ໃນຕອນເຊົ້າຂອງວັນທີ 30 ເມສາ 2025 ທີ່ ກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ, ທ່ານ ສິດສັງຄົມ ສີສະເກດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ດຣ ກາວ ກິມ ຮູນ (Kao Kim Hourn), ເລຂາທິການໃຫຍ່ອາຊຽນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໜ່ ປະຈຳ ອາຊຽນ.
ໃນໂອກາດດັ່ງກ່າວ, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ສິດສັງຄົມ ສີສະເກດ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງແໜ່ງ ເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ກໍຄື ໃນວຽກງານການສ້າງປະຊາຄົມອາຊຽນ.
ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ມາຍັງທ່ານ ເລຂາທິການໃຫຍ່ອາຊຽນ ແລະ ສະແດງຄວາມຂອບໃຈ ມາຍັງກອງເລຂາອາຊຽນ ໃນການປະກອບສ່ວນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ໂດຍສະເພາະ ແມ່ນການຜັນຂະຫຍາຍບັນດາບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ ປາກົດຜົນເປັນຈິງ.
ພ້ອມນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຢໍ້າຄືນຄວາມກຽມພ້ອມ ທີ່ຈະເຮັດວຽກຮ່ວມກັບ ທ່ານ ເລຂາທິການໃຫຍ່ ແລະ ບັນດາຜູ້ຫນ້າຖາວອນ ຈາກປະເທດສະມາຊິກອາຊຽນ ເພື່ອເຮັດແຫນ້ນປະຊາຄົມອາຊຽນ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ເພື່ອເຮັດໃຫ້ປະຊາຊົນອາຊຽນໄດ້ຮັບຜົນປະໂຫຍດຈາກຂະບວນການເສີມສ້າງປະຊາຄົມອາຊຽນ ແລະ ໄດ້ສະແດງຄວາມຫວັງວ່າ ກອງເລຂາອາຊຽນ ຈະສືບຕໍ່ໃຫ້ການສະໜັບສະໜູນໃນການປະຕິບັດໜ້າທີ່ດັ່ງກ່າວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.




