ໃນຕອນເຊົ້າຂອງວັນທີ 25 ເມສາ 2024, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.
ເນື່ອງໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ກໍຄື ອົງການ OPCW ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານວິຊາການ ແລະ ທຶນຮອນ ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຈາກພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໄດ້ມີໂອກາດ ເຂົ້າຮ່ວມເຄື່ອນໄຫວ ໃນວຽກງານຕ່າງໆ ຂອງອົງ ການ OPCW ຢ່າງເປັນປົກກະຕິ. ພ້ອມດຽວກັນກໍໄດ້ສະເໜີໃຫ້ອົງການເກືອດຫ້າມອາວຸດເຄມີ ເພີ່ມທະວີການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອສ້າງຂີດຄວາມອາດສາມາດໃຫ້ພະ ນັກງານໃນພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໂດຍຜ່ານບັນ ດາທຶນຝຶກອົບຮົມ ແລະ ສຳມະນາ ໃຫ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງອົງ ການ OPCW ກໍຍິນດີຈະໃຫ້ການຮ່ວມມື ແລະ ການສະໜັບສະ ໜູນແບບເປີດກວ້າງ.
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ອົງການ OPCW ໄດ້ສະແດງຄວາມປິຕິຍິນດີ ແລະ ໃຫ້ຄຳໝັ້ນສັນຍາເພື່ອຮ່ວມມືໃນຕໍ່ໜ້າ.





