ໃນຊຸມປີຜ່ານມາ, ໃນຕະຫຼາດຈີນມີຊະນິດໝາກທຸລຽນນັບມື້ນັບຫຼາຍຂຶ້ນ, ຕົວຢ່າງຄື: ໝາກທຸລຽນໝອນທອງຂອງໄທ, ໝາກຖົ່ວທຸລຽນ musang king ຂອງມະເລເຊຍ ແລະອື່ນໆ, ລາຄາກໍນັບມື້ນັບຖືກກວ່າເກົ່າ, ອີງຕາມການລາຍງານຂ່າວທີ່ກ່ຽວຂ້ອງ, ໃນ 5 ປີຜ່ານມາ, ລາຄາສະເລ່ຍຂອງໝາກທຸລຽນໃນຕະຫຼາດຈີນ ໄດ້ຫຼຸດລົງປະມານ 15%.
ເປັນຫຍັງລາຄາຂອງໝາກທຸລຽນໃນຕະຫຼາດຈີນ ຈຶ່ງໄດ້ຖືກລົງ? ເຫັນວ່າ: ນອກຈາກປະລິມານການຜະລິດເພີ່ມຂຶ້ນ ແລະ ການແຂ່ງຂັນໃນຕະຫຼາດດຸເດືອດກວ່າເກົ່າແລ້ວ, ຍິ່ງໄດ້ຮັບຜົນປະໂຫຍດຈາກການເປີດນຳໃຊ້ທາງລົດໄຟ ຈີນ-ລາວ ອີກດ້ວຍ.
ໃນເດືອນທັນວາປີ 2024, ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ຄົບຮອບ 3 ປີແລ້ວ. ໃນ 3 ປີຜ່ານມາ, ສາຍພົວພັນດ້ານການຄ້າລະຫວ່າງຈີນ ກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ ນັບມື້ນັບແໜ້ນແຟ້ນກວ່າເກົ່າ, ໂດຍສະເພາະແມ່ນການຄ້າໝາກໄມ້ ເຊິ່ງລວມທັງໝາກທຸລຽນນັບມື້ເພີ່ມຂຶ້ນ. ປີ 2024, ຢູ່ຕາມທາງລົດໄຟຈີນ-ລາວ ໄດ້ຂົນສົ່ງໝາກໄມ້ຫຼາຍກວ່າ 1 ແສນໂຕນ, ເພີ່ມຂຶ້ນປະມານ 120% ເມື່ອທຽບໃສ່ປີ 2023.
ການຂົນສົ່ງໝາກທຸລຽນ ແລະ ໝາກໄມ້ອື່ນໆ ຕ້ອງການຂົນສົ່ງໃນໄລຍະສັ້ນ. ກ່ອນໜ້ານີ້, ການຂົນສົ່ງໝາກທຸລຽນຕົ້ນຕໍແມ່ນຜ່ານທາງຫຼວງ ທາງອາກາດ ແລະ ທາງນ້ຳ, ຕ້ອງໃຊ້ເວລາປະມານ 12 ວັນ ຈຶ່ງສາມາດສົ່ງເຖິງຜູ້ບໍລິໂພກໃນຕະຫຼາດຈີນ. ຫຼັງຈາກການເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ການຂົນສົ່ງໝາກທຸລຽນຈາກໄທ ແລະ ແຫ່ງອື່ນໆ ໂດຍຜ່ານຂະບວນລົດໄຟຕູ້ແຊ່ເຢັນ ເຮັດໃຫ້ເວລາການຂົນສົ່ງຕ້ອງການແຕ່ 3 ວັນເທົ່ານັ້ນ. ໃນນັ້ນ, ຈາກນະຄອນຫຼວງວຽງຈັນ ຜ່ານດ່ານບໍ່ເຕ່ນໄປເຖິງນະຄອນຄຸນໝິງ ແຂວງຢຸນນານ ຈີນ ໂດຍກົງ, ບວກກັບເວລາຜ່ານດ່ານແລ້ວ, ໃຊ້ເວລາພຽງແຕ່ 20 ກວ່າຊົ່ວໂມງເທົ່ານັ້ນ. ປັດຈຸບັນ, ໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ນັບມື້ນັບຫຼາຍ ໄດ້ຖືກຂົນສົ່ງໄປຈີນ ໂດຍຜ່ານຂະບວນລົດໄຟຂົນສົ່ງສິນຄ້າ “ສາຍດ່ວນລ້ານຊ້າງ-ແມ່ຂອງ” ຕາມທາງລົດໄຟຈີນ-ລາວ.
ວັນທີ 2 ມັງກອນ 2025 ນີ້, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວ ໄດ້ມີຫຼາຍກວ່າ 50 ລ້ານໂຕນ. ນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ, ພາກສ່ວນທາງລົດໄຟສອງປະເທດ ໄດ້ເພີ່ມທະວີການຈັດສັນການຂົນສົ່ງສິນຄ້າ, ຍົກສູງຄວາມສາມາດ ແລະ ປະສິດທິພາບດ້ານການຂົນສົ່ງ, ຖ້ຽວລົດໄຟຂົນສົ່ງສິນຄ້າຂ້າມຊາດຕໍ່ມື້ ໄດ້ເພີ່ມຂຶ້ນຈາກ 2 ຖ້ຽວໃນເມື່ອກ່ອນ ຂຶ້ນເປັນ 18 ຖ້ຽວໃນປັດຈຸບັນ, ນັບລວມແລ້ວ ໄດ້ຂົນສົ່ງສິນຄ້າຂ້າມຊາດເຖິງ 11 ລ້ານກວ່າໂຕນ.
ໃນຊຸມປີມໍ່ໆມານີ້, ຢູ່ດ່ານທາງລົດໄຟບໍ່ຫານ ໄດ້ເປີດນຳໃຊ້ສະຖານທີ່ຕິດຕາມຄຸ້ມຄອງໝາກໄມ້ນຳເຂົ້າ, ເປີດນຳໃຊ້ຂະບວນລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວ, ທັງຊຸກຍູ້ໃຫ້ແຈ້ງສິນຄ້າຜ່ານດ່ານລ່ວງໜ້າ, “ຜ່ານດ່ານທາງລົດໄຟໂດຍດ່ວນ” ແລະ ຮູບແບບການປະດິດສ້າງໃໝ່ອື່ນໆ, ການນຳເຂົ້າໝາກໄມ້ຂອງຈີນ ມີຄວາມສະດວກວ່ອງໄວກວ່າເກົ່າ. ຢູ່ສາງດ່ານບໍ່ຫານ, ທາງລົດໄຟຈີນ-ລາວ ໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝຕ່າງໆ, ເຊັ່ນ: ລະບົບ 5G, ລະບົບນຳທາງເປີຍໂຕວ, ປັນຍາປະດິດ ແລະອື່ນໆ, ສ້າງສາງສະສົມສິນຄ້າແບບດິຈິຕອນ ແລະ ແບບອັດສະລິຍະ, ເຊິ່ງໄດ້ຍົກສູງປະສິດທິພາບແຫ່ງການຂົນຖ່າຍສິນຄ້າຢ່າງຫຼວງຫຼາຍ. ພ້ອມກັນນັ້ນ, ພາກສ່ວນທາງລົດໄຟ, ດ່ານພາສີ ແລະ ດ່ານກວດເຂົ້າ-ອອກເມືອງ ໄດ້ເພີ່ມທະວີການແລກປ່ຽນ ແລະ ການປະສານງານ, ສຳເລັດການປັບປຸງດ່ານທາງລົດໄຟບໍ່ຫານ ແລະ ກໍ່ສ້າງລະບົບອັດສະລິຍະ, ເວລາຜ່ານດ່ານຂອງສິນຄ້ານຳເຂົ້າ-ສົ່ງອອກ ໄດ້ປະຢັດເວລາ 60% ແລະ 90% ຕາມລຳດັບ ເມື່ອທຽບໃສ່ໄລຍະຫາກໍເປີດນຳໃຊ້ທາງລົດໄຟ, ປະສິດທິພາບການຜ່ານດ່ານໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ.
ໂດຍອີງຕາມທາງລົດໄຟຈີນ-ລາວ, ພາກສ່ວນທາງລົດໄຟຈີນ ໄດ້ປະດິດສ້າງການບໍລິການຂົນສົ່ງສິນຄ້າຂ້າມຊາດ, ໂດຍໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າ “ນະຄອນຫຼວງປັກກິ່ງ-ແຂວງຢຸນນານ+ສາຍລ້ານຊ້າງ-ແມ່ຂອງ ” ແລະ “ນະຄອນຊຽງໄຮ້-ແຂວງຢຸນນານ+ສາຍ ລ້ານຊ້າງ-ແມ່ຂອງ ” ແລະອື່ນໆ. ໂດຍຜ່ານເສັ້ນທາງຂົນສົ່ງສິນຄ້າເຫຼົ່ານີ້, ໝາກທຸລຽນຂອງປະເທດອາຊີຕາເວັນອອກສຽງໃຕ້ ສາມາດຖືກຂົນສົ່ງໄປເຖິງແຫ່ງຕ່າງໆທົ່ວປະເທດຈີນຢ່າງວ່ອງໄວ.
ໂດຍມີແຮງຊຸກຍູ້ຈາກທາງລົດໄຟຈີນ-ລາວ, ອຸດສາຫະກຳໝາກທຸລຽນຢູ່ປະເທດຕ່າງໆຂອງອາຊີຕາເວັນອອກສຽງໃຕ້ ໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ປັດຈຸບັນນີ້, ອຸດສາຫະກຳໝາກທຸລຽນຂອງລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດຈີນ-ລາວ ໄດ້ປຶກສາຫາລືກັນກ່ຽວກັບການຈັດເອົາໝາກທຸລຽນຂອງລາວ ເຂົ້າໃນບັນຊີລາຍຊື່ສິນຄ້ານຳເຂົ້າຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວກ່າວວ່າ, ຄາດວ່າປີ 2025 ຈະສາມາດສົ່ງອອກໝາກທຸລຽນລາວເຂົ້າຕະຫຼາດຈີນ.
ເສັ້ນທາງສາຍໃໝ່ທີ່ຂົນສົ່ງໝາກທຸລຽນ ໄດ້ສ່ອງແສງເຖິງປະສິດທິຜົນຂອງທາງລົດໄຟຈີນ-ລາວ ທີ່ເປັນ “ເສັ້ນທາງຄຳດ້ານການຂົນສົ່ງ”. ຄຽງຄູ່ກັບການຮ່ວມມືລະຫວ່າງຈີນກັບລາວ ແລະ ປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ ຂະຫຍາຍລົງສູ່ລວງເລິກ, ຈະມີສິນຄ້າຄຸນນະພາບດີນັບມື້ນັບຫຼາຍຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງລວມທັງລາວ ເຂົ້າສູ່ຕະຫຼາດຈີນ ໂດຍຜ່ານທາງລົດໄຟຈີນ-ລາວ.







