ໃນວັນທີ 7 ມັງກອນ 2026, ທີ່ ສຳນັກງານປະທານາທິບໍດີ ແຫ່ງ ສາທາລະນະລັດອານບານີ, ນະຄອນຫລວງ ທີຣານາ (Tirana), ປະເທດ ສາທາລະນະລັດອານບານີ (ສ.ອານບານີ), ທ່ານ ຄໍາພອນ ວົງສັນຕິ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj, ປະທານາທິບໍດີ ແຫ່ງ ສ.ອານບານີ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ.ອານບານີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ, ປະເທດ ຮົງກາຣີ.

ພາຍຫຼັງສຳເລັດພິທີ, ທ່ານ ເອກອັກຄະລັດຖະທູດ ໄດ້ພົບປະໂອ້ລົມ ກັບ ພະນະທ່ານປະທາ ນາທິບໍດີ, ໂດຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ອານບານີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 18 ມິຖຸນາ 1975 ເປັນຕົ້ນມາ, ຊຶ່ງສອງຝ່າຍ ໄດ້ມີຄວາມພະຍາຍາມເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ ແລະ ສາກົນ ລວມທັງ ທິດທາງການຮ່ວມມືໃນຕໍ່ໜ້າທີ່ທັງສອງຝ່າຍ ໂດຍສະເພາະແມ່ນການທ່ອງທ່ຽວ ແລະ ວຽກງານກະສິກຳ ທີ່ທັງສອງຝ່າຍມີທ່າແຮງ. ພ້ອມດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Bajram Begaj ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ອານບານີ ທຸກທົ່ວໜ້າ.

ໃນໂອກາດດັ່ງກ່າວ, ພະນະທ່ານ Bajram Begaj ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄໍາພອນ ວົງສັນຕິ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ. ອານບານີ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.


