ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງຫລວງຢູ່ແຂວງອຸດົມໄຊ ເສຍຫາຍຈາກນ້ຳຖ້ວມ 89,46 ຕື້ກວ່າກີບ

Sep 26, 2024

ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ, ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກພະຍຸໄຕ້ຝຸ່ນຢາກິ (YAGI) ສ້າງຜົນເສຍຫາຍຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດ, ລະບົບການສື່ສານ, ລະບົບຕາຂ່າຍໄຟຟ້າ ແລະ ອື່ນໆ ໂດຍສະເພາະ ເສັ້ນທາງຄົມມະນາຄົມ ຕາມເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ທົ່ວແຂວງອຸດົມໄຊ ໄດ້ຮັບຜົນເສຍຫາຍ, ເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ, ຫີນເຈື່ອນ, ທໍ່ລອດທາງຫັກ, ທໍ່ລອດທາງອຸດຕັນ, ບ່າທາງຫຍຸບ, ທາງຂາດ, ຕົ້ນໄມ້ລົ້ມທັບໜ້າທາງ ລວມມູນຄ່າຜົນເສຍຫາຍທັງໝົດ 89,46 ຕື້ກວ່າກີບ.
ສຳລັບ ທາງຫລວງແຫ່ງຊາດ ເສຍຫາຍໃນມູນຄ່າ 6,47 ຕື້ກີບ. ໃນນີ້, ທາງເລກທີ 13N ເສຍຫາຍ 1,33 ຕື້ກີບ, ທາງເລກທີ 2W ເສຍຫາຍ 4,09 ຕື້ກີບ, ທາງເລກທີ 2E ເສຍຫາຍ 1,03 ຕື້ກີບ. ສ່ວນທາງຫລວງທ້ອງຖິ່ນ ເສຍຫາຍທັງໝົດ 84 ເສັ້ນ, ມູນຄ່າ 82,99 ຕື້ກີບ. ໃນນີ້, ເຂດເມືອງໄຊ ເສຍຫາຍ 22 ເສັ້ນ ມູນຄ່າ 20,38 ຕື້ກີບ, ເມືອງຫລາ ເສຍຫາຍ 10 ເສັ້ນ ມູນຄ່າ 5 ຕື້ກີບ, ເມືອງນາໝໍ້ ເສຍຫາຍ 14 ເສັ້ນ ມູນຄ່າ 13,2 ຕື້ກີບ, ເມືອງງາ ເສຍຫາຍ 9 ເສັ້ນ ມູນຄ່າ 21,62 ຕື້ກີບ, ເມືອງແບງ 9 ເສັ້ນ ມູນຄ່າ 9,2 ຕື້ກີບ, ເມືອງຮຸນ 12 ເສັ້ນ ມູນຄ່າ 8,86 ຕື້ ກີບ ແລະ ເມືອງປາກແບງ ເສຍຫາຍ 8 ເສັ້ນ ມູນຄ່າ 4,75 ຕື້ກີບ.
ເພື່ອແກ້ໄຂ ແລະ ຫລຸດຜ່ອນຜົນກະທົບ ຈາກໄພພິບັດຄັ້ງນີ້ໃຫ້ຫນ້ອຍທີ່ສຸດ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ສຸມໃສແກ້ໄຂປະຕິບັດ 2 ໄລຍະຄື: ໄລຍະເລັ່ງດ່ວນ ພາຍຫລັງທີ່ລະດັບນໍ້າຫລຸດລົງ ພະແນກ ຍທຂ, ຂະແໜງຂົວທາງ ໄດ້ປຶກສາຫາລື ແລະ ນໍາພາບໍລິສັດຮັບເໝົາລົງແກ້ໄຂແບບສຸກເສີນ ໂດຍເລັ່ງດ່ວນຕາມທາງຫລວງທ້ອງຖິ່ນ ເພື່ອແກ້ໄຂ ໃຫ້ສາມາດສັນຈອນໄປມາໄດ້ປົກກະຕິ ແລະ ໄລຍະແກ້ໄຂແບບສຸກເສີນ ແລະ ຟື້ນຟູ (ທາງຫລວງທ້ອງຖິ່ນ). ພ້ອມນີ້, ພະແນກ ຍທຂ ຍັງໄດ້ອອກແຈ້ງການໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 7 ເມືອງ ລົງເກັບກຳຂໍ້ມູນລະອຽດ ເພື່ອປະເມີນຄວາມເສຍຫາຍ ສະເໜີຕໍ່ຂັ້ນເທິງຂໍແກ້ໄຂສ້ອມແປງແບບສຸກເສີນ ແລະ ຟື້ນຟູ ໃຫ້ເຂົ້າສູ່ສະພາບປົກກະຕິ.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ