ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຫດລົດບັນທຸກ10ລໍ້ຕຳກັນຕົກຂົວ ມີຜູ້ບາດເຈັບ 4 ຄົນ

Jan 4, 2025

ວັນທີ04/01/2025 ເວລາ 11:35 ນາທີ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດບັນທຸກ10ລໍ້ຕຳກັນຕົກຂົວ.
+ຈຸດເກີດເຫດແມ່ນ: ເສັ້ນທາງຕັດໃໝ່ນາຄວາຍ-ເມືອງນ້ອຍ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 4 ຄົນ, ໃນນີ້ມີ 1 ຄົນຕິດພາຍໃນລົດ:
– ຜູ້ທີ1:ເປັນເພດຊາຍ ອາຍຸ 22 ປີ ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ຫົວແຕກ ແລະ ມີບາດແຜຕາມຕົນໂຕ.
– ຜູ້ທີ2: ເປັນເພດຊາຍ ອາຍຸ 8 ປີ ບ້ານດົງໂພນແຮ່ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ຂໍ້ມືພິກ ແລະ ມີບາດແຜຕາມຕົນໂຕ.
– ຜູ້ທີ3:ເປັນເພດຍິງ ອາຍຸ 6 ປີ ບ້ານດົງໂພນແຮ່ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນ:ມີບາດ ແຜຕາມຕົນໂຕ.
– ຜູ້ທີ 4:ເປັນເພດຊາຍ ອາຍຸ 35 ປີ ບ້ານດົງໂພນແຮ່ ເມືອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ.ອາການເບື້ອງຕົ້ນແມ່ນ: ນິ້ວມືຈີກມີບາດເປີດຢູ່ແຂນ ແລະ ບາດແຜຕາມຕົນໂຕ (ບໍ່ໄດ້ສະຕິ).
ດັ່ງນັ້ນ, ຫນ່ວຍກູ້ໄພ1623 ໄດ້ນຳໃຊ້ອຸປະກອນຕັດງັດເຂົ້າຊ່ວຍເຫລືອເພື່ອນຳຄົນເຈັບທີ່ຕິດພາຍໃນລົດອອກຈາກລົດໃຊ້ເວລາປະມານ 25ນາທີ ແລ້ວນຳສົ່ງຜູ້ບາດເຈັບໄປທີ່ໂຮງໝໍເສດຖາທິລາດ.
ທີ່ມາ: ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623.