ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ IX ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ ປະຈຳປີ 2023 ໃນຫົວຂໍ້ : ໂພຊະນາການເພື່ອການພັດທະນາ ດ້ານຊັບສິນມະນຸດ ຈັດຂຶ້ນໃນຕອນເຊົ້າວັນທີ 6 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ປະທານຂອງຄະນະກໍາມະທິການແຫ່ງຊາດດ້ານໂພຊະນາການ, ທ່ານ ນາງ ອີນາ ມາຈູລໍນີແຕ,ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ຕາງໜ້າໃນນາມ ກຸ່ມຄູ່ຮ່ວມພັດທະນາດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ, ສະຖາບັນການສຶກສາ, ພາກເອກະຊົນ ແລະ ຕົວແທນໄວໝຸ່ມ ເຂົ້າຮ່ວມ.
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IXເປັນກອງປະຊຸມປະຈໍາປີສໍາລັບວຽກງານໂພຊະນາການໃນ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງໂພຊະນາການ ແລະ ການບໍລິໂພກອາຫານທີ່ດີຕໍ່ສຸຂະພາບຂອງປະຊາຊົນລາວ, ເຊິ່ງເປັນຂີດໝາຍອັນສໍາຄັນອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫົວຂໍ້ຫຼັກໃນກອງປະຊຸມປີນີ້ ເເມ່ນໄດ້ສຸມໃສ່ເປັນພິເສດຕໍ່ຄວາມສຳຄັນຂອງໂພຊະນາການໃນການຂັບເຄື່ອນການລົງທຶນໃສ່ທຶນມະນຸດ ແລະ ການພັດທະນາປະເທດຊາດ ກໍຄືຫົວຂໍ້ “ໂພຊະນາການ ເພື່ອການພັດທະນາທຶນມະນຸດ”, ເຊິ່ງຍັງສອດຄ່ອງກັບການບັນລຸ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງ ເປົ້າໝາຍການພັດທະນາແບບຍືນຍົງ ຫລື SDGs, ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານໂພຊະນາການ ຂອງຫຼາຍຂະແໜງການ ປີ 2023 ແລະ ທິດທາງແຜນການ ປີ2024.
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ປະທານຂອງຄະນະກໍາມະທິການແຫ່ງຊາດດ້ານໂພຊະນາການ ໄດ້ມີຄຳເຫັນວ່າ : ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ທີ່ຈັດຂຶ້ນໃນທ່າມກາງສະພາບແວດລ້ອມທີ່ມີຫຼາຍເຫດການພາຍໃນ ແລະ ພາຍນອກທີ່ພົ້ນເດັ່ນ, ເປັນຕົ້ນສະພາບການສາກົນ ແລະ ພາກພື້ນພວມຜັນແປໄປຢ່າງສັບສົນ, ໄວວາ, ປ່ຽນແປງຢ່າງໃຫຍ່ຫຼວງ ຄາດຄະເນໄດ້ຍາກ. ສຳລັບພາຍໃນ ສປປ ລາວ ປີນີ້ໄດ້ເປັນປະທານໝູນວຽນອາຊຽນ ແລະ ກໍ່ຖືເອົາປີ 2024 ເປັນປີທ່ອງທ່ຽວລາວ ໃນມື້ນີ້ ໃນເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກຫຼາຍຢ່າງ ແຕ່ກໍ່ປະສົບກັບສິ່ງທ້າທາຍທົດສອບທີ່ໜັກໜ່ວງຫຼາຍປະການ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຈຸດປະສົງຕົ້ນຕໍຂອງກອງປະຊຸມເທື່ອນີ້ແມ່ນເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານ ໂພຊະນາການ: ຜົນສໍາເລັດທີ່ພົ້ນເດັ່ນ, ສະພາບລວມ ທາງດ້ານໂພຊະນາການ ຂອງ ສປປ ລາວ ແລະ ການໃຫ້ຄໍາໝັ້ນໝາຍ ຕໍ່ແຜນບູລິມະສິດ ປີ 2024.
ທ່ານຮອງນາຍົກລັດຖະມົນຕີ ກ່າວເນັ້ນວ່າ: ໃນໄລຍະທີ່ຜ່ານມາທຸກພາກສ່ວນໄດ້ມີຄວາມພະຍາມຮ່ວມກັນ ເຮັດວຽກງານໂພຊະນາການຢ່າງຕັ້ງໜ້າ ໂດຍສຸມໃສ່ສູ້ຊົນ ຫຼຸດຜ່ອນການຂາດສານອາຫານທຸກຮູບແບບໃນແມ່ຍິງ, ແມ່, ເດັກນ້ອຍ ແລະ ເດັກອ່ອນ ໂດຍສະເພາະຕົວຊີ້ບອກທີ່ລະບຸໄວ້ໃນ SDGs 2 (ການລຶບລ້າງຄວາມອຶດຫິວ) ແລະ SDGs 3 (ການມີສຸຂະພາບ ແລະ ຊີວິດທີ່ດີ)ສຳລັບປະເທດເຮົາ. ພວກເຮົາໄດ້ບຸກບືນໃຫ້ບັນລຸບັນດາຕົວຊີ້ບອກທີ່ສໍາຄັນເຊັ່ນ: ອັດຕານໍ້າໜັກມື້ເກີດຕໍ່າ, ກິນນົມແມ່ຢ່າງດຽວຮອດ 6 ເດືອນ, ລວງສູງບໍ່ໄດ້ມາດຕະຖານ, ນໍ້າໜັກຕໍ່າກວ່າມາດຕະຖານ ແລະ ໂພຊະນາການເກີນ ຂອງເດັກ ລຸ່ມ 5 ປີ ເຊິ່ງຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບາງດ້ານກໍ່ເຫັນວ່າມີຜົນສຳເລັດ. ພ້ອມກັນນີ້, ກໍ່ເຫັນວ່າຍັງອີກຫຼາຍດ້ານທີ່ມີຄວາມຫຍຸ້ງຍາກ ເປັນອຸປະສັກຕໍ່ການບັນລຸເປົ້າໝາຍທີ່ວາງໄວ້. ສະນັ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈະພ້ອມກັນທົບທວນຄືນສະພາບຄວາມເປັນຈິງ ແລະ ປຶກສາຫາລື ເພື່ອເພີ່ມທະວີ ການພົວພັນຮ່ວມມືຢ່າງສະໜິດແໜ້ນ ຂອງບັນດາຂະແໜງການ, ທ້ອງຖິ່ນ ທັງພາກລັດ, ເອກະຊົນ ແລະ ສັງຄົມ, ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນອື່ນໆ ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ທ່ານ ນາງ ອີນາ ມາຈູລໍນີແຕ,ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ,ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ຕາງໜ້າໃນນາມກຸ່ມຄູ່ຮ່ວມພັດທະນາດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ. ໄດ້ສະເເດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ລັດຖະບານເເຫ່ງ ສປປ ລາວ ໃນປີ 2023 ແລະ ພັນທະສັນຍາທີ່ມີຂອງ ສປປ ລາວ ຕໍ່ການປະຕິບັດວຽກງານດ້ານໂພຊະນາການ, ສະຫະພາບເອີຣົບ ຂໍຢືນຢັນຄືນເຖິງຄຳໝັ້ນສັນຍາໃນການສະໜັບສະໜູນການຈັດຕັ້ງ ແຜນໂພຊະນາການແຫ່ງຊາດ 2021-2025. ເຖິງຢ່າງໃດກໍຕາມ, ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພວກເຮົາຈໍາເປັນຕ້ອງໄດ້ມີການປະຕິບັດວຽກງານໂພຊະນາການຢ່າງມີສ່ວນຮ່ວມຫຼາຍຂຶ້ນ. ຂໍ້ສັງເກດຕ່າງໆຈາກ ໂຄງການຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NIPN) ແລະ ການປະເມີນຜົນຕ່າງໆ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນດ້ານນີ້.ດ້ວຍເຫດນີ້, ມັນຈຶ່ງຍັງເປັນສິ່ງສໍາຄັນທີ່ສຸດທີ່ຈະຕ້ອງມີການເສີມຂະຫຍາຍຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຮັບປະກັນໃຫ້ມີຄວາມກົມກຽວທາງດ້ານທິດທາງຕໍ່ໜ້າຂອງວຽກງານໂພຊະນາການ ໃນທົ່ວ ສປປ ລາວ








