ພິທີເຊັນສັນຍາຮັບເໜົາກໍ່ສ້າງໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກັບ ລັດວິສາຫະກິດກໍ່ສ້າງທາງເລກ 8 ຈັດຂື້ນໃນວັນທີ 20 ຕຸລາ 2025 ທີ່ໂຮງແຮມລາດຊະວົງ ວັນດາວິສຕ້າ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຫົວໜ້າໂຄງການພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດສາຍນີ່ມີຄໍາເຫັນວ່າ: ເສັ້ນທາງຫຼວງແຫ່ງຊາດເລກ 9 ກໍ່ສ້າງສໍາເລັດໃນປີ 1988 ໄດ້ຮັບການຊ່ວຍເຫຼືອລ້າຈາກຫວຽດນາມ, ອະດີດສະຫະພາບໂຊວຽດ, ບຸນກາລີ, ຮົງກາລີ, ເຊັກໂກສະໂລວາກີ, ໂປໂລຍ ແລະ ກູບາ. ເປັນເສັ້ນທາງທີ່ມີບົດບາດສໍາຄັນຕິດພັນກັບການພັດທະນາດ້ານເສດຖະກິດ-ສັງຄົມ ເປັນເສັ້ນທາງເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງຕາເວັນອອກ-ຕາເວັນຕົກ. ພາຍຫຼັງສ້າງສໍາເລັດ ປີ 1988 ມາຮອດປັດຈຸບັນໄດ້ເນີນການຟື້ນຟູແລ້ວ 4 ໄລຍະ, ອອກແບບຮັບນໍ້າໜັກໄດ້11 ໂຕນຕໍ່ເພົາ; ການຟື້ນຟູແຕ່ລະຄັ້ງແມ່ນໄດ້ນໍາໃຊ້ງົບປະມານເປັນຈໍານວນຫຼວງຫຼາຍ. ປັດຈຸບັນໄລຍະທາງບາງເສັ້ນແມ່ນໝົດອາຍຸການນໍາໃຊ້ແລ້ວ ບວກກັບປະລິມານການສັນຈອນໄປມາແມ່ນເພີ່ມຂຶ້ນໃນແຕ່ລະປີ ຈໍາເປັນຕ້ອງໄດ້ຟື້ນຟູເປັນການດ່ວນ.

ສຳຫຼັບເສັ້ນທາງເລກ 9 ແມ່ນທາງຫຼວງອາຊຽນເລກທີ 16 ແລະ ແມ່ນໜຶ່ງໃນ 8 ເສັ້ນທາງຫຼວງອາຊຽນ ທີ່ຜ່ານປະເທດລາວ ເປັນເສັ້ນທາງຍຸດທະສາດຮັບໃຊ້ການຂົນສົ່ງຜ່ານແດນຂອງອະນຸພາກພື້ນ ໂດຍສະເພາະການຂົນສົ່ງຜ່ານສາມປະເທດລາວ-ຫວຽດນາມ-ໄທ. ຜ່ານການຄົ້ນຄວ້າໂດຍທຽບໃສ່ບັນຫາໃນປັດຈຸບັນ ດ້ານງົບປະມານການນໍາໃຊ້ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກ 9 ແມ່ນເພີ່ມຂຶ້ນຫຼາຍໃນແຕ່ລະປີ ແລະ ການສະໜອງງົບປະມານໃນແຕ່ລະປີບໍ່ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງ ເຮັດໃຫ້ເສັ້ນທາງມີການຊຸດໂຊມ, ເປ່ເພຫຼາຍ ຈຳເປັນຕ້ອງໄດ້ສ້ອມແປງດ່ວນ ເພື່ອໃຫ້ການຄົມມະນາຄົມຂົນສົ່ງ ກໍຄືການສັນຈອນໄປມາຜ່ານເສັ້ນທາງຫຼວງແຫ່ງຊາດສາຍນີ້ມີຄວາມສະດວກ.
ຂ່າວ:ບັນລັງທອງ ກຽງຄຳຊົນນີ
ພາບ:ຕາລີເຊ້ຍ ລໍ່ມີໄຊ


