ວັນທີ 16 ມີນາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຜັນຂະຫຍາຍຄຳສັ່ງເລກທີ 40/ນຍ ລົງວັນທີ 13 ມີນາ 2026 ຮ່ວມກັບກະຊວງການເງິນ ທະນາຄານ ແຫ່ງ ສປປ ລາວ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະພາແຫ່ງຊາດ ແລະ ພາກທຸລະກິດ (ສະມາຄົມນ້ຳມັນ ແລະ ອາຍແກັສ ແລະ ຜູ້ປະກອບການ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງເພື່ອປຶກສາຫາລື ຮັບຄຳສະເໜີ ແລະ ຄົ້ນຄ້ວາປັບປຸງນະໂຍບາຍ ແລະ ມາດຕະການ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນການຮັບປະກັນການສະໜອງນໍ້າມັນເຊື້ອໄຟພາຍໃນປະເທດ ບັນດາບໍລິສັດຜູ້ນໍາເຂົ້າ ແລະ ຈໍາໜ່າຍຕ່າງກໍຢືນຢັນວ່າ ຈະສືບຕໍ່ສະໜອງນໍ້າມັນໃຫ້ແກ່ສັງຄົມຢ່າງສຸດຄວາມສາມາດ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ ສຳລັບກະຊວງ ອຸດສາຫະກຳ ແລະ ການຄ້າ ກໍຈະດຳເນີນການກວດກາຄືນສາງເກັບນໍ້າມັນສໍາຮອງ ເພື່ອຈັດສັນ ແລະ ແຈກຈ່າຍໃຫ້ທົ່ວເຖິງ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ເພື່ອບໍ່ໃຫ້ເກີດສະພາບວິກິດການຂາດແຄນ ສ່ວນດ້ານນະໂຍບາຍລາຄາ ແລະ ພາສີ ກອງປະຊຸມເຫັນດີເປັນເອກະພາບໃນການປັບປຸງໂຄງສ້າງລາຄາ ໂດຍການຫຼຸດອັດຕາພາສີນໍ້າມັນແອັດຊັງ (95) ລົງມາເທົ່າກັບອັດຕາແອັດຊັງ (91) ເພື່ອຫຼຸດຜ່ອນຕົ້ນທຶນການນໍາເຂົ້າ ແລະ ຫຼຸດຜ່ອນພາລະລາຄາຂາຍຍ່ອຍ.

ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ການເງິນ ຈະຮ່ວມກັນອອກແຈ້ງການລາຄາ ໃໝ່ ໃຫ້ທັນກັບສະພາບການ ຕິດພັນກັບການນຳໃຊ້ເງິນກອງທຶນອຸດໜູນ ໂດຍໄດ້ກໍານົດກົນໄກການນຳໃຊ້ເງິນກອງທຶນ (300-600 ຕື້ກີບ) ເພື່ອເຂົ້າມາແຊກແຊງລາຄາ ໃນໄລຍະທີ່ຕະຫຼາດໂລກມີຄວາມຜັນຜວນແຮງ ໂດຍຈະເນັ້ນໃສ່ການອຸດໜູນໃຫ້ຖືກຈຸດ ເພື່ອຮັກສາສະຖຽນລະພາບລາຄາຂາຍຍ່ອຍ ບໍ່ໃຫ້ມີການປັບຂຶ້ນແບບກະໂດດຂັ້ນ.


