ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄ່ຳຂອງວັນທີ່ 12 ມີນາ 2023, ຢູ່ສະໜາມຫຼວງ 7/5 ຂອງແຂວງ ດ້ຽນບຽນ, ຄະນະກຳມະການປະຊາຊົນແຂວງດ້ຽນບຽນໄດ້ຈັດພິທີເປີດງານເທດສະ ການບຸນດອກບານ 2023 ແລະ Festival ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ້ຽນບຽນ ຄັ້ງທີ 7, ນີ້ແມ່ນເຫດການສະເຫຼີມສະຫຼອງ 69 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2023).
ເຂົ້າຮ່ວມພິທີເປີດມີບັນດາສະຫາຍການນຳຫວຽດນາມຄື: ສະຫາຍ ໂດ້ ວັນ ຈ່ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດ ຊາດຫວຽດນາມ, ສະຫາຍນາງ ຕ່ອງ ທິ ຟ໋ອງ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ, ສະຫາຍເຈີ່ນ ກວກ ເກື່ອງ, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ ດ້ຽນບຽນ.
ຄະນະຜູ້ແທນສະຖານທູດນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ພ້ອມນັ້ນຍັງມີຄະນະຜູ້ແທນມາຈາກບັນດາແຂວງຂອງລາວຄື: ແຂວງຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ.
ສະຫາຍ ເລ ແທງ ໂດ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ( ເຈົ້າແຂວງ) ໃຫ້ຮູ້ວ່າ: ບຸນເທດສະການດອກບານ ປີ 2023 ໄດ້ເປີດຂື້ນໃນທ່າມກາງກ່ອນນີ້ 69 ປີ ກອງທັບປະຊາຊົນຫວຽດນາມ ໄດ້ຍິງລູກປືນທຳອິດເພື່ອເປີດບັ້ນຮົບປະຫວັດສາດ ດ້ຽນບຽນຝູ. ນີ້ແມ່ນເຫດການເພື່ອລະນຶກເຖິງການເສຍສະຫຼະຊີວິດເພື່ອຊາດຂອງພໍ່ແມ່ປະຊາຊົນຫຼາຍລຸ້ນຄົນໃນການປົກປັກຮັກສາຜືນແຜ່ນດິນ, ເພື່ອເອກະລາດ, ເສລີພາບ ແລະ ສັນຕິພາບຂອງປະຊາຊົນຫວຽດນາມ ກໍຄືຜູ້ຮັກຫອມສັນຕິພາບໃນໂລກ.
ງານເທດສະການບຸນດອກບານປີ 2023 ແລະ ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ້ຽນບຽນ ຄັ້ງທີ 7 ມີຫຼາຍກິດຈະກຳທີ່ໜ້າຕື່ນເຕັ້ນ, ປະກອບສ່ວນອະນຸລັກຮັກສາ ແລະ ເຊີດຊູວັດທະ ນະທຳບັນດາເຜົ່າ ເພື່ອປະ ກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາວັດທະນະທຳຫວຽດນາມ ທີ່ມີເອກະລັກສະເພາະ.
ນີ້ກໍ່ແມ່ນເຫດການເພື່ອໃຫ້ ດ້ຽນບຽນ ເປີດກວ້າງການເຊື່ອມຈອດກັບຫຼາຍແຂວງ, ນະຄອນ ແລະ ບັນດາປະຊາຄົມວິສາຫະກິດໃນການຮ່ວມມື, ການລົງທຶນ ແລະ ສົ່ງເສີມການຄ້າ, ປ່ຽນແປງໃໝ່ຮູບແບບການທ່ອງທ່ຽວ, ພັດທະນາເສດຖະກິດ – ສັງຄົມທ້ອງຖິ່ນ.
ຄະນະຜູ້ແທນຮ່ວມງານໄດ້ຮັບຊົມລາຍການສະແດງສິລະປະສະເຫຼີມສະຫຼອງເທດສະການບຸນດອກບານ ດ້ຽນບຽນປີ 2023 ດ້ວຍຫົວຂໍ້ “ກິ່ນຫອມເຂດຕາເວັນຕົກສຽງເໜືອ” ລວມມີ 2 ພາກຄື: ກິ່ນຫອມເຂດຕາເວັນຕົກສຽງເໜືອ ດ້ຽນບຽນ ສ່ອງແສງຄວາມປາດຖະໜາ ຊຶ່ງປະກອບດ້ວຍ 12 ລາຍການຮ້ອງເພງ, ຟ້ອນ, ເຕັ້ນ ໂດຍນັກສະແດງ ແລະ ມວນຊົນນັບຮ້ອຍໆຄົນສະແດງເຖິງຊີວິດການເປັນຢູ່ ແລະ ວັດທະນະທຳຂອງຊາວ ດ້ຽນບຽນ ທີ່ຕິດພັນກັບດອກບານທີ່ສວຍສົດງົດງາມ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ