກຈຸດເຊື່ອມຕໍ່ການຄົມມະນາຄົມຂົນສົ່ງຍົກລະດັບຂຶ້ນເປັນສູນກາງດ້ານອຸດສາຫະກຳ. ຍົກເອົາເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນເປັນຕົວຢ່າງ, ໂດຍອີງໃສ່ທ່າແຮງດ້ານການຈໍລະຈອນສິນຄ້າທາງລົດໄຟ, ເຂດພັດທະນາດັ່ງກ່າວໄດ້ດຶງດູດວິສາຫະກິດຈຳນວນຫຼວງຫຼາຍ, ໂດຍໄດ້ສ້າງ 4 ຕ່ອງໂສ້ອຸດສາຫະກຳທີ່ສຳຄັນ ເຊັ່ນ: ພະລັງງານໃໝ່, ວັດສະດຸໃໝ່, ການແພດ ແລະ ການຢາຊີວະພາບ. ຢູ່ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕນ, ລາວກັບຈີນໄດ້ບັນລຸ “ການປະສານງານອຸດສາຫະກຳຂ້າມຊາດ” ເປັນຄັ້ງທຳອິດ. ຮູບແບບການພັດທະນາ “ເສັ້ນທາງລົດໄຟ+ນິຄົມອຸດສາຫະກຳ+ອຸດສາຫະກຳ” ຄືແນວນີ້, ເຮັດໃຫ້ປະເທດລາວບໍ່ພຽງແຕ່ເປັນ “ທາງຜ່ານ” ເທົ່ານັ້ນ, ຍັງກາຍເປັນຈຸດເຊື່ອມຕໍ່ໜຶ່ງທີ່ຂາດບໍ່ໄດ້ໃນຕ່ອງໂສ້ຄຸນຄ່າໃນພາກພື້ນ.
ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວາມກ້າວໜ້າທາງສັງຄົມ, ສະແດງໃຫ້ເຫັນເຖິງບົດບາດສຳຄັນຢູ່ເໜືອດ້ານເສດຖະກິດຂອງ ເສັ້ນທາງລົດໄຟລາວ-ຈີນ. ໃນ 4 ປີຜ່ານມາ, ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງວຽກເຮັດງານທຳໂດຍກົງແລະ ທາງອ້ອມຫຼາຍກວ່າ 1 ແສນຕຳແໜ່ງ, ອົບຮົມນັກວິຊາການຫຼາຍພັນຄົນໃຫ້ແກ່ຝ່າຍລາວໂດຍຜ່ານຮູບແບບ “ເຕັກນິກຈີນ+ການບໍລິຫານຂອງຝ່າຍລາວ”, ປະຊາຊົນຈຳນວນຫຼວງຫຼາຍມີລາຍຮັບເພີ່ມຂຶ້ນ ແລະ ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ. ການເຕີບໂຕແບບກ້າວກະໂດດຂັ້ນຂອງການທ່ອງທ່ຽວຍິ່ງເຮັດໃຫ້ປະຊາຊົນເຂົ້າເຖິງຜົນປະໂຫຍດຕົວຈິງ. ໃນ 6 ເດືອນຕົ້ນປີ 2025 ແຂວງຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1,9 ລ້ານເທື່ອຄົນ, ໃນນັ້ນ 87% ແມ່ນເດີນທາງໂດຍລົດໄຟລາວ-ຈີນ, ເຮັດໃຫ້ຫົວໜ່ວຍທຸລະກິດທີ່ປິ່ນອ້ອມຕ່າງໆ ເຊັ່ນ: ໂຮງແຮມ, ຮ້ານອາຫານ, ການບໍລິການນຳທ່ຽວ ແລະອື່ນໆໄດ້ຮັບການພັດທະນາຢ່າງຟົດຟື້ນ. ການພັດທະນາຂອງຕ່ອງໂສ້ການສຶກສາ ຕ່ອງໂສ້ຊັບພະຍາກອນມະນຸດ ແລະ ຕ່ອງໂສ້ການປະກອບອາຊີບທີ່ເກີດຈາກຄວາມໂລ່ງລ່ຽນດ້ານຄົມມະນາຄົມຂົນສົ່ງຄືແນວນີ້, ເຮັດໃຫ້ “ເສດຖະກິດທາງຜ່ານ” ຍົກລະດັບຂຶ້ນເປັນ “ເສດຖະກິດແຫ່ງການດຳລົງຊີວິດຂອງປະຊາຊົນ” ແລະ “ເສດຖະກິດແຫ່ງການພັດທະນາ” ຢ່າງແທ້ຈິງ.
ເມື່ອເບິ່ງໃນໄລຍະຍາວແລ້ວເຫັນວ່າ, ບົດບາດຂອງເສັ້ນທາງລົດໄຟລາວ-ຈີນຍັງຄົງເປີດກວ້າງອອກຕໍ່ໄປຢ່າງບໍ່ຢຸດຢັ້ງ. ການຊຸກຍູ້ໂຄງການເສີມສ້າງການຄົມມະນາຄົມຈະສືບຕໍ່ຍົກລະດັບຄວາມສາມາດດ້ານການຂົນສົ່ງຕື່ມອີກ, ໃນອະນາຄົດຈະເປີດກວ້າງໄປສູ່ໄທ ແລະ ມາເລເຊຍ, ເຊິ່ງຈະເຮັດໃຫ້ລາວກາຍເປັນຈຸດສູນກາງຂອງເຄືອຂ່າຍເສັ້ນທາງລົດໄຟພາກພື້ນອາຊີ. ຄຽງຄູ່ກັບດ່ານພາສີເຊື່ອມໂຍງເຊື່ອມຈອດກັນ, ການລົງທຶນມີຄວາມສະດວກຍິ່ງຂຶ້ນ ແລະ ການເຊື່ອມໂຍງດ້ານນະໂຍບາຍອຳນວຍຄວາມສະດວກຕ່າງໆກ້າວສູ່ລວງເລິກຢ່າງຕໍ່ເນື່ອງ, ເສັ້ນທາງລົດໄຟລາວ-ຈີນຈະເຊື່ອມຈອດຕະຫຼາດທີ່ກວ້າງຂວາງກວ່າເກົ່າ, ແລະ ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເປັນອັນໜຶ່ງອັນດຽວກັນຢ່າງເລິກເຊິ່ງ.
ຜ່ານການພັດທະນາເປັນເວລາ 4 ປີ, ເສັ້ນທາງລົດໄຟລາວ-ຈີນໄດ້ລື່ນກາຍຂອບເຂດສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ, ມັນບໍ່ພຽງແຕ່ເປັນ “ທາງຜ່ານ” ເທົ່ານັ້ນ, ຍິ່ງເປັນຫົວຈັກຂັບເຄື່ອນການພັດທະນາອຸດສາຫະກຳ, ສາຍພານເຊື່ອມຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແລະ ເປັນຂົວເຊື່ອມຕໍ່ໃນພາກພື້ນ. ໃນອະນາຄົດ, ເສັ້ນທາງລົດໄຟລາວ-ຈີນຍັງຈະສືບຕໍ່ເສີມຂະຫຍາຍບົດບາດ, ເຊິ່ງພິສູດໃຫ້ເຫັນວ່າ ການເຊື່ອມໂຍງເຊື່ອມຈອດທີ່ແທ້ຈິງ ຈະບໍ່ຈຳກັດຢູ່ກັບ “ທາງຜ່ານ” ເທົ່ານັ້ນ, ແຕ່ຢູ່ກັບການເກາະແຂນກັນກ້າວໄປສູ່ “ການຢູ່ຮ່ວມກັນ ແລະ ຈະເລີນຮຸ່ງເຮືອງພ້ອມກັນ”.


