ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2023, ທີ່ ທຳນຽບປະທານາທິບໍດີ, ນະ ຄອນຫລວງ ຕີບິລິຊີ, ປະເທດ ຊອກຊີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ຊາລົມເມ ຊູຣາບິສວິລີ (H.E. Salome Zourabichvili), ປະທານາທິບໍດີ ແຫ່ງ ຊອກຊີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຊອກຊີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນ ຫຼວງວຽນ, ປະເທດ ໂອຕຣິດ.
ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ໄດ້ພົບປະໂອ້ລົມ ກັບພະນະທ່ານປະທານາທິບໍດີ, ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີລະ ຫວ່າງ ສປປ ລາວ ແລະ ຊອກຊີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 6 ພະຈິກ 1998 ເປັນຕົ້ນມາ, ໂດຍຜ່ານມາ ແລະ ປະຈຸບັນສອງປະເທດ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການພົວ ພັນສອງຝ່າຍ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນ. ຊາລົມເມ ຊູຣາບິສວິລີ ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ຊອກຊີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຊອກຊີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.
ໃນໂອກາດດັ່ງກ່າວ, ພະນະທ່ານ ນ. ຊາລົມເມ ຊູຣາບິສວິລີ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ຊອກຊີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.