ເຈົ້າໜ້າທີ່ຕຳຫຼວດ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນເວລາ 21 ໂມງ 30 ນາທີຂອງວັນທີ 20 ມີນາ 2025 ໄດ້ເກີດໄຟໄໝ້ຮ້ານຂາຍເຄື່ອງຂອງຄົນຈີນ ຈໍານວນ 3 ຮ້ານ ຢູ່ບ້ານໂພນໄຊເໜືອ, ເມືອງປາກຊັນ, ແຂວງບໍລິຄໍາໄຊ. ເຈົ້າໜ້າທີ່ວິຊາສະເພາະໄດ້ນໍາໃຊ້ລົດມອດໄຟຈໍານວນ 6 ຄັນ, ໃຊ້ເວລາໃນການມອດໄຟປະມານ 7 ຊົ່ວໂມງ ຈຶ່ງສາມາດຄວບຄຸມ ແລະ ດັບມອດໄຟໄວ້ໄດ້.
ຜົນເສຍຫາຍຈາກໄຟໄໝ້ໃນຄັ້ງນີ້ ມີຮ້ານຂາຍເຄື່ອງຂອງປະ ຊາຊົນ ຖືກໄຟໄໝ້ຈຳນວນ 3 ຮ້ານ ຄື: 1, ຮ້ານຂອງທ້າວ ອາປິງ ອາຍຸ 57 ປີ ອາຊີບ ຄ້າ-ຂາຍ ສັນຊາດ ຈີນ ທີ່ເປັນຮ້ານສ້ອມແປງລົດໃຫຍ່ ແລະ ຈຳໜ່າຍ ເຄື່ອງອາໄລ່ລົດໃຫຍ່ທົ່ວໄປ ລວມມູນຄ່າເສຍຫາຍ ປະມານ 7 ຕື້ກີບ. 2, ຮ້ານຂອງທ້າວ ອາແຈ່ ອາຍຸ 31 ປີ ອາຊີບຄ້າ-ຂາຍ ສັນຊາດ ຈີນ ເປັນຮ້ານຂາຍລົດຈັກໄຟຟ້າ ແລະ ຈໍາໜ່າຍອາໄລ່ລົດຈັກ, ລວມມູນຄ່າເສຍຫາຍ 3 ຮ້ອຍລ້ານກີບ. 3, ຮ້ານຂອງທ້າວ ອາຊົ່ງ ອາຍຸ 42 ປີ ອາຊີບຄ້າ-ຂາຍ ສັນ ຊາດ ຈີນ ເປັນຮ້ານຂາຍເຄື່ອງໃຊ້ໄຟຟ້າທົ່ວໄປ ລວມມູນຄ່າເສຍຫາຍ 5 ລ້ານກີບ, ລວມມູນຄ່າເສຍຫາຍທັງໝົດປະມານ 7,305,000,000 ກີບ.
ຜ່ານການລົງເກັບກຳຂໍ້ມູນເອົາຄໍາໃຫ້ການເຈົ້າຂອງຮ້ານ ແລະ ຜູ້ເຫັນເຫດການ ຂອງເຈົ້າໜ້າທີ່ວິຊາສະເພາະພວກເຮົາໂດຍສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງສາມາດສະຫຼຸບໄດ້ວ່າ: ສາເຫດເກີດຈາກໄຟຟ້າລັດວົງຈອນ. ຈຸດເລີ່ມຕົ້ນຂອງແປວໄຟແມ່ນເລີ່ມຈາກຮ້ານຂອງ ທ້າວ ອາປິງ ຮ້ານເຄິ່ງກາງທີ່ຜູ້ກ່ຽວ ເປີດພັດລົມປະໄວ້ ແລະ ສາກໂທລະສັບຢູ່ກະດານໄຟຟ້າໃນຫ້ອງນອນພວກກ່ຽວແລ້ວລາມໄປໃສ່ສອງຮ້ານຕໍ່ມາ.
ທີ່ມາ: ປກສ ແຂວງບໍລິຄຳໄຊ






