ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 29 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮາຍເຢືອງ, ໃນໂອກາດນີ້, ສະຫາຍ ພ້ອມດ້ວຍຄະນະ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຈ້ຽວ ເຖ່ ຮູ່ງ (Triệu Thế Hùng ), ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຫາຍເຢືອງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫາຍເຢືອງ.
ໂອກາດການຕ້ອນຮັບຄັ້ງນີ້ ສະຫາຍ ສະຫາຍ ຈ້ຽວ ເຖ່ ຮຸູ່ງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ, ຊຶ່ງແຂວງຮາຍເຢືອງມີພົນລະ ເມືອງ 2.1 ລ້ານກວ່າຄົນ, ມີທີ່ຕັ້ງທີ່ສຳຄັນທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ປັດຈຸບັນມີຫຼາຍກວ່າ 500 ຫົວໜ່ວຍທຸລະກິດຕ່າງປະເທດທີ່ກຳລັງລົງທຶນຢູ່ແຂວງ. ພິເສດແຂວງຮາຍເຢືອງເປັນແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທຸກຄັ້ງ, ແຕ່ແຂວງສາມາດຈັດຕັ້ງປະຕິບັດສອງເປົ້າໝາຍຄວບຄູ່ຄື: ວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພ້ອມທັງຮັບປະກັນການພັດທະນາເສດຖະກິດ-ສັງຄົມ ຈຶ່ງເຮັດໃຫ້ໃນປີ 2021 ເຖິງຈະຢູ່ໃນສະພາບທີ່ພົບຄວາມຫຍຸ້ງຍາກແຕ່ສາມາດເກັບລາຍຮັບແຫ່ງຊາດເກີນຄາດໝາຍ 7.000 ຕື້ດົ່ງ, ປີ 2022 ເກັບເກີນ 4.000 ຕື້ດົ່ງ, ສະເພາະໃນ 3 ເດືອນຕົ້ນປີ 2023 ການຂະຫຍາຍຕົວເສດຖະກິດບັນລຸໄດ້ 8,54% ຊຶ່ງເປັນ 1/10 ແຂວງທີ່ມີຈັງຫວະການຂະຫຍາຍຕົວທີ່ສູງທີ່ສຸດຂອງປະເທດ. ສະຫາຍປະທານຄະນະກໍາມະການປະຊາຊົນແຂວງຮາຍເຢືອງ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທ່າແຮງຂອງແຂວງ ໂດຍສະເພາະຂະແໜງການທ່ອງທ່ຽວ ທີ່ແຂວງມີອານຸສອນສະຖານເປັນມໍລະດົກແຫ່ງຊາດ 145 ແຫ່ງສາມາດພັດທະນາການທ່ອງທ່ຽວໄດ້ເປັນຢ່າງດີ.
ສຳລັບການພົວພັນຮ່ວມມືກັບ ສປປ ລາວ, ແຂວງຮາຍເຢືອງໄດ້ແຮກສຽວກັບ ແຂວງວຽງຈັນ ແຕ່ປີ 1987 ຊຶ່ງໃນໄລຍະຜ່ານມາສອງແຂວງໄດ້ແລກປ່ຽນຄະນະຜູ້ແທນດ້ວຍກັນ ແລກປ່ຽນວິຊາການພ້ອມທັງຊ່ວຍສ້າງຊັບພະຍາກອນມະນຸດຈຳນວນໜຶ່ງໃຫ້ແກ່ແຂວງວຽງຈັນອີກດ້ວຍ. ສະຫາຍ ຈ້ຽວ ເຖ່ ຮຸ້ງ ຍັງໃຫ້ຄວາມເຊື່ອໝັ້ນວ່າໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການປະສານງານລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງຫາຍເຢືອງ ແລະ ແຂວງວຽງຈັນ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຂອງ ແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວ ທາງທີ່ຖືກຕ້ອງ, ຄວາມສາມາດ ໃນການ ຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນ ຈິດໜຶ່ງໃຈດຽວຂອງປະຊາຊົນແຂວງຫາຍເຢືອງ. ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງສອງປະ ເທດ ກໍຄືການຮ່ວມມືລະຫວ່າງ ແຂວງຮາຍເຢືອງ ກັບແຂວງວຽງຈັນໂດຍສະເພາະແມ່ນການຊ່ວຍເຫຼືອຂອງແຂວງຮາຍເຢືອງໃຫ້ແກ່ ສປປ ລາວ ກໍຄືແຂວງວຽງຈັນໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ຜ່ານມາ, ການສ້າງຊັບພະຍາກອນມະນຸດໃຫ້ແກ່ ແຂວງວຽງຈັນ, ສະຫາຍເອກອັກຄະລັດຖະທູດໄດ້ແຈ້ງໃຫ້ການນຳແຂວງຫາຍເຢືອງຊາບກ່ຽວກັບການເປີດປະເທດຂອງ ສປປ ລາວ ພາຍຫຼັງຄວບຄຸມໄດ້ການລະບາດພະຍາດໂຄວິດ-19, ປັດຈຸບັນ ສປປ ລາວ ສາມາຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າໄປທ່ອງທ່ຽວ ສປປ ລາວ ພ້ອມຍັງໄດ້ສະເໜີໃຫ້ທາງແຂວງຮາຍເຢືອງ ເອົານັກລົງທຶນໄປລົງທຶນຢູ່ ສປປ ລາວ ກໍຄືແຂວງວຽງຈັນໃຫ້ຫຼາຍຂື້ນ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ