ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ

Mar 23, 2025

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ
ໃນຕອນເຊົ້າຂອງວັນທີ 19 ມີນາ 2025, ຢູ່ ສໍານັກງານປະ ທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ, ທີ່ ນະຄອນຫຼວງ ໂຊເຟຍ, ທ່ານ ໄມບົວ ໄຊຍະວົງ, ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ຣູເມນ ຣາເດັບ (H.E Mr. Rumen RADEV), ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ບູນກາລີ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາ ທາລະນະລັດ ບູນກາລີ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ພະນະທ່ານ ປະທານາທິບໍດີ ຣູເມນ ຣາເດັບ, ຊຶ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ, ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ແຫ່ງ ສປປ ລາວ ໄປດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ບູນກາລີ ແລະ ສະແດງຄວາມຫວັງວ່າໃນໄລຍະການປະຕິບັດໜ້າທີ່ ທ່ານເອກອັກຄະລັດຖະທູດ ຈະສາມາດຊ່ວຍສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍຫຼາຍຂົງເຂດໃນຕໍ່ໜ້າ ແລະ ພ້ອມທັງ ອວຍພອນ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ ຢູ່ ສາທາລະນະລັດ ບູນກາລີ ແລະ ບັນດາປະເທດ ທີ່ຮັບຜິດຊອບ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຣູເມນ ຣາເດັບ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ບູນກາລີ ທຸກຖ້ວນໜ້າ; ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ບູນກາລີ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1962 ເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານທູດ ກໍໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ບູນກາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ໄລຍະຜ່ານມາ ເປັນຕົ້ນດ້ານການສຶກສາ ແລະ ອື່ນໆ ເຊິ່ງຖືເປັນກໍາລັງແຮງສໍາຄັນປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຂໍ້ມູນ ແລະ ທ່າແຮງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງການຄ້າ, ​ການລົງທຶນ, ການສຶກສາ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ໃນອະນາຄົດ. ນອກນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນ ພະນະທ່ານປະທານາ ທິບໍດີ ຣູເມນ ຣາເດັບ ພ້ອມດ້ວຍຄອບຄົວ ມີພາລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງພະນະທ່ານ.
ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ ດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດ ຍັງໄດ້ໄປວາງພວງມາລາ ທີ່ສຸສານນັກຣົບນິລະ ນາມ ຢູ່ ນະຄອນຫຼວງ ໂຊເຟຍ ຮ່ວມກັບເອກອັກຄະລັດຖະທູດ ຈາກປະເທດ ມົວຣິຕາເນຍ, ຊັງມາລິໂນ, ນອກແວ ແລະ ຊໍາບີ ທີ່ໄດ້ສໍາເລັດການຢືນສານຕາຕັ້ງຕໍ່ປະທານາທິບໍດີ ບູນກາລີ ໃນຄັ້ງນີ້.
ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ພົບປະເຮັດວຽກກັບ ຫົວໜ້າກົມພິທີການທູດ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Maria Angueliava, ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ບູນກາລີ ເພື່ອຍື່ນສໍາເນົາສານຕາຕັ້ງ, ແນະນໍາຕົວ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ຊ່ອງທາງເສີມ ຂະຫຍາຍການພົວພັນຮ່ວມມື ລາວ-ບູນກາລີ ໃນຂະແໜງການທີ່ສອງປະເທດ ມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນໃນຕໍ່ໜ້າ.