ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ໃນຕອນເຊົ້າຂອງວັນທີ 11 ມີນາ 2025 ຢູ່ ທໍານຽບປະທານາທິບໍດີ ເບລາຣຸດຊີ ທີ່ນະຄອນຫຼວງ ມິນ, ທ່ານ ສີພັນດອນ ອ້ອຍບົວບຸດດີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ອາເລັກຊັງເດຼີ ລູກາແຊນໂກ (Alexander Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາ ຣຸດຊີ ເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ເບລາຣຸດຊີ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງມົດ ສະກູ, ສ. ຣັດເຊຍ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ອາເລັກຊັງເດຼີ ລູກາແຊນໂກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາ ຣຸດຊີ.
ພ້ອມດຽວກັນນັ້ນ, ພະນະທ່ານ ອາເລັກຊັງເດຼີ ລູກາແຊນໂກ (Alexander Lukashenko) ກໍໄດ້ສະແດງຄວາມຍີນດີຕ້ອນ ຮັບ ແລະ ກ່າວວ່າ: “ການພົວພັນຮ່ວມມື ກັບ ສປປ ລາວ ໃນເວ ທີສາກົນແມ່ນເປັນເພື່ອນມິດທີ່ບໍ່ປ່ຽນແປງ ແລະ ມີລັກສະນະສ້າງສັນຢ່າງສະເໝີຕົ້ນສະເໜີປາຍ. ໃນອະນາຄົດອັນໃກ້ນີ້, ເຫັນຄວນຈັດຕັ້ງປະຕິບັດຂໍ້ຕົກລົງທີ່ໄດ້ຕົງລົງກັນໃນການພົບປະກັບ ພະນະທ່ານປະທານເທດ ທອງລຸນ ສີສຸລິດ ໃນປີ 2024 ທີ່ຜ່ານມາ ທີ່ເມືອງກາຊານ, ລັດຕາຕາສະຖານ ສະຫະພັນຣັດເຊຍ. ເພື່ອຈຸດປະສົງດັ່ງກ່າວ ຈະໄດ້ມີການວາງແຜນກິດຈະກໍາຮ່ວມກັນສອງຝ່າຍ”.
ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 10 ມີນາ 2025 ທ່ານ ເອກອັກຄະລັດຖະທູດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເອບເກນນີ ເຊສະຕາກອບ (Evgeny Shestakov), ຮອງລັດຖະມົນຕິກະຊວງການຕ່າງປະເທດ ເບລາຣຸດຊີ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໄດ້ມີການພົບປະກັນ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ, ທັງສອງຝ່າຍໄດ້ເຫັນພ້ອມກັນວ່າ ຈະຕ້ອງໄດ້ເພີ່ມທະວີການພົວພັນຮ່ວມມືນໍາກັນຕື່ມ ທາງດ້ານເສດຖະກິດ-ການຄ້າ, ການແລກປ່ຽນການຢ້ຽມຢາມຂອງການນໍໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ເສີມຂະຫຍາຍການຮ່ວມມືທາງດ້ານວັດທະນະທຳ-ສັງຄົມ, ການສຶກສາ ແລະ ວຽກງານຍຸຕິທຳ ໃຫ້ເຂົ້້າສູ່ລວງເລິກ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືຊອກຫາທ່າແຮງບົ່ມ ຊ້ອນໃນການຮ່ວມມື ທາງດ້ານການສຶກສາ, ຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະໃນບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ ແລະ ທິດທາງໃນການພັດທະນາການພົວພັນຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ລາວ-ເບລາຣຸສຊີ ໃນຕໍ່ໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸສຊີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 07 ກຸມພາ 1994.



