ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະ​ຈຳ​ ສ​ສ ຫວຽດ​ນາມ​ ຢ້ຽມ​ຂ່ຳ​ນັບນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ

Mar 21, 2024

ໃນວັນທີ 19 ມີ​ນາ 2024, ທ່ານ ນາງ ຄຳເພົາ ເອີນທະວັນ ເອ​ກອັກຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ ​​ທ່ານ ຟ້າມ ມິງ ຈິງ, ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີແຫ່ງ ສສ ຫວຽດນາມ ທີ່ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ຄົນ​ໃໝ່​ປະ​ຈຳ ສ​ສ ຫວຽດ​ນາມ.
​ ທ່ານ ນາງ ຄຳເພົາ ເອີນທະວັນ ​ໄດ້​ນຳ​ເອົາ​ຄຳຢື້​ຢາມ​ຖາມຂ່າວ ແລະ ຄຳ​ອວຍ​ພອນອັນ​ປະ​ເສີດ ຈາກ​ທ່ານ ສອນ​ໄຊ ສີ​ພັນ​ດອນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສ​ປ​ປ ລາວ ເຖິງ​ທ່ານ ຟ້າມ ມິງ ຈິງ ແລະ ການ​ນຳ​ພັກ, ລັດ​​ຫວຽດ​ນາມ. ພ້ອມທັງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນ​ຮັບ​​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕ​ີ ແລະ ສະ​ແດງ​ຄວາມ​​ປິ​ຕິ​ຍິນ​ດີ​​ຕໍ່​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ມີ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ​ຝູ​ ຈ້ອງ ເປັນ​ຜູ້​ນຳ​ພາ​ ຊຶ່ງ​ເຮັດ​ໃຫ້ປະ​ເທດ​ຊາດຫວຽດ​ນາມ​ໄດ້​ຮັບ​​ພັດ​ທະ​ນາຮອ​ບ​ດ້ານຢ່າງວ່ອງ​ໄວ ແລະ ກ້າວ​ກະ​ໂດດ, ​ເສດ​ຖະ​ກິດ​ສືບ​ຕໍ່​ເຕີບ​ໂຕ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ດີ​ຂຶ້ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.
ທ່ານ ຟ້າມ ມິງ ຈິງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ທີ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ​ ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ -ສັງ​ຄົມ​ຂອງ​ລາວ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ໄດ້ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ແລະ ລາວ​ມີ​ສາຍ​ພົວ​ພັນ​ພິ​ເສດ, ເປັນມໍ​ລະ​ດົກ​ອັນ​ລ້ຳ​ຄ່າ ຊຶ່ງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ຂຶ້ນ​ໄປ​ຢ່າງບໍ່​ຢຸດຢັ້ງ.
ພັກ, ລັດ ແລະ​ ປະ​ຊາ​ຊົນ​ຫວຽດ​ນາມ ຖື​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດອັນ​ດັບ​ໜຶ່ງ​ແກ່​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ; ສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ບົນ​ພື້ນ​ຖານ​ເຄົາ​ລົບ​ຄວາມ​ເປັນ​ເອ​ກະ​ລາດ ແລະ ອະ​ທິ​ປະ​ໄຕ​ຂອງ​ກັນ; ສອງ​ຝ່າຍ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກລົງ​, ກົກ​ໄກການ​ຮ່ວມ​ມື​ສອງ​ຝ່າຍໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ ເປັນ​ຕົ້ນ​ແມ່ນ​ຜົນ​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ສອງ​ພ​ັກ ແລະ ກອງ​ປະ​ຊຸມ​ທະ​ວີ​ພາກ​ຄີ ຄັ້ງ​ທີ 46 ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ ຫວຽດ​ນາມ-ລາວ​ ທີ່​ຜ່ານ​ມາ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ພົບ​ປະ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ ແລະ ສາຍ​ພົວ​ພັນ​ມີ​ໜຶ່ງບໍ່​ມີ​ສອງ ຫວຽດ​ນາມ- ລາວ ໃນ​ໝູ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ. ​ຫວຽດ​ນາມ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລາວ​ຮັບ​ໜ້າ​ທີ່​ເປັນ​ປະ​ທານ​ຈັດ​ກອ​ງ​ປະ​ຊຸມອາ​ຊຽນ ​ປີ 2024, ປະ​ທານ AIPA 45, ຮ່ວມ​ກັນ​ຊຸກ​ຍູ້​​ ປັບ​ປ​ຸງຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ເປັນ​ສູນ​ລວມ​ຂອງ​ອາ​ຊຽນ.
ທ່ານ​ມີ​ຄວາມຫວັງ​ວ່າ: ທຸກພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ ຈະ​ປະ​ສົມ​ປະ​ສານ​ກັນໃຫ້​ດີ​ຂຶ້ນກວ່າເກົ່າ, ຕັດ​ສິນ​ແກ້​ໄຂ​ບັນ​ຫາ​ທີ່​ກີດ​ຂວາງ​ເພ​ື່ອ​​ເຮັດ​ໃຫ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ​ພັດ​ທະ​ນາ​ໃຫ້​ສົມ​ຄູ່​ກັບ​ການ​ພົວ​ພັນ​ທາງດ້ານ​ການ​ເມືອງ​ ເຊື່ອ​ໝັ້ນ ແລະ ຕິດ​ພັນ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ; ໃນ​ນັ້ນ, ​ໃຫ້ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ​ໂຄງ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ; ຮ່ວມ​ມືກໍ່​ສ້າງ​ຊັບ​ພ​ະ​ຍາ​ກອນ​ມະ​ນຸດ; ຊຸກ​ຍູ້​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ແລະ ບັນ​ດາ​ກິດ​ຈະ​ການ​ລົງ​ທຶນ; ສ້າງ​ເງື່ອ​ນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ເພີ່ມ​ການ​ລົງ​ທຶນ​ເຊິງ​ກັນ​ແລະ​ກັນ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ລຽບ​ຕາມ​ຊາຍ​ແດນ; ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ, ແແບ່ງປັນ​ຂໍ້​ມູນ, ຊ່ວຍ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ເວ​ທີ​ສາ​ກົນ​ ແລະ ພ​າກ​ພື້ນ.
ໃນ​ໂອ​ກາດນີ້, ທ່ານ​ທູດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ​ລາວ​ປະ​ຈຳ ສ​ສ ຫວຽດ​ນາມ ແລະ ຈະເຮັດສຸດຄວາມສາມາດເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງບັນດາອົງການສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ, ພ້ອມທັງ ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ຍາມ​ໃດ​ກໍໄດ້​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່, ໃຫ້​ການ​ສະ​ໜັບ​ສະ​ໜູນ ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່​ງ​ຊາດໃນ​ເມື່ອ​ກ່ອນ ກໍ​ຄື​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​​ຂອງ​ລາວໃນ​ປັດ​ຈຸ​ບັນ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.