ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຫດການເຮືອບິນລົງຈອດສຸກເສີນທີ່ແຂວງຄໍາມ່ວນ ແມ່ນເກີດຈາກການຂັດຂ້ອງທາງດ້ານເຕັກນິກ

Nov 20, 2024

ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການ ເມືອງ ກອງບັນຊາການທະຫານອາກາດ ໄດ້ໃຫ້ສໍາພາດກ່ຽວກັບເຫດການເຮືອບິນກອງທັບ ລົງຈອດສຸກເສີນທີ່ແຂວງຄໍາມ່ວນ ວ່າ: ໃນວັນທີ 14 ພະຈິກ 2024, ເຮືອບິນ MI-17 ຂອງກອງ ທັບອາກາດ ກອງທັບປະຊາຊົນລາວ ໄດ້ເກີດຂັດຂ້ອງທາງດ້ານເຕັກນິກ ໃນລະຫວ່າງການບິນປະຕິບັດພາລະກິດຕາມປົກກະຕິຂອງກອງທັບ ຈຳເປັນຕ້ອງລົງຈອດສຸກເສີນຢູ່ທົ່ງນາ ບ້ານ ກຸງສີ ເມືອງທ່າແຂກ ແຂວງຄຳມ່ວນ, ຢູ່ໃນເຮືອບິນມີຈຸບິນ 4 ຄົນ ພ້ອມກັບຜູ້ໂດຍສານ 20 ຄົນ, ທຸກຄົນປອດໄພດີ, ບໍ່ມີຜູ້ໄດ້ຮັບບາດເຈັບແຕ່ປະການໃດ.
ເຫດການ ເກີດຂຶ້ນໃນເວລາ 12 ໂມງ ຂອງວັນທີ 14 ພະຈິກ 2024, ພາຍຫຼັງສໍາເລັດການປະຕິບັດໜ້າທີ່ ຢູ່ບ້ານ ໜອງມ້າ, ເຮືອບິນໄດ້ບິນໄປເມືອງທ່າແຂກ ແຂວງຄຳມ່ວນ, ຢູ່ໃນຄວາມສູງ 700 ແມັດ, ຫ່າງຈາກເມືອງທ່າແຂກ 12 ກິໂລແມັດ, ໄດ້ເກີດມີອາການສັ່ນຢ່າງກະທັນຫັນ ເຊິ່ງເປັນສັນຍານຄວາມຜິດປົກກະຕິຂອງເຮືອບິນ, ນັກບິນໄດ້ຕັດສິນໃຈບັນຊາເຮືອບິນຜ່ອນຄວາມ ສູງລົງຢ່າງວ່ອງໄວ ແລະ ລົງຈອດຢູ່ທົ່ງນາເຮື້ອ ບ່ອນໃກ້ຈຸດເກີດເຫດທີ່ສຸດ, ການລົງຈອດແມ່ນນີ້ມນວນແບບລົງຈອດປົກກະຕິ.
ພາຍຫຼັງລົງຈອດແລ້ວ ກວດພົບວ່າ ໃບພັດຫາງຂອງເຮືອບິນ ໜຶ່ງໃນຈຳນວນ 3 ໃບພັດ ມີຮອຍຊຳລຸດ, ສິ້ນສ່ວນແຜ່ນແຜ່ຄວາມຮ້ອນຂອງລະບົບຕ້ານນ້ຳກ້າມຂອງສິ້ນໃບພັດ ໄດ້ຫຼຸດອອກໄປ ເຮັດໃຫ້ເສຍຄວາມສົມດູນຂອງພວງໃບພັດຫາງ, ຈຶ່ງເຮັດໃຫ້ເຮືອບິນສັ່ນຢ່າງຮຸນແຮງ, ສ່ວນສາເຫດລາຍລະອຽດ ທີ່ເຮັດໃຫ້ໃບພັດດັ່ງກ່າວຊຳລຸດ ແມ່ນຍັງຢູ່ໃນລະຫວ່າງການວິເຄາະຂອງບັນດາວິຊາການ. ເຮືອບິນລໍາດັ່ງກ່າວ ແມ່ນໄດ້ຂົນສົ່ງທາງ ໜ້າດິນມາເຖິງສະໜາມບິນວັດໄຕດ້ວຍຄວາມປອດໄພ.
ເຮືອບິນລໍາດັ່ງກ່າວນີ້ ຫາກໍສຳເລັດການສ້ອມແປງບຳລຸງຄັ້ງໃຫຍ່ໃນທ້າຍປີ 2023 ແລະ ຜ່ານໄລຍະການບິນທົດສອບທາງເຕັກນິກຫຼາຍກວ່າ 50 ຊົ່ວໂມງ, ຈຶ່ງໄດ້ອະນຸມັດໃຫ້ບິນຮັບໃຊ້ພາລະກິດຂອງກອງທັບ, ເຮືອບິນໄດ້ມີການບົວລະບັດ ແລະ ກວດກາຄວາມສົມບູນດ້ານເຕັກນິກ ຢ່າງຄົບຖ້ວນ ແລະ ສອດຄ່ອງກັບລະບຽບຄູ່ມືເຕັກນິກເຮືອບິນ, ເຫດການຄັ້ງນີ້ຖືເປັນເຫດສຸດວິໄສ ແລະ ການຕັດສິນໃຈຂອງນັກບິນ ແມ່ນຖືກຕ້ອງ ແລະ ເດັດຂາດ ຈຶ່ງເຮັດໃຫ້ເຫດການຜ່ານພົ້ນໄປດ້ວຍດີ, ບໍ່ມີຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນ.
ທີ່ມາ: ໜັງສືພິມກອງທັບ