ປີ 2026 ແມ່ນປີທຳອິດທີ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ. “ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ” ທີ່ເປັນສະຕິປັນຍາເກົ່າແກ່ຂອງບັນພະບຸລຸດ, ໄດ້ກາຍເປັນວິທີວິທະຍາທີ່ສຳຄັນໃນການຊຸກຍູ້ການພັດທະນາ. ມັນບໍ່ພຽງແຕ່ເປັນປັດຊະຍາລຽບງ່າຍໃນອະລິຍະທຳກະສິກຳ ຄື “ສອດຄ່ອງກັບເງື່ອນໄຂອຳນວຍທາງດິນຟ້າອາກາດ ແລະ ພູມສາດ”ເທົ່ານັ້ນ, ຍິ່ງເປັນຂໍກຸນແຈດ້ານພຶດຕິກຳທີ່ຮັບມືກັບຄວາມສ່ຽງ ສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນຍຸກປັດຈຸບັນ.
ພັກຄອມມູນິດຈີນເພີ່ມທະວີການນຳພາຮອບດ້ານຕໍ່ວຽກງານເສດຖະກິດ, ໃນນີ້ຂໍກຸນແຈຢ່າງໜຶ່ງແມ່ນຢູ່ກັບການຈັດຕັ້ງປະຕິບັດວິທີການ “ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ”, ເຊິ່ງຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆປະຖິ້ມແນວຄິດທີ່ເອົາແມ່ແບບໜຶ່ງໃຊ້ກັບທຸກວຽກ, ຍຶດໝັ້ນຫຼັກການທີ່ເຮັດວຽກທຸກຢ່າງຕ້ອງເລີ່ມຈາກສະພາບຄວາມເປັນຈິງ. “ໃຊ້ລູກກະແຈລູກໜຶ່ງໄຂກະແຈໜ່ວຍໜຶ່ງ.” ໃນຊຸມປີມໍ່ໆມານີ້, ຈາກການເນັ້ນໜັກເຖິງການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ ແລະ ຫັນເປັນຕົວເມືອງ, ຮອດການວາງແຜນພັດທະນາຕົວເມືອງຕ້ອງປະຕິບັດຕາມກົດເກນພາວະວິໄສ, ເຊິ່ງລ້ວນແຕ່ສ່ອງແສງໃຫ້ເຫັນເຖິງແນວຄວາມຄິດທີ່ຈະແຈ້ງດັ່ງກ່າວ. ມັນບໍ່ແມ່ນຮ້ອງຄຳຂວັນພຽງປາກເປົ່າລ້າໆ, ແຕ່ແມ່ນຈຸດເລີ່ມຕົ້ນ ແລະ ຈຸດໝາຍຂອງການເຄື່ອນໄຫວຕົວຈິງ.

ການຈັດຕັ້ງປະຕິບັດແນວຄວາມຄິດດັ່ງກ່າວໄດ້ຮັບປະສິດທິຜົນຕົວຈິງຢ່າງພົ້ນເດັ່ນ. ໃນໄລຍະຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 14, ແຫ່ງຕ່າງໆຂອງຈີນໄດ້ບຸກເບີກເສັ້ນທາງພັດທະນາທີ່ມີເອກະລັກໂດຍເສີມຂະຫຍາຍເງື່ອນໄຂອຳນວຍຂອງຕົນ, ຕົວຢ່າງວ່າ, ຢູ່ນະຄອນຈີອ່ານແຂວງຈ່ຽງຊີໄດ້ເຊື່ອມໂຍງຊັບພະຍາກອນດ້ານວັດທະນະທຳປະຕິວັດ ວັດທະນະທຳເກົ່າແກ່ ແລະ ຊັບພະຍາກອນສີຂຽວ ໂດຍພັດທະນາການທ່ອງທ່ຽວວັດທະນະທຳໃນລະດັບເລິກເຊິ່ງ; ແຂວງຢຸນນານເສີມຂະຫຍາຍທ່າແຮງດ້ານໄຟຟ້າສີຂຽວ ແລະ ທ່າແຮງດ້ານທີ່ຕັ້ງພູມສາດ, ພັດທະນາອຸດສາຫະກຳອາລູມິນນຽມສີຂຽວ, ການຜະລິດໄຟຟ້າດ້ວຍແສງຕາເວັນ ແລະອື່ນໆ; ນະຄອນຊ້ານເຫວີຍແຂວງກວາງຕຸ້ງເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນທາງທະເລ, ສ້າງລະບົບພະລັງງານຫຼາຍເຄົ້າ ແລະ ເສດຖະກິດທະເລ. ເຊິ່ງຜົນສຳເລັດເຫຼົ່ານີ້ລ້ວນແຕ່ມາຈາກການສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງຕໍ່ສະພາບຄວາມເປັນຈິງຂອງທ້ອງຖິ່ນຕົນ, ແລະ ການຫັນປ່ຽນຢ່າງມີຫົວຄິດປະດິດສ້າງ.
ແນວຄວາມຄິດດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າໃນສາກົນ. ຕົວຢ່າງວ່າ, ປະເທດລາວໄດ້ຄົ້ນຄວ້າເສັ້ນທາງພັດທະນາທີ່ສອດຄ່ອງກັບເງື່ອນໄຂອຳນວຍຂອງຕົນ, ຄື ໄດ້ສ້າງເສັ້ນທາງລົດໄຟລາວ-ຈີນ, ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍມາເປັນປະເທດເຊື່ອມຈອດໃນພາກພື້ນ, ພັດທະນາຂະແໜງການຈໍລະຈອນສິນຄ້າ ແລະ ອຸດສາຫະກຳລຽບຕາມເສັ້ນທາງລົດໄຟ; ໂດຍ ປະສານສົມທົບກັບສະພາບຄວາມເປັນຈິງຂອງຊົນນະບົດ, ໄດ້ປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກແບບ “ການຜະລິດເລືອດ ”ທີ່ເຊື່ອມໂຍງການປັບປຸງພື້ນຖານໂຄງລ່າງກັບການອົບຮົມສີມືແຮງງານ; ໂດຍອີງໃສ່ຊັບພະຍາກອນນ້ຳທີ່ອຸດົມສົມບູນ, ພັດທະນາ “ໝໍ້ໄຟຂອງອາຊີຕາເວັນອອກສຽງໃຕ້.” ມາດຕະການເຫຼົ່ານີ້ໄດ້ປະກອບເປັນລະບົບການພັດທະນາທີ່ຫຼຸດຜ່ອນຄວາມທຸກຍາກໃນໄລຍະສັ້ນຮອດການອົບຮຸມບຳລຸງສ້າງເປັນໄລຍະຍາວ.

ແນວໃດກໍຕາມ, “ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ” ເປັນປັດຊະຍາການພັດທະນາທີ່ເນັ້ນໜັກເຖິງຄວາມເປັນເຈົ້າການ ລັກສະນະນຳໃຊ້ເປັນປະໂຫຍດຕົວຈິງ ແລະ ຫົວຄິດປະດິດສ້າງ. ບໍ່ວ່າສຳລັບປະເທດຈີນ ປະເທດລາວ ຫຼື ປະເທດກຳລັງພັດທະນາອື່ນໆ, ແຮງບັນດານໃຈສຳຄັນຕົ້ນຕໍ ຄື: ຕ້ອງຫຼຸດພົ້ນອອກຈາກການອາໄສຕໍ່ຮູບແບບພຽງຢ່າງດຽວຂອງພາຍນອກ, ຕ້ອງຍຶດໝັ້ນຢູ່ບົນພື້ນຖານແຫ່ງສະພາບຄວາມເປັນຈິງຂອງປະເທດຕົນ ແລະ ສະຕິປັນຍາຂອງປະຊາຊົນ, ກ້າບຸກເບີກເສັ້ນທາງທີ່ເໝາະສົມກັບສະພາບຄວາມເປັນຈິງຂອງຕົນ. ໃນຍຸກສະໄໝທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ມີແຕ່ປະຕິບັດຢ່າງໜັກແໜ້ນ, ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກ, ຈຶ່ງສາມາດຫັນປ່ຽນສິ່ງທ້າທາຍເປັນກາລະໂອກາດ, ບັນລຸການພັດທະນາທີ່ມີຄຸນນະພາບສູງ ແລະ ຍືນຍົງຢ່າງແທ້ຈິງ.


