ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຫດການນໍ້າຖ້ວມທີ່ບ້ານ ວັງດອຍ ແມ່ນບໍ່ມີມູນຄວາມຈິງ.

Aug 30, 2023

ຂ່າວທີ່ບາງສື່ອອນລາຍ ໄດ້ເຜີຍແຜ່ໃນຕອນເຊົ້າວັນທີ 29 ສິງຫາ 2023 ວ່ານໍ້າຖວ້ມ ບ້ານວັງດອຍ. ນັກຂ່າວຈາກສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ ໄດ້ປະສານພົວພັນນຳ ທ່ານ ຈາຊໍ ສົມສຸກ ຫົວຫນ້າກຸ່ມ ດອນຊາຍ ທີ່ບ້ານ ວັງດອຍ ຂື້ນກັບ ແລະ ທ່ານ ບຸນເພັງ ນາຍບ້ານ ວັງດອຍ ຢືນຢັນວ່າ: ເຫດການນໍ້າຖ້ວມດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.
Cr: ວິທະຍຸ-ໂທລະພາບແຂວງຜົ້ງສາລີ