ກອງບັນຊາການ ປກສ ເມືອງບໍ່ແຕນ ແຂວງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ເວລາ 19 ໂມງ 40 ນາທີ ຂອງໃນວັນທີ 05 ມັງກອນ 2025 ມີເຫດການຄາຕະກຳ ເກີດຂຶ້ນຢູ່ງານແຕ່ງດອງທີ່ບ້ານຕົ້ນຕານ, ເມືອງບໍ່ແຕນ, ແຂວງໄຊຍະບູລີ ໄດ້ມີ ທ້າວ ວິໄລ ຈັນທະວົງ ອາຍຸ 35 ປີ ອາຊີບ ປະຊາຊົນ ບ້ານຕົ້ນຕານ ເມືອງບໍ່ແຕນ ແຂວງ ໄຊຍະບູລີ ໃຊ້ປືນ (ດັດແປງມາຈາກປືນລູກອັດຍິງຕາປູ) ຍິງ ທ້າວ ທອງໃໝ່ ໄຊຍະລາດ ອາຍຸ 32 ປີ (ເຈົ້າບ່າວ ) ອາຊີບ ພະນັກງານຄູ (ອາສາສະໝັກ) ບ້ານໂພນໄຊ ເມືອງບໍ່ແຕນ ແຂວງ ໄຊຍະບູລີ ເສຍຊີວິດ ຢູ່ເຮືອນເຈົ້າສາວ ໃນບ້ານຕົ້ນຕານ. ເຈົ້າໜ້າທີ່ກວດພົບເຫັນຮອຍລູກປືນເຂົ້າງ່ອນຂ້າງຫູເບື້ອງຊ້າຍ ຊອດອອກງ່ອນຂ້າງຫູເບື້ອງຂວາ.
ປະຈຸບັນ ທາງເຈົ້າໜ້າທີ່ ໄດ້ກັກຕົວ ທ້າວ ວິໄລ ຈັນທະວົງ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຍັງຢູ່ໃນການສອບສວນຂອງເຈົ້າໜ້າ.
ທີ່ມາ: ຄວາມສະຫງົບ Lao Security News



