ເມື່ອບໍ່ດົນມານີ, ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ເຜີຍແຜ່ມູນກ່ຽວກັບທຶນການສຶກສາອົດສະຕຣາລີ ຈັດໂດຍສະຖາບັນລາວອົດສະຕາລີ ແລະ ການໃຫ້ທຶນການສຶກສາແກ່ ສປປ ລາວ ທີ່ແຂວງຫົວພັນ.
ທຶນການສຶກສາອົດສະຕຣາລີ ເປັນທຶນຂອງລັດຖະບານອົດສະຕຣາລີ ໃນການສ້າງບຸກຄະລາກອນທີ່ມີຄຸນນະພາບ, ສ້າງຜູ້ນຳຮຸ້ນສືບທອດຢູ່ ສປປ ລາວ. ໂດຍຜ່ານການສຶກສາ ແລະ ຄົ້ນຄວ້າ, ຜູ້ໄດ້ຮັບທຶນມີໂອກາດໄດ້ພັດທະນາທັກສະດ້ານຕ່າງໆ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດ ປະກອບສ່ວນເຂົ້າໃນການຊ່ວຍຂັບເຄື່ອນການປ່ຽນແປງ, ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສືບຕໍ່ສືບສານ ສ້າງສາຍພົວພັນອັນເປັນມູນເຊື້້ອທີ່ດີ ລະຫ່ວາງ ປະຊາຊົນລາວ ກັບ ປະຊາຊົນອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທຶນການສຶກສາອົດສະຕຣາລີ ໄດ້ໃຫ້ໂອກາດຄົນລາວ ແລະ ບັນດາປະເທດໃນພາກພື້ນ ໄປສຶກສາຢູ່ທີ່ມະຫາວິທະຍາໄລຊັ້ນນໍາຂອງໂລກ ທີ່ປະເທດອົດສະຕຣາລີ.
ສໍາລັບສົກປີ 2026, ລັດຖະບານອົດສະຕຣາລີ ຈະມອບທຶນການສຶກສາໃຫ້ ໃນລະດັບ ປະລິນຍາໂທ, ປະລິນຍາເອກ ແລະ ວິຊາຊີບຊັ້ນສູງ ໃນສາຂາວິຊາ: ການພັດທະນາເສດຖະກິດ ແລະ ການຄ້າ, ສິ່ງແວດລ້ອມ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ພະລັງງານສະອາດ, ບົດບາດຍິງ-ຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ, ການຄຸ້ມຄອງພາກລັດ ແລະ ກົດໝາຍ, ສຸຂະພາບ ແລະ ການເປັນຢູ່ທີ່ດີ, ການພັດທະນາຊັບພະຍາກອນມະນຸດ ແລະ ການສຶກສາ ແລະ ໂຄງຮ່າງພື້ນຖານ ແລະ ການເຊື່ອມໂຍງ.
ນອກນັ້ນ ຍັງໄດ້ໃຫ້ທຶນ ເພື່ອສົ່ງເສີມແມ່ຍິງ, ຄົນພິການ, ຊົນເຜົ່າ ແລະ ກຸ່ມຄົນດ້ອຍໂອກາດ, ມາສະໝັກທຶນການສຶກສານີ້, ເພື່ອໃຫ້ໂອກາດແກ່ຄົນຮຸ່ນໃໝ່ ໃນການຂຶ້ນເປັນຜູ້ນຳ ທາງດ້ານການພັດທະນາ ແລະ ກ້າວໄກດ້ວຍທຶນການສຶກສາອົດສະຕຣາລີ.
ໃນໄລຍະຜ່ານມາໄດ້ມີນັກສຶກສາຈາກ ສປປ ລາວ ຮຽນຈົບຜ່ານທຶນນີ້ເປັນຈໍານວນຫຼາຍລຸ້ນ ບໍ່ວ່າຈະເປັນທຶນສະໜັບສະໜູນຮຽນຢູ່ພາຍໃນປະເທດ ແລະ ທຶນໄປຮຽນຢູ່ປະເທດອົດສະຕຣາລີ. ສໍາລັບແຂວງຫົວພັນ ກໍ່ມີບຸກຄະລາກອນຈໍານວນໜຶ່ງທີ່ສໍາເລັດການສຶກສາຜ່ານທຶນອົດສະຕຣາລີ ເຊິ່ງເປັນຕົວແທນໃຫ້ອະດີດນັກສຶກສາອົດສະຕຣາລີ.






