ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະ ອານາຈັກ ດານມາກ

Jan 24, 2025

ໂດຍສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດອັນສະເໝີຕົ້ນສະໝີປາຍຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ, ໃນຕອນເຊົ້າຂອງວັນທີ 15 ມັງກອນ 2025, ທີ່ພະຣາຊະວັງຂອງເຈົ້າຊີວິດ, ນະຄອນຫລວງໂກເປັນຮາເກັນ, ຂອງປະເທດດານ ມາກ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ເຟຣເດຣິກ ອານເດຣ ເຮັນຣິກ ຄຣິສຕຽນ (Frederik André Henrik Christian) ທີ່ X ແຫ່ງ ຣາຊະອານາຈັກ ດານ ມາກ, ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ຣາຊະອານາຈັກ ດານມາກ.
ໃນໂອກາດດັ່ງກ່າວ, ສົມເດັດພະຣາຊາ ເຟຣເດຣິກ ທີ່ X, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ. ລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ດານມາກ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນໃຫ້ມີຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ລາວ -ດານມາກ ໃຫ້ຂະຫຍາຍຕົວຂື້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດທີ່ມີມາດົນນານມາແລ້ວນັ້ນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.​
ທ່ານ ບຸນທະວີ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ເຖິງສົມເດັດພະຣາຊາ ເຟຣເດຣິກ ທີ່ X ຂອງປະເທດດານມາກ. ພ້ອມດຽວກັນນັ້ນ, ສົມ ເດັດພະຣາຊາ ເຟຣເດຣິກ ທີ່ X ແຫ່ງຣາຊະອານາຈັກ ດານມາກ, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແຫ່ງ ສປປ. ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາ ຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະ ບານ ແລະ ປະຊາຊົນ ດານມາກ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ ສປປ. ລາວ ຫຼາຍດ້ານໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ, ແລະ ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ແລກປ່ຽນສະພາບການຂອງໂລກ ແລະ ພາກພື້ນ ແລະ ປຶກສາຫາລືຊອກຫາທ່າແຮງ ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືຂອງສອງປະເທດໃນຂະແໜງການຄ້າ ແລະ ການລົງທຶນ, ການສຶກສາ ແລະ ການທ່ອງທ່ຽວນຳອີກດ້ວຍ.
ສປປ. ລາວ ແລະ ຣາຊະອານາຈັກ ດານມາກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 01 ພະຈິກ 1956, ຊຶ່ງປີນີ້ ຄົບຮອບ 69 ປີ. ສອງປະເທດໄດ້ມີການພົວພັນນຳກັນໃນລະດັບປົກກະຕິໂດຍໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນຫຼາຍລະດັບໃນໄລຍະຜ່ານມາ. ຣາຊະອານາຈັກ ດານມາກ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ. ລາວ, ນັບຕັ້ງແຕ່ປີ 1999 ເປັນ ຕົ້ນມາ, ລັດຖະບານດານມາກ ໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ບໍລິສັດຕ່າງໆຂອງດານມາກໄດ້ມາລົງທຶນຢູ່ ສປປ ລາວ ແລະ ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ, ລັດຖະບານ ດານມາກ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍເນັ້ນໃສ່ຂົງເຂດວຽກງານຄື: ການຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານສາທາລະນະສຸກ, ວຽກ ງານອຸດສາຫະກຳ, ປ່າໄມ້, ການສຶກສາ ແລະ ອື່ນໆ. ມາເຖິງປະຈຸ ບັນ, ການພົວພັນ ແລະ ຮ່ວມມືຂອງສອງປະເທດຍັງສືບຕໍ່ຂະຫຍາຍຕົວ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນປົກກະຕິ.
ໃນໂອກາດດັ່ງກ່າວ ທ່ານທູດ ພ້ອມດ້ວຍຄະນະກໍ່ໄດ້ພົບປະກັບທ່ານ ນາງ Nathalia Feinberg, ຫົວໜ້າກົມພິທີການທູດ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ປະຊຸມປຶກສາຫາລືວຽກ ງານສອງຝ່າຍກັບທ່ານ Thomas Lund-Sorensen, ຫົວ ໜ້າກົມອາຊີ, ອາເມລິກາລາຕິນ,ໂອຊຽນເນຍ ແລະ ຄາຣິບຽນ, ປະເທດດານມາກ; ພ້ອມທັງຖືເອົາໂອກາດດັ່ງກ່າວລົງຢ້ຽມຢາມຖາມຂ່າວພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດ ຢູ່ປະເທດ ດານມາກ.
May be an image of 3 people and text